ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ໄຂຂຶ້ນຢ່າງເປັນທາງການ

 

MOFaparty4-1 MOFaparty4-2

MOFaparty4-3 MOFaparty4-4

 

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 5 ພະຈິກ 2020, ທີ່ ສູນການຮ່ວມມື ແລະ ຝຶກອົບຮົມສາກົນ (ICTC), ນະຄອນຫຼວງ ວຽງຈັນ, ຊຶ່ງຈະໄດ້ດໍາເນີນໄປເປັນເວລາ 1 ວັນເຄິ່ງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະ ມົນຕີ ແຫ່ງ ສປປລາວ, ມີບັນດາແຂກທີ່ຖືກເຊີນຈາກກະຊວງ ແລະ ອົງການອ້ອມຂ້າງສູນກາງຈຳນວນໜຶ່ງ, ບັນດາສະຫາຍສະມາຊິກພັກອາວຸໂສບຳນານ, ບັນດາສະຫາຍຕາງໜ້າຈາກອົງການຈັດຕັ້ງມະຫາຊົນ ແລະ ບັນດາສະຫາຍຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 221 ສະຫາຍ, ຍິງ 58 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ-ພະນັກງານ ແລະ ນັກສຶກສາທັງໝົດ ທີ່ຂຶ້ນກັບກະຊວງການຕ່າງປະເທດ ຈໍານວນ 2.550 ສະຫາຍ ທັງພາຍໃນ ແລະ ຕ່າງປະເທດ.

ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຜ່ານບົດລາຍງານການເມືອງ ເພື່ອສະຫຼຸບຕີລາຄາຜົນຂອງ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ, ຊຶ່ງໄດ້ສະ ຫຼຸບຕີລາຄາວ່າ: ໃນໄລຍະ 5 ປີ ຜ່ານມາ ຄະນະພັກ-ຄະນະນໍາກະຊວງການຕ່າງປະເທດ ໄດ້ເດັດດ່ຽວເສີມຂະຫຍາຍ ມູນເຊື້ອປະຕິວັດ ແລະ ເຊີດຊູຄວາມຮັບຜິດຊອບໃນການນໍາເອົາແນວທາງນະໂຍບາຍ, ມະຕິຄໍາສັ່ງ ແລະ ການຊີ້ນໍາ ຂອງກົມການເມືອງສູນການພັກກໍ່ຄືມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ ມາຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ດ້ວຍຄວາມຮັບຜິດຊອບສູງ, ຊຶ່ງກະຊວງການຕ່າງປະເທດ ໄດ້ສືບຕໍ່ເຄື່ອນໄຫວ ວຽກງານຢູ່ໃນທ່າບຸກໂດຍຍຶດໝັ້ນຕາມແນວທາງນະໂຍບາຍການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນ ສະເໝີປາຍ; ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດແບບ ຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບ ບົນພື້ນຖານເຄົາລົບເອກະລາດ, ອໍານາດອະທິປະໄຕຂອງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ; ຕັ້ງໜ້າປະຕິບັດຄໍາຂວັນ ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກ ຮັກສາ ແລະ ພັດທະນາປະເທດຊາດ ແລະ ປະຕິບັດຕາມທິດນໍາເພີ່ມມິດ ຫຼຸດຜ່ອນສັດຕູ, ທັງຕໍ່ສູ້ທັງຍາດແຍ່ງ ເຮັດໃຫ້ການພົວພັນຮ່ວມມືສາກົນສືບຕໍ່ໄດ້ຮັບການເປີດກວ້າງ, ເພື່ອນມິດຂອງ ສປປ ລາວ ນັບມື້ນັບເພີ່ມຂຶ້ນ. ການ ເຄື່ອນໄຫວຢ່າງຕັ້ງໜ້າໃນວຽກງານການຕ່າງປະເທດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍສາມາດປະກອບສ່ວນເຂົ້າ ໃນການສ້າງສະພາບແວດລ້ອມພາຍນອກທີ່ເອື້ອອໍານວຍໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ຮັບປະກັນຄວາມໝັ້ນຄົງຂອງລະບອບ, ຮັກສາໄດ້ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ສາມາດຂົນຂວາຍຍາດແຍ່ງການຮ່ວມມື ແລະ ການຊ່ວຍເຫຼືອຈາກສາກົນເພື່ອປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ, ພ້ອມກັນນັ້ນ ກໍ່ເຮັດໃຫ້ບົດບາດ ຂອງ ສປປ ລາວ ນັບມື້ນັບສູງເດັ່ນຂຶ້ນຢູ່ໃນເວທີພາກພື້ນ ແລະ ສາກົນ.

ມາຮອດປັດຈຸບັນ ສປປ ລາວ ໄດ້ມີສາຍພົວພັນການທູດທັງໝົດກັບ 143 ປະເທດ, ທຽບໃສ່ປີ 2015 ແມ່ນ ເພີ່ມຂຶ້ນ 5 ປະເທດ, ມີສາຍພົວພັນກັບ 139 ພັກການເມືອງ ຈາກ 85 ປະເທດໃນໂລກ, ມີສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ ຕ່າງປະເທດ ຈໍານວນ 40 ແຫ່ງ, ແຈກຢາຍຢູ່ 27 ປະເທດ ໃນໂລກ, ໃນນັ້ນ ປະກອບມີສະ ຖານເອກອັກຄະລັດຖະທູດ 26 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ, ຫ້ອງ ການກົງສຸນ 1 ແຫ່ງ ແລະ ມີກົງສຸນກິດຕິມະສັກຂອງ ສປປ ລາວ ຢູ່ 17 ປະເທດ. ໃນ 5 ປີຜ່ານມາ ໄດ້ສ້າງຕັ້ງສະ ຖານກົງສຸນໃຫຍ່ເພີ່ມ 2 ແຫ່ງ ຄື: ຢູ່ ນະຄອນຊາງຊາ, ສປ ຈີນ ແລະ ແຂວງຊຽງແຕງ, ຣາຊະອານາຈັກ ກໍາປູເຈຍ. ມາ ຮອດປັດຈຸບັນ ມີສະຖານທູດຂອງຕ່າງປະເທດ ປະຈຳຢູ່ ສປປ ລາວ 28 ແຫ່ງ, ສະຖານກົງສຸນໃຫຍ່ 6 ແຫ່ງ, ອົງການ ຈັດຕັ້ງສາກົນທີ່ຂຶ້ນກັບລັດຖະບານ 18 ອົງການ ແລະ ມີກົງສຸນກິດຕິມະສັກ 18 ປະເທດ ປະຈໍາຢູ່ ສປປ ລາວ.

ອົງຄະນະພັກກະຊວງການຕ່າງປະເທດ ປະກອບດ້ວຍ 1 ຄະນະພັກຮາກຖານ ແລະ ມີ 57 ໜ່ວຍພັກເອ ກະລາດຂຶ້ນກັບ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ມີສະມາຊິກພັກພະນັກງານກະຊວງການຕ່າງປະເທດທັງໝົດ 785 ສະຫາຍ (ຍິງ 208 ສະຫາຍ) ກວມເອົາ 79% ຂອງຈໍານວນລັດຖະກອນຂອງກະຊວງທັງໝົດ. ນອກນີ້, ອົງຄະນະພັກກະຊວງການຕ່າງປະເທດ ຍັງໄດ້ຮັບຜິດຊອບຄຸ້ມຄອງສະມາຊິກພັກຈາກຂະແໜງການອື່ນທີ່ປະຕິບັດ ໜ້າທີ່ ຢູ່ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ ຕ່າງປະເທດ ຈໍານວນ 109 ສະຫາຍ, ຍິງ 11 ສະຫາຍ ແລະ ຄຸ້ມຄອງສະມາຊິກພັກ-ນັກສຶກສາລາວ ຢູ່ຕ່າງປະເທດ ທັງໝົດ 1.685 ສະຫາຍ, ຍິງ 314 ສະຫາຍ.

ຕະຫຼອດໄລຍະ 5 ປີຜ່ານມາ ຖັນແຖວພະນັກງານ-ລັດຖະກອນກະຊວງການຕ່າງປະເທດ ໄດ້ເຕີບໃຫຍ່ ຂະຫຍາຍຕົວທັງທາງດ້ານປະລິມານ ແລະ ຄຸນນະພາບ, ຊຶ່ງປະຈຸບັນມີພະນັກງານ-ລັດຖະກອນທັງໝົດ 933 ສະຫາຍ (ຍິງ 340 ສະຫາຍ) ໃນນັ້ນ ປະຈໍາການຢູ່ຕ່າງປະເທດ 269 ສະຫາຍ, ຍິງ 65 ສະຫາຍ.

ນອກນັ້ນ, ກອງປະຊຸມໃຫຍ່ຄັ້ງນີ້ ຍັງໄດ້ຮັບຮອງເອົາແຜນການເຄື່ອນໄຫວຊີ້ນຳໆພາໃນໄລຍະ 5 ປີ ຕໍ່ໜ້າ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງຈະໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານພັກກະຊວງການຕ່າງປະເທດຊຸດໃໝ່. ຫຼັງຈາກນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກ ສະຫາຍ ທອງລຸນ ສີສຸລິດ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປລາວ ຕື່ມອີກ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487081
ມື້ນີ້107
ມື້ວານ210
ອາທິດນີ້743
ເດືອນນີ້474