ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້້າຢ້ຽມຂໍ່ານັບຂອງ ຜູ້ອໍານວຍການທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ຄົນໃໝ່

20201103-m-adb

ໃນຕອນເຊົ້າວັນທີ 03 ພະຈິກ 2020, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ (Courtesy Calls)ຂອງ ທ່ານ ນາງ Sonomi Tanaka, ຜູ້ອໍານວຍການ ຫ້ອງການທະນາຄານພັດທະນາອາຊີ (ADB) ຜູ້ໃໝ່ ປະຈຳ ສປປ ລາວ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ທ່ານ ນາງ Sonomi Tanaka ທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ອໍານວຍການຫ້ອງການທະນາຄານພັດທະນາອາຊີ (ADB) ຜູ້ໃໝ່ ປະຈໍາ ສປປ ລາວ ພ້ອມທັງໄດ້ສະແດງຄວາມຂອບໃຈ ຕໍ່ ADB ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການຊ່ວຍເຫຼືອພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຫຼາຍຂະແໜງການ ຕະຫຼອດໄລຍະ 50 ກວ່າປີ ຜ່ານມາ ໂດຍສະເພາະ ການອະນຸມັດເງິນກູ້, ທຶນຊ່ວຍເຫຼືອລ້າ ແລະ ການຊ່ວຍເຫຼືອທາງດ້ານວິຊາການ ສໍາລັບ ພາກລັດ ໃນໄລຍະປີ 2019-2020 ຈໍານວນ 27 ໂຄງການ ລວມມີມູນຄ່າທັງໝົດປະມານ 900 ລ້ານໂດລາສະຫະລັດ ແລະ ເຊື່ອໝັ້ນວ່າ ADB ຍັງຈະສືບຕໍ່ປະກອບສ່ວນຊ່ວຍເຫຼືອ ສປປ ລາວ ເພື່ອໃຫ້ສາມາດບັນລຸເປົ້າໝາຍທີ່ວາງໄວ້ ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ທ້າຍສະໄໝ ແລະຍຸດທະສາດການເປັນຄູ່ຮ່ວມມືໃໝ່ ລະຫວ່າງ ສປປ ລາວ ແລະ ADB, ລວມທັງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດຮອດປີ 2030.

ໃນໂອກາດດຽວກັນນີ້, ທ່ານ ນາງ Sonomi Tanaka ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຢືນຢັນວ່າ ADB ຈະສືບຕໍ່ໃຫ້ການຮ່ວມມື ກັບ ລັດຖະບານ ສປປ ລາວ ເພື່ອຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ADB ແລະ ລັດຖະບານ ສປປ ລາວ, ໂດຍສະເພາະ ໃນໄລຍະທີ່ ທ່ານ ນາງ Sonomi ປະຕິບັດໜ້າທີ່ ຢູ່ ສປປ ລາວ ຈະໃຫ້ການຮ່ວມມືຢ່າງໃກ້ຊິດ ແລະ ສືບຕໍ່ໃຫ້ການສະຫນັບສະຫນູນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄືການຟື້ນຟູເສດຖະກິດໃນໄລຍະ ແລະ ຫລັງ ການແຜ່ລະບາດຂອງ ພະຍາດ COVID -19 ໃຫ້ມີປະສິດທິຜົນຕົວຈິງ.

ໃນຕອນທ້າຍ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວອວຍພອນ ທ່ານ ນາງ Sonomi Tanaka ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານໃໝ່ ແລະ ຫວັງຢ່າງຍິ່ງວ່າ ADB ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າຕື່ມອີກ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487087
ມື້ນີ້113
ມື້ວານ210
ອາທິດນີ້749
ເດືອນນີ້480