ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫລີ ເຂົ້າຢ້ຽມອຳລາ ແລະ ມອບຫຼຽນກາມິດຕະພາບ

20201103-m-korea1

20201103-m-korea2

20201103-m-korea3

   ໃນຕອນເຊົ້າຂອງວັນທີ 03 ພະຈິກ 2020 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຊິນ ຊອງ ຊຸນ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ .ເກົາຫລີ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ແລະ ຈະເດີນທາງກັບຄືນປະເທດຢ່າງຖາວອນໃນເດືອນພະຈິກ 2020 ນີ້.

ໃນໂອກາດນີ້, ທ່ານ ສະເຫຼີມ ໄຊກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍທ່ານຊິນຊອງຊຸນຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫຼອດໄລຍະເວລາ 2 ປີ 8 ເດືອນ ໂດຍສະເພາະ ແມ່ນການປະກອບສ່ວນຢ່າງຫ້າວຫັນເຂົ້າໃນການສົ່ງເສີມ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ໃນໄລຍະຜ່ານມາ. ພິເສດແມ່ນ ການສົ່ງເສີມການຮ່ວມມືທາງດ້ານການເມືອງ, ເສດຖະກິດ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ດ້ານຕ່າງໆໃຫ້ນັບມື້ນັບຂະຫຍາຍຕົວ ແລະ ເຂົ້າສູ່ລວງເລິກ.

ນອກຈາກນັ້ນ, ທ່ານຊິນຊອງຊຸນຍັງມີຜົນງານທີ່ພົ້ນເດັ່ນໃນການຂົນຂວາຍການຊ່ວຍເຫຼືອຈາກລັດຖະ ບານ ສ.ເກົາຫລີ ແກ່ ສປປ ລາວ ໃນດ້ານການເກັບກູ້ລະເບີດບໍ່ທັນແຕກ, ການສຶກສາ ແລະ ການຊ່ວຍເຫຼືອທຶນຮອນ ພ້ອມດ້ວຍອຸປະກອນການແພດແກ່ ສປປ ລາວ ເພື່ອຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງການຊ່ວຍເຫຼືອ ສປປ ລາວ ເພື່ອຮັບມືກັບໄພພິບັດທໍາມະຊາດ ເປັນຕົ້ນແມ່ນໄພພິບັດນໍ້າຖ້ວມຢູ່ແຂວງອັດຕະປືໃນປີ 2018 ແລະ ຢູ່ບັນດາແຂວງພາກກາງແລະ ພາກໃຕ້ຂອງສປປລາວໃນປີ 2019 ຜ່ານມາ. ພິເສດ,ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ຄົບຮອບ 25 ປີ ໃນປີ 2020 ນີ້, ທ່ານທູດ ໄດ້ຫ້າວຫັນໃນການຮ່ວມມືກັບຝ່າຍລາວ ຈັດກິດຈະກໍາຕ່າງໆ ລວມທັງ ການປາຖະກະຖາ ກ່ຽວກັບ ສາຍພົວພັນການທູດ ສປປ ລາວ ແລະ ສ.ເກົາຫລີ ແນ່ໃສ່ເພື່ອລະລຶກເຖິງວັນສໍາຄັນດັ່ງກ່າວ ແລະ ເປັນການເຜີຍແຜ່ສາຍພົວພັນອັນດີ ແລະ ການຮ່ວມມືທີ່ມີຜົນສໍາເລັດສູງລະຫວ່າງ ສອງປະເທດ ຕະຫຼອດ 25 ປີ ຜ່ານມາ ໃຫ້ແກ່ ພະນັກງານ, ນັກຮຽນຮູ້, ປັນຍາຊົນ ແລະ ປະຊາຊົນທັງສອງປະເທດໃຫ້ຮັບຮູ້ ແລະ ເຂົ້າໃຈ.

ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານ ສປປ ລາວ ມອບຫຼຽນກາມິດຕະພາບໃຫ້ແກ່ ທ່ານ ຊິນ ຊອງ ຊຸນ ເພື່ອເປັນການສັນລະເສີນ ແລະ ຈາລຶກຄຸນງາມຄວາມດີທີ່ທ່ານໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຄືດັ່ງທີ່ກ່າວມາຂ້າງເທິງຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

          ພ້ອມດຽວກັນນີ້, ທ່ານ ຊິນ ຊອງ ຊຸນ ກໍ່ໄດ້ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະກະຊວງການຕ່າງປະເທດ ທີ່ໄດ້ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງຕົນ ຢ່າງມີຜົນສໍາເລັດຢ່າງຈົບງາມ ແລະ ສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງລັດຖະບານ ແລະ ປະຊາຊົນລາວທີ່ໄດ້ມອບຫຼຽນກາມິດຕະພາບອັນມີກຽດ ໃຫ້ແກ່ທ່ານ ແລະ ຢືນຢັນຈະສືບຕໍ່ໃນການເປັນຂົວຕໍ່ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ສປປ ລາວ ແລະ   ສ.ເກົາຫລີ ໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487100
ມື້ນີ້126
ມື້ວານ210
ອາທິດນີ້762
ເດືອນນີ້493