ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 23

 

2020121-Asean-EU-3

2020121-Asean-EU-1

 

ໃນຕອນບ່າຍ ຂອງ ວັນທີ 1 ທັນວາ 2020 ທີ່ກະຊວງການຕ່າງປະເທດ, ທ່ານສະເຫຼີມໄຊກົມມະສິດ, ລັດຖະມົນຕີຕ່າງປະເທດແຫ່ງສປປລາວໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູຄັ້ງທີ 23 ແບບທາງໄກພາຍໃຕ້ການເປັນປະທານຮ່ວມຂອງທ່ານ Vivian Balakrishnan ລັດຖະມົນຕີຕ່າງປະເທດ ສິງກະໂປແລະ ທ່ານ Josep Borrell ຮອງປະທານຄະນະກຳມາທິການເອີຣົບ, ຜູ້ຕາງໜ້າລະດັບສູງດ້ານວຽກງານການຕ່າງປະເທດ ແລະ ນະໂຍບາຍຄວາມໝັ້ນຄົງ ອີຢູ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຍັງມີ ບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ອີຢູ, ທ່ານເລຂາທິການໃຫ່ຍອາຊຽນ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນນື່ງ.

ກອງປະຊຸມໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ-ອີຢູໃນໄລຍະ 1 ປີຜ່ານມາໂດຍສະເພາະການຜັນຂະຫຍາຍຜົນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູວ່າດ້ວຍພະຍາດໂຄວິດ-19 ໃນເດືອນມີນາ 2020 ຜ່ານມາແລະການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ອີຢູໄລຍະ 2018-2022, ເຊິ່ງກວມເອົາສາມເສົາຄ້ຳການສ້າງປະຊາຄົມອາຊຽນ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດແລະວັດທະນະທຳສັງຄົມ. ສຳລັບທິດທາງການຮ່ວມມື ໃນຕໍ່ໜ້າ, ກອງປະຊຸມໄດ້ເຫັນດີຈະສືບຕໍ່ຮ່ວມມືກັນ: ດ້ານສາທາລະນະສຸກຈະສຸມໃສ່ການແລກປ່ຽນຂໍ້ມູນຂ່າວສານແລະບົດຮຽນທີ່ດີລວມທັງການຄົ້ນຄວ້າ-ພັດທະນາ (R&D)ແລະຜະລິດຢາປົວພະຍາດ ກໍ່ຄືຢາວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນການເຂົ້້າເຖິງ ແລະ ການສາມາດຈັດຊື້ ໃນລາຄາທີ່ເໝາະສົມ ໃນເວລາທີ່ມີຢາວັກແຊັງດັ່ງກ່າວແລ້ວ; ການຟື້ນຟູເສດຖະກິດຮອບດ້ານຫຼັງໂຄວິດ-19; ຊ່ວຍການຈັດຕັ້ງປະຕິບັດ ແຜນແມ່ບົດການເຊື່ອມຈອດອາຊຽນ ຮອດປີ 2025 (MPAC 2025); ການຈັດຕັ້ງປະຕິບັດ ແຜນປະຕິບັດງານ ການເຊື່ອມໂຍງອາຊຽນ ສະບັບທີ 3 (2016-2020) ແລະ ສະບັບທີ 4 (2021-2025); ການຫັນເປັນເສດຖະກິດດີຈີຕອນ ໂດຍສຸມໃສ່ສົ່ງເສີມ ຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດດຳເນີນທຸລະກິດ-ການຄ້າທາງເອເລັກ ໂຕຼນິກຮ່ວມກັນໄດ້; ການພັດທະນາແບບຍືນຍົງ; ແລະ ການພັດທະນາຕົວເມືອງອັດສະລິຍະ ພາຍໃຕ້ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ. ນອກນີ້, ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ບາງບັນຫາພົ້ນເດັ່ນຢູ່ພາກພື້ນແລະສາກົນທີ່ມີຄວາມສົນໃຈຮ່ວມກັນເຊັ່ນ: ບັນຫາແຫຼມເກົາຫຼີ, ທະເລຈີນໃຕ້, ບັນຫາຄວາມຫຍຸ້ງຍາກຢູ່ລັດຣະຄາຍ (ມຽນມາ), ການຈັດຕັ້ງປະຕິບັດບັນດາເອກະສານແນວຄວາມຄິດອິນໂດ-ປາຊີຟິກຂອງອາຊຽນແລະອື່ນໆ.

ຄຽງຄູ່ກັບການປະກອບຄຳເຫັນ ຕໍ່ການຮ່ວມມື ອາຊຽນ-ອີຢູ,ທ່ານລັດຖະມົນຕີ ສະເຫຼີມໄຊກົມມະສິດຍັງໄດ້ຖືໂອກາດນີ້ ສະແດງຄວາມຍິນດີແລະ ຊົມເຊີຍ ຕໍ່ການພົວພັນຮ່ວມມືສອງຝ່າຍລາວ-ອີຢູຄົບຮອບ 45 ປີ ໃນປີ 2020 ນີ້ແລະສະແດງຄວາມຂອບໃຈຕໍ່ການປະກອບສ່ວນ ຊ່ວຍເຫຼືອ ຂອງອີຢູໃຫ້ແກ່ສປປລາວເປັນຕົ້ນ: ຂະແໜງການສາທາລະນະສຸກ, ຂະແໜງການປູກຝັງ-ລ້ຽງສັດ,ຄວາມໝັ້ນຄົງດ້ານສະບຽງອາຫານແລະການເກັບກູ້ລະເບີດທີ່ບໍ່ທັນແຕກແລະອື່ນໆເຊິ່ງທັງໝົດນີ້ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສປປລາວຕະຫຼອດມາ.

ກອງປະຊຸມລັດຖະມົນຕີ ອາຊຽນ-ອີຢູ ຄັ້ງຕໍ່ໄປ (ຄັ້ງທີ່ 24) ຈະຈັດຂຶ້ນ ໃນທ້າຍປີ 2022 ທີ່ ບຣຸກແຊນ, ປະເທດແບນຊິກ (ສຳນັກງານໃຫຍ່ອີຢູ).

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485879
ມື້ນີ້10
ມື້ວານ168
ອາທິດນີ້915
ເດືອນນີ້5184