ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ ເພື່ອກະກຽມໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ແບບທາງໄກ

 

20201110-ASEAN-AMM-1

20201110-ASEAN-AMM-2

ກອງປະຊຸມ​​ລັດຖະມົນຕີຕ່າງປະເທດອາຊຽນ

 

20201110-ASEAN-AMM-3-1

20201110-ASEAN-AMM-4

20201110-ASEAN-AMM-5

ພິທີລົງນາມສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ ຫຼື (TAC) ເພື່ອຮັບເອົາ ໂກໂລມບີ, ກູບາ ແລະ ອາຟຣິກາໃຕ້ ເຂົ້າເປັນພາຄີ

 

 

ໃນຕອນເຊົ້າຂອງວັນທີ 10 ພະຈິກ 2020 ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ    ກົມມະສິດ, ລັດຖະມົນຕີ​​​ຕ່າງປະ​ເທດ, ໄດ້ນໍາພາຄະ​ນະ​ຜູ້​ແທນລາວ ​ເຂົ້າຮ່ວມກອງປະຊຸມ​​ລັດຖະມົນຕີຕ່າງປະເທດອາຊຽນ, ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຄົ​ມ​ການ​ເມືອງ-ຄວາມ​ໝັ້ນ​ຄົງ​ອາ​ຊຽນ ຄັ້ງ​ທີ 22 ແລະ ກອງ​ປະ​ຊຸມ​ສະ​ພາ​ປະ​ສານ​ງານ​ອາ​ຊຽນ ຄັ້ງ​ທີ 28, ເຊິ່ງຈຸດປະສົງລະດັບຄາດໝາຍຂອງທັງ 3 ກອງປະຊຸມນີ້ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດການຮ່ວມມືຜ່ານມາ ແລະ ກະກຽມດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຈະມີຂຶ້ນໃນໄລຍະວັນທີ 12-15 ພະຈິກ 2020 ພາຍໃຕ້ການເປັນປະທານຂອງ ຫວຽດນາມ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຕີລາຄາສູງ ຕໍ່ຄວາມຄືບໜ້າໃນການສືບຕໍ່ສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະການຈັດຕັ້ງປະຕິບັດບັນດາບູລິມະສິດ ຂອງການເປັນປະທານອາຊຽນຂອງ ສ.ສ. ຫວຽດນາມ ປີ 2020 ພາຍໃຕ້ຄໍາຂວັນ: ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການທີ່ເນັ້ນໃສ່ການຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19. ກອງປະຊຸມ ຍັງໄດ້ຢ້ຳຄືນບົດບາດຄວາມເປັນແກນກາງ, ຄວາມເປັນເອກະສັນ ແລະ ຄວາມສາມັກຄີຂອງອາຊຽນ ໃນການພົວພັນກັບພາຍນອກພາຍໃຕ້ກົນໄກທີ່ອາຊຽນເປັນຜູ້ນຳພາ. ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບບັນຫາເດັ່ນຢູ່ພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.

ພ້ອມດຽວກັນນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ເປັນເອກະພາບກັນ ຕໍ່ການກະກຽມທັງທາງດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ລວມທັງໄດ້ຮັບຊາບຄວາມຄືບໜ້າຫຼ້າສຸດ ຂອງການຮ່າງບັນດາເອກະສານຜົນຂອງກອງປະຊຸມ ທີ່ຈະນຳສະເໜີຕໍ່ກອງປະຊຸມສຸດຍອດທີ່ຈະມາເຖິງ ພິຈາລະນາຮັບຮອງເອົາ. ນອກນັ້ນ, ກອງປະຊຸມ ໄດ້ຮັບຊາບ ກ່ຽວກັບບັນຊີການລົງສະໝັກ​ ຂອງບັນດາປະເທດສະມາຊິກອາຊຽນໃນຕໍາແໜ່ງຕ່າງໆ ປະຈຳອົງການສະຫະປະຊາຊາດ (ສປຊ) ແລະ ອົງການຈັດຕັ້ງສາກົນອື່ນໆ. ໃນນີ້,​ ສປປ ລາວ ກໍໄດ້ແຈ້ງໃຫ້ກອງປະຊຸມ ຊາບວ່າ: ສປປ ລາວ ຈະສະໝັກເຂົ້າເປັນສະມາຊິກສະພາເສດຖະກິດ-ສັງຄົມ ສປຊ ຫຼື ECOSOC ໃນສົກປີ 2023-2025.

ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 22 ໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ໃນ 1 ປີຜ່ານມາ ແລະ ເຫັນດີເປັນເອກະພາບຕໍ່ຮ່າງບົດລາຍງານການທົບທວນຄືນກາງສະໄໝແຜນແມ່ບົດດັ່ງກ່າວ ເພື່ອນຳສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໃນວັນທີ 12 ພະຈິກ 2020 ພິຈາລະນາຮັບຮອງເອົາ. ພ້ອມນີ້, ໄດ້ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງ ພາຍໃຕ້ເສົາຄໍ້າປະຊາຄົມການເມືອງໃຫ້ເພີ່ມຄວາມເປັນເຈົ້າການ ແລະ ນຳພາການຈັດຕັ້ງປະຕິບັດບັນດາກິດຈະກຳທີ່ຍັງຄົງຄ້າງ ໃຫ້ສຳເລັດຕາມຄາດໝາຍ.

ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 28 ໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາບູລິມະສິດການເປັນປະທານອາຊຽນ ປີ 2020 ຂອງ ສ.ສ. ຫວຽດນາມ ລວມທັງການປ້ອງກັນ, ຮັບມື ແລະ ແກ້ໄຂການ ແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງສະແດງອອກຢູ່ໃນບັນດາບົດລາຍງານທີ່ໄດ້ຮັບຮອງເອົາເປັນຕົ້ນ: ບົດລາຍງານປະທານກອງປະຊຸມສະພາປະສານງານອາຊຽນ ກ່ຽວກັບ ບັນດາກິດຈະກຳ ແລະ ຂໍ້ລິເລີ່ມໃນການຮັບມື ແລະ ແກ້ໄຂພະຍາດໂຄວິດ-19, ບົດລາຍງານຂອງທ່ານເລຂາທິການໃຫຍ່ ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານອາຊຽນ, ບົດລາຍງານຂອງປະທານຄະນະກຳມະ ການຜູ້ຕາງໜ້າຖາວອນປະຈຳອາຊຽນ, ບົດລາຍງານຂອງປະທານຄະນະໜ່ວຍງານສະເພາະກິດຂໍ້ລິເລີ່ມ ວ່າດ້ວຍການເຊື່ອມໂຍງອາຊຽນ ຫລື ໄອເອໄອ, ບົດລາຍງານຂອງຄະນະກຳມະການປະສານງານ ວ່າດ້ວຍການເຊື່ອມຈອດອາຊຽນ, ບົດລາຍງານປະຈຳປີ ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ ແລະ ບົດລາຍງານຄວາມຄືບໜ້າຂອງໜ່ວຍງານວິຊາການສະພາປະສານງານອາຊຽນ ກ່ຽວກັບການພິຈາລະນາປະເທດ ຕີມໍເລສເຕ ເຂົ້າເປັນສະມາຊິກອາຊຽນ.

ພາຍຫຼັງສຳເລັດກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 28 ແລ້ວ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສືບຕໍ່ຮ່ວມພິທີລົງນາມສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ ຫຼື (TAC) ເພື່ອຮັບເອົາ ໂກໂລມບີ, ກູບາ ແລະ ອາຟຣິກາໃຕ້ ເຂົ້າເປັນພາຄີຂອງສົນທິສັນຍາດັ່ງກ່າວ ຕາມລໍາດັບ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487076
ມື້ນີ້102
ມື້ວານ210
ອາທິດນີ້738
ເດືອນນີ້469