ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທູດອົດສະຕາລີ ປະຈຳລາວ ເຂົ້າຢ້ຽມອຳລາ ແລະ ມອບຫຼຽນກາມິດຕະພາບ

20201029-m-hup-em-a1

20201029-m-hup-em-a2

ໃນຕອນເຊົ້າ ຂອງວັນທີ 29 ຕຸລາ 2020 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ຊ໋ອງ ເບີນາດ ຄາຣາສໂກ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍທ່ານ ທ່ານ ຊ໋ອງ ເບີນາດ ຄາຣາສໂກ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫຼອດໄລຍະ 3 ປີ ຜ່ານມາ, ເຊິ່ງໄດ້ປະກອບ ສ່ວນອັນສໍາຄັນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ກໍຄື​ການພັດທະນາ​ເສດຖະກິດ​-ສັງຄົມ ຂອງ ສປປ ລາວ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ. ໃນນັ້ນ, ຜົນງານອັນພົ້ນເດັ່ນ ແມ່ນການປະກອບສ່ວນຊຸກຍູ້ການຊ່ວຍເຫຼືອທາງ​ການເພື່ອ​ການ​ພັດທະນາ (ຫຼື ODA) ຂອງອົດສະຕຣາລີ ແກ່ ສປປ ລາວ ສະເລ່ຍ 40-50 ລ້ານໂດລາອົດສະຕຣາລີ ໃນແຕ່ລະປີ, ລວມທັງການ​ຊ່ວຍ​ເຫຼືອ ແກ່ ສປປ ລາວ ໃນເຫດການຕ່າງໆ ເຊັ່ນ: ເຫດການໄພພິບັດນໍ້າຖ້ວມຢູ່ບັນດາແຂວງອັດຕະປື ໃນປີ 2018; ​ເຫດການ​ໄພ​ນໍ້າ​ຖ້ວມ​ແຂວງ​ພາກ​ກາງ ​ແລະ ພາກ​ໃຕ້ ​ໃນ​ປີ 2019 ​ແລະ ພິ​ເສດ​ແມ່ນການຊ່ວຍເຫຼືອລັດຖະບານ​ລາວ ​ໃນ​ການປ້ອງ​ກັນ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ການລະບາດ​ຂອງ​ພະຍາດ​ອັກ​ເສບ​ປອດ ຈາກ​ເຊື້ອ​ຈຸລະ​ໂລກສາຍ​ພັນ​ໃໝ່ ຫຼື ໂຄວິດ-19 ໃນມູນຄ່າ 4,8 ລ້ານໂດລາອົດສະຕຣາລີ ລວມທັງການປະກອບສ່ວນ ຊຸກຍູ້ ແລະ ອໍານວຍຄວາມສະດວກໃນການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງຂອງສອງປະເທດ.

ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທ່ານ ຊ໋ອງ ເບີນາດ ຄາຣາສໂກ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຈາລຶກຜົນງານຄວາມດີ ທີ່ທ່ານໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເສີມຂະຫຍາຍສາຍພົວພັັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ ແລະ ອົດສະຕຣາລີ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ຊ໋ອງ ເບີນາດ ຄາຣາສໂກ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນລາວ, ໂດຍສະເພາະກະຊວງການຕ່າງປະເທດລາວ ທີ່ໄດ້ອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວປະຕິບັດວຽກງານການທູດ ຂອງຕົນ ຢູ່ ສປປ ລາວ ​ໃຫ້ມີປະສິດທິຜົນ​ເປັນ​ຢ່າງ​ດີ.​ ທ່ານ ​ຍັງ​ໄດ້​ສະ​ແດງ​ຄວາມຮູ້ສຶກ​​ເປັນກຽດ​​ຢ່າງ​ສູງ ທີ່ ລັດຖະບານ ແລະ ປະຊາຊົນລາວ ມອບຫຼຽນກາມິດຕະພາບອັນ​ຊົງ​ກຽດ​ໃຫ້​ແກ່ຕົນ ແລະ ຢືນຢັນຈະສືບຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດ ອົດສະຕຣາລີ-ລາວ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ ໃນອະນາຄົດ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487041
ມື້ນີ້67
ມື້ວານ210
ອາທິດນີ້703
ເດືອນນີ້434