ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທູດສະຫະພາບເອີຣົບ (ອີຢູ) ຄົນໃໝ່ ປະຈຳ ລາວ

20201029-m-hup-EU-1

20201029-m-hup-EU-2

ໃນຕອນເຊົ້າຂອງວັນທີ 29 ຕຸລາ 2020, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ Ina MARCIULIONYTE, ເອກອັກຄະລັດຖະທູດສະຫະພາບເອີຣົບ (ອີຢູ) ຄົນໃໝ່ ປະຈຳ ສປປ ລາວ.

ໃນໂອກາດດ່ັງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານທູດທີ່ໄດ້ຖືກແຕ່ງຕັ້ງມາດຳລົງຕໍາແໜ່ງເປັນເອກອັກຄະລັດຖທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ອີຢູ    ນັບແຕ່ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນການທູດນຳກັນມາ ຕັ້ງແຕ່ວັນທີ 21.11.1975, ຊຶ່ງປີນີ້ກໍ່ວຽນຈົບຄົບຮອບ 45 ປີພໍດີ. ພ້ອມກັນນັ້ນ,​ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງອີຢູ ແກ່ລາວ ທີ່ສຸມໃສ່ຂະແໜງ​​ບຸລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະຜ່ານມາຮອດປັດຈຸບັນ ເປັນຕົ້ນແມ່ນການຊ່ວຍເຫຼືອໃນແຜນງານ Joint Programing ຂອງ ອີຢູ ແລະ ບັນດາປະເທດສະມາຊິກ, ຊຶ່ງມີມູນຄ່າທັງໝົດ 500 ລ້ານເອີໂຣ ເພື່ອຊ່ວຍພັດທະນາໃນວຽກງານການສຶກສາຂັ້ນພື້ນຖານ, ໂພຊະນາການ, ການຄໍ້າປະກັນດ້ານສະບຽງ ອາຫານ, ການປົກຄອງທີ່ດີ, ສິດທິມະນຸດ ແລະ ສ້າງລັດທີ່​ປົກ​ຄອງ​ດ້ວຍກົດໝາຍ, ​ວຽກການເກັບກູ້ລະເບີດບໍ່ທັນແຕກ (​UXO), ການພັດທະນາຂອງພາກເອກະຊົນ ແລະ ວຽກຂອງ​ອົງ​ການ CSO,ຊຶ່ງໄດ້ປະກອບສວ່ນຢ່າງສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມການພັດທະນາແຫ່ງຊາດ ຊຶ່ງອີງໃສ່ເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດຂອງລັດຖະບານ ສປປ ລາວ ແນໃສ່ນໍາເອົາປະເທດອອກຈາກກຸ່ມປະເທດດ້ອຍພັດທະນາ ກ້າວສູ່ການພັດທະນາແບບຍືນຍົງເທື່ອລະກ້າວ. ​

ພ້ອມດຽວກັນນີ້, ທ່ານລັດຖະມົນຕີຍັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ປປ ລາວ ສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງອີຢູ ທີ່ໄດ້ປະກອບສ່ວນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໄດ້ຮັບການພັດທະນາ ແລະ ປະສົບຜົນສຳເລັດເປັນຢ່າງດີ, ເຮັດໃຫ້ລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ. ຄຽງຄູ່ກັນນັ້ນ, ສອງ​ຝ່າຍ ​ຍັງໄດ້​ປຶກ​ສາ​ຫາ​ລື​ທິດ​ທາງ​ແຜນ​ການ​ຮ່ວມ​ມື​ ລາວ-ອີຢູ ໃນ​ຕໍ່​ໜ້າ,​ ໂດຍເລັ່ງໃສ່ບໍ່ພຽງແຕ່ດ້ານການສຶກສາ ແລະ ສາທາລະນະສຸກ,    ຫາກຍັງມີດ້ານການ​ລົງ​ທຶນ ແລະ ​ດ້ານ​ການ​ຄ້າຢູ່ ສ​ປ​ປ ລາວ ​ໃຫ້​ຫຼາຍ​ຂຶ້ນ ໃນ​ອະ​ນາ​ຄົດ ໂດຍສະເພາະແມ່ນການສົ່ງອອກກາເຟຂອງລາວ ແລະ ​ອາ​ຫານ​ແປ​ຮູບ ໄປ​ຍັງ​ຕະ​ຫຼາດ​ເອີ​ຣົ​ບ ກໍ່ຄືການຮ່ວມມື​​ດ້ານການຄ້າທາງອີເລັກໂທຣນິກ          (E-commerce)ກັບ ສປປ ລາວ.​ໃນຕອນທ້າຍຂອງການພົບປະ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ      ໄດ້ອວຍພອນໃຫ້ທ່ານທູດມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດອັນຈົບງານໃນການປະຕິບັດໜພາລະກິດອັນສູງສົ່ງຂອງຕົນໃນໄລຍະດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳສປປລາວ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487082
ມື້ນີ້108
ມື້ວານ210
ອາທິດນີ້744
ເດືອນນີ້475