ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ຈັດງານລະລຶກວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 75 ປີ

 

75UNcelebrate2 75UNcelebrate1

75UNcelebrate3 75UNcelebrate4

 

ຕອນແລງຂອງວັນທີ 26 ຕຸລາ 2020, ທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ຈັດ ງານລະລຶກວັນສ້າງຕັ້ງອົງການສະຫະປະຊາຊາດ (ສປຊ) ຄົບຮອບ 75 ປີ (24 ຕຸລາ 1945 - 24 ຕຸລາ 2020) ໂດຍການເປັນເຈົ້າພາບຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊັກເກນເນັສ (Ms. Sara Sekkenes), ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ. ເຂົ້າຮ່ວມງານດັ່ງກ່າວ, ມີການນໍາຂັ້ນສູງຈາກບັນດາກະຊວງ ແລະ ອົງການທຽບເທົ່າກະຊວງ, ມີບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາອົງການເຄື່ອຂ່າຍ ສປຊ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຫຼາຍກວ່າ 250 ທ່ານ.

ການສະເຫຼີມສະຫຼອງວັນສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ ໃນຄັ້ງນີ້ແມ່ນພໍດີກົງກັບ ຄົບຮອບ 65 ປີ ທີ່ ປະເທດລາວ ເຮົາເຂົ້າເປັນສະມາຊິກຂອງ ອົງການສະຫະປະຊາຊາດ (1955-2020), ເຊິ່ງໃນປີນີ້ອົງການ ສປຊ ໄດ້ສະເຫຼີມສະຫຼອງພາຍໃຕ້ຄໍາຂວັນ ອານາຄົດທີ່ພວກເຮົາຕ້ອງການ, ອົງການ ສປຊ ທີ່ພວກເຮົາປາດຖະໜາ: ຢັ້ງຢືນຄືນໃໝ່ເຖີງຄວາມໝາຍໝັ້ນລວມຂອງວົງຄະນະຍາດສາກົນຕໍ່ການຮ່ວມມືຫຼາຍຝ່າຍ (The Future we want, the United Nations we need: reaffirming our collective commitment to multilateralism).

ໃນພິທີດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊັກເກນເນັສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ໄດ້ຮ່ວມກັນ​​ເປີດພິທີ ແລະ ໃຫ້ກຽດຂື້ນກ່າວບົດປາໄສ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງອົງການຊ ໃນການເຮັດໜ້າທີ່ປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ສົ່ງເສີມການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງບັນດາປະຊາຊາດໃນທົ່ວໂລກ ເພື່ອພ້ອມກັນພັດທະນາຕາມທິດຍືນຍົງ, ພ້ອມທັງໄດ້ຕີລາຄາສູງຕໍ່ການຮ່ວມມມື ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນການຮ່ວມມືໃນຂົງເຂດວຽກງານຫຼຸດຜ່ອນຄວາມທຸກຍາກ, ການສຶກສາ, ສາທາລະນະສຸກ, ການສົ່ງເສີມບົດບາດຍິງ-ຊາຍ, ການແກ້ໄຂບັນດາລະເບີດຕົກຄ້າງບໍ່ທັນແຕກ, ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຢູ່ ສປປ ລາວ ແລະ ຂົງເຂດອື່ນໆ, ຊຶ່ງເຫັນວ່າມີຜົນສຳເລັດເປັນກ້າວໆ. ເຖິງຢ່າງໃດກໍຕາມ ຄຽງຄູ່ກັບຜົນສຳເລັດດ້ານຕ່າງໆ ກໍຍັງມີສິ່ງທ້າທາຍຫຼາຍ ເປັຕົ້ນແມ່ນການສະໜອງທຶນເພື່ອການພັດທະນາຂອງອົງການ ສທີ່ມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງ ແລະ ໃນປັດຈຸບັນສິ່ງທ້າທາຍໃໝ່ທີ່ເກີດຈາກການແຜ່ລະບາດຂອງພະຍາດ Covid-19 ໄດ້ຮຽກຮ້ອງໃຫ້ພວກເຮົາຕ້ອງໄດ້ເພີ່ມທະວີການຮ່ວມມືກັນໃນການຟື້ນຟູຜົນກະທົບທັງໄລຍະສັ້ນ ແລະ ໄລຍະຍາວ. ພ້ອມດຽວກັນນັ້ນ, ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນງານການຮ່ວມມືໃຫ້ສອດຄ່ອງກັບແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ່ IX ໃຫ້ໄດ້ຮັບຜົນຕາມຄາດໝາຍ, ສປປ ລາວ ແລະ ອົງການ ສປຊ  ຈະໄດ້ສືບຕໍ່ເພີ່ມທະວີການຮ່ວມມືໃຫ້ກ້າວສູ່ລວງເລິກ ໂດຍສະເພາະແມ່ນການຮ່ວມມືພາຍໃຕ້ຂອບການຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ 2017-2021 ເພື່ອຍົກລະດັບການຮ່ວມມືຂື້ນສູ່ລະດັບສູງ, ພ້ອມດຽວກັນ ກໍໄດ້ເສີມຂະຫຍາຍທ່າແຮງດ້ານຕ່າງໆລວມທັງກົນໄກການລະດົມທຶນຮອນ ເພື່ອໃຫ້ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຜ່ານຜ່າຜົນກະທົບຂອງໄພພິບັດ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ພວກເຮົາປະເຊີນໜ້າໃນປັດຈຸບັນ.

ຕະຫຼອດ 75 ປີທີ່ຜ່ານມາ, ອົງການ ສປຊ ໄດ້ເປັນແກນກາງ ແລະ ອົງກອນທີ່ສໍາຄັນໃນການແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວ, ເພີ່ມທະວີຄຸນຄ່າ ແລະ ໃຫ້ຄວາມສຳຄັນຕໍ່ກັບສິດທິມະນຸດ ແລະ ເສີມຂະຫຍາຍຄວາມສະເໜີພາບ

ລະຫວ່າງຍິງຊາຍ. ພ້ອມດຽວກັນນັ້ນ, ອົງການ ສປຊ ໄດ້ຢຶດໝັ້ນໃນການສ້າງການຮ່ວມມືລະຫວ່າງປະເທດ ແລະ ສົ່ງເສີມການຮ່ວມມືຫຼາຍຝ່າຍໄປພ້ອມກັບການຍົກສູງ ແລະ ຂັບເຄື່ອນວາລະການພັດທະນາທີ່ສຳຄັນຕ່າງໆຂອງສາກົນ. ໃນໄລຍະຜ່ານມາລັດຖະບານ ແລະ ອົງການ ສປຊ ໄດ້ມີການຮ່ວມມືກັນຕໍ່ສູ້ກັບການແກ້ໄຂຄວາມທຸກຍາກ ແລະ ການຂາດສານອາຫານ, ປັບປຸງອັດຕາການເຂົ້າໂຮງຮຽນຊັ້ນປະຖົມ ແລະ ຫຼຸດຜ່ອນອັດຕາການຕາຍຂອງເດັກອາຍຸຕໍ່າກວ່າ 5 ປີ. ພ້ອມດຽວກັນນັ້ນ, ຍັງສືບຕໍ່ເຮັດວຽກຮ່ວມກັນໃນບັນດາຂົງເຂດຍຸດທະສາດດ້ານການພັດທະນາເຊັ່ນ: ການປົກຄອງ, ສົ່ງເສີມການເຕີບໂຕແບບມີສ່ວນຮ່ວມ, ແກ້ໄຂບັນຫາລະເບີດຕົກຄ້າງບໍ່ທັນແຕກ, ຮັບປະກັນຊີວິດການເປັນຢູ່ ແລະ ການເຂົ້າເຖີງການບໍລິການພື້ນຖານສຳລັບທຸກຄົນ, ສ້າງຄວາມເຂັ້ມແຂງເພື່ອກຽມພ້ອມຮັບມື ແລະ ຕອບໂຕ້ຕໍ່ຜົນກະທົບດ້ານໄພພິບັດຂອງທຳມະຊາດ ແລະ ການພັດທະນາຊັບພະຍາກອນມະນຸດ.

ອົງການ ສປຊ ກັບ ສປປ ລາວ ໄດ້ມີການຮ່ວມມືທີ່ຍາວນານ ແລະ ອົງການ ສປຊ ແມ່ນຄູ່ຮ່ວມງານຫຼັກດ້ານການພັດທະນາຂອງລັດຖະບານ ທີ່ໄດ້ເຮັດວຽກຢ່າງຕັ້ງໜ້າໃນການຊຸກຍູ້ຂະແໜງການພັດທະນາດ້ານຕ່າງໆຢູ່ ສປປ ລາວ ເຊິ່ງໄດ້ຮັບຜົນສຳເລັດເປັນກ້າວໆມາ ໂດຍສະເພາະແມ່ນການປະກອບສ່ວນຊ່ວຍເຫຼືອລັດຖະບານ ໃນການຈັດຕັ້ງເປົ້າໝາຍສະຫັດສະວັດດ້ານການພັດທະນາ (MDGs) ໃນເມື່ອກ່ອນ ແລະ ໃນປັດຈຸບັນນີ້ແມ່ນໄດ້ສຸມໃສ່ຮ່ວມມືກັບລັດຖະບານໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເພື່ອໃຫ້ບັນລຸການພັດທະນາແບບຍືນຍົງ ຢູ່ ສປປ ລາວ ແລະ ແກ້ໄຂສິ່ງທ້າທາຍຕ່າງໆດ້ານການພັດທະນາ ໂດຍພາຍໃຕ້ຄຳຂວັນທີ່ວ່າ ພວກເຮົາຈະພ້ອມກັນກ້າວໄປ (Leaving No One Behind).

ໃນຕອນທ້າຍພິທີ ບັນດາທ່ານແຂກທີ່ເຂົ້າຮ່ວມໄດ້ພ້ອມກັນນັບຖອຍຫຼັງເພື່ອເປີດໄຟ 17 ສີທີ່ເປັນສັນຍາລັກຂອງເປົ້າໝາຍການພັດທະແບບຍືນຍົງ (SDGs) ສ່ອງໃສ່ປະຕູໄຊ ອີກດ້ວຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487077
ມື້ນີ້103
ມື້ວານ210
ອາທິດນີ້739
ເດືອນນີ້470