ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທູດຕວັກກີ ຄົນໃໝ່ ປະຈຳ ລາວ

20201103-m-turkey1

20201103-m-turkey2

ໃນ​ວັນ​ທີ 3 ຕຸ​ລາ 2020 ທີ່ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານສະ​ເຫຼີມ​ໄຊ ກົມ​ມະ​ສິດ, ​ລັດ​ຖະ​ມົນຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຂ່ຳ​ນັບຂອງທ່ານ​ອໍ​ຣ​ຮັນ ອື​ຊຶກ (Mr. Orhan Isik), ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມແຫ່ງສາ​ທາ​ລະ​ນະ​ລັດຕວັກ​ກີ ຄົນ​ໃໝ່ປະ​ຈຳສປປລາວ.

          ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ​ລັດ​ຖະ​ມົນ​ຕີໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ ແລະຊົມ​ເຊີຍທ່ານ​ອໍ​ຣ​ຮັນ ອື​ຊຶກ ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ມາ​ດຳ​ລົງຕຳ​ແໜ່ງ​ເປັນເອກ​ອັກ​ຄະ​ລັດ​ຖະ​ທູດວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມແຫ່ງສາ​ທາ​ລະ​ນະ​ລັດຕວັກ​ກີ ​ ປະ​ຈຳສ​ປ​ປລາວ, ພ້ອມ​ທັງຕີ​ລາ​ຄາ​ສູງຕໍ່ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍລະ​ຫວ່າງສ​ປ​ປລາວແລະສ. ຕວັກ​ກີໃນ​ໄລ​ຍະ​​ຜ່ານ​ມາ ເຖິງ ປະ​ຈຸ​ບັນ. ພ້ອມ​ກັນ​ນັ້ນ, ​​ສະ​ເໜີ​ໃຫ້​ທ່ານ​ທູດ ສືບ​ຕໍ່ປະ​ກອບ​ສ່ວນຊຸກ​ຍູ້​ການພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ ລາວ-ຕວັກ​ກີ ໃຫ້ຂະ​ຫຍາຍ​ຕົວ​ ແລະ ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ ໃນ​ຕໍ່​ໜ້າ ໂດຍ​ສະ​ເພາະ​ການ​​ຮ່ວມ​ມື​ທາງ​ດ້ານການຄ້າ, ການລົງ​ທຶນ ແລະ ການ​ທ່ອງ​ທ່ຽວ, ຊຶ່ງ​ເປັນ​ທ່າ​ແຮງ​ສຳ​ຄັນຕໍ່ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄ​ົມ​ ຂອງ​ທັງ​ສອງ​ປະເທດ ເນື່ອງ​ຈາກ​ ສ​ປ​ປ ລາວ ແລະ ສ. ຕວັກ​ກີ ມີ​ທ່າ​ແຮງຫຼາຍ​ດ້ານ, ທັງ​ເປັນ​ປະ​ເທດ​ຂົວ​ຕໍ່​ເຊື່ອມ​ໂຍງ​ກັບ​ບັນ​ດາ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​. ນອກ​ຈາກ​ນັ້ນ, ທ່ານ​ລັດ​ຖະ​ມົນ​ຕີ ​ໄດ້ອວຍ​ພອນ​ໃຫ້ ທ່ານທູດ​ອໍ​ຣ​ຮັນ ອື​ຊຶກ ​ມີ​ພະ​ລາ​ນາ​ໄມ​ສົມບູນ, ມີຄວາມຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດອັນສູງ​ສົ່ງ​ຂອງ​ທ່ານຢູ່ສ​ປ​ປລາວ.

          ໃນ​ໂອ​ກາດ​ດຽວ​ກັນ​ນີ້, ທ່ານທູດ​ອໍ​ຣ​ຮັນອື​ຊຶກກໍໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ທ່ານ​ລັດ​ຖະ​ມົນ​ຕີທີ່​ໄດ້​​ໃຫ້ກຽດຕ້ອນ​ຮັບ​ທ່ານ​ທູດຢ່າ​ງ​ອົບ​ອຸ່ນໃນ​ຄັ້ງ​ນີ້ ແລະ ທັງໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າຈະພະ​ຍາຍາມ​ຢ່າງສຸດ​ຄວາມ​ສາ​ມາດເພື່ອຊຸກ​ຍູ້​ການພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍລາວ-ຕວັກ​ກີໃຫ້ສືບ​ຕໍ່​ໄດ້​ຂະ​ຫຍາຍ​ຕົວ​ຍິ່ງ​ໆຂຶ້ນໃນ​ຕໍ່​ໜ້າ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487004
ມື້ນີ້30
ມື້ວານ210
ອາທິດນີ້666
ເດືອນນີ້397