ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ງານລ້ຽງສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ - ສ. ເກົາຫລີ

20201023-Lao-korea

ໃນຕອນຄໍ່າຂອງວັນທີ 23 ຕຸລາ 2020, ທີ່ ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໄດ້ມີພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫລີ ຄົບຮອບ 25 ປີ ຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຊິນ ຊອງ ຊຸນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫລີ ປະຈໍາ ສປປ ລາວ. ພ້ອມນັ້ນ, ກໍຍັງມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ ແລະ ທູຕານຸທູດ ປະຈໍາ ສປປ ລາວ ຈໍານວນໜຶ່ງ ເຂົ້າຮ່ວມເພື່ອສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ.

ສປປ ລາວ ແລະ ສ.ເກົາຫລີ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 25 ຕຸລາ 1995, ເຊິ່ງນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນມາເປັນເວລາຫຼາຍກວ່າ 2 ທົດສະຫວັດເຄິ່ງ, ການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໄດ້ມີບາດກ້າວຂະຫຍາຍຕົວເປັນກ້າວໆ. ໃນພິທີທີ່ມີຄວາມໝາຍ ແລະ ຄວາມສໍາຄັນດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ຊິນ ຊອງ ຊຸນ ໄດ້ພັດປ່ຽນກັນກ່າວຊົມເຊີຍຜົນສໍາເລັດ ໃນການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ກໍຄື ແຜນການຮ່ວມມືໃນຕໍ່ໜ້າ ເພື່ອສືບຕໍ່ສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ​ ສອງປະເທດ ສປປ ລາວ ແລະ ສ.ເກົາຫລີ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກ.

ໃນໂອກາດນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການຮ່ວມມືທາງດ້ານການເມືອງ, ດ້ານເສດຖະກິດ, ການຄ້າ-ການລົງທຶນ, ຄວາມໝັ້ນຄົງ, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາພື້ນຖານໂຄງລ່າງ, ວັດທະນະທໍາ-ສັງຄົມ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ອື່ນໆ ທີ່ມີການຂະຫຍາຍຕົວສູງ ລວມທັງ ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ດ້ານອື່ນໆ ໃນເວທີພາກພື້ນ ແລະ ສາກົນ.ສອງຝ່າຍ ຍັງໄດ້ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ລະຫວ່າງ ການນໍາຂັ້ນສູງ ກໍຄື ຄະນະຜູ້ແທນໃນລະດັບຕ່າງໆຂອງສອງປະເທດ ຢ່າງເປັນປົກກະຕິ ນັບແຕ່ສູນກາງ ລົງຮອດທ້ອງຖິ່ນ, ເຊິ່ງໄດ້ປະກອບສ່ວນໃນການສົ່ງເສີມຄວາມເຂົ້າໃຈອັນດີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີຜົນສໍາເລັດສູງ ລະຫວ່າງ ສອງປະເທດ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມື ແລະ ຊ່ວຍເຫຼືອຂອງ ສ.ເກົາຫລີ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລຍະ, ຊຶ່ງພິເສດ ແມ່ນໂຄງການພັດທະນາຊົນນະບົດ (ແຊ່ມາອຶນ ອຸ່ນດົງ Saemaul Undong), ໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ການເກັບກູ້ລະເບີດບໍ່ທັນແຕກ ໃຫ້ແກ່ ສປປ ລາວ ລວມທັງ ການຊ່ວຍເຫຼືອ ສປປ ລາວ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນໄລຍະຜ່ານມາ. ໃນໂອກາດ​ດຽວ​ກັນນີ້, ສອງ​ຝ່າຍຍັງ​ໄດ້​ສະແດງ​ຄວາມຕັ້ງໃຈທີ່​ຈະ​ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນຊຸມປີຕໍ່ໜ້າ ເພື່ອສົ່ງ​ເສີມ​ ແລະ ຮັດ​ແໜ້ນ​ສາຍພົວພັນມິດຕະພາບ ແລະ ການ​ຮ່ວມ​ມື​ອັນດີງາມດັ່ງກ່າວ ​ໃຫ້​ເຕີບ​ໃຫຍ່ຂະຫຍາຍຕົວ​ຂຶ້ນສູ່ລະດັບໃໝ່​. ​ພິທີສະເຫລີມສະຫຼອງ​ໃນ​ຄັ້ງ​ນີ້ ໄດ້ດໍາເນີນໄປ​ດ້ວຍ​ບັນຍາ​ກາດ​ແຫ່ງ​ໄມຕີຈິດມິດຕະພາບ​ ແລະ ສ່ອງແສງໃຫ້ເຫັນເຖິງສາຍພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ຕະຫຼອດໄລຍະ 25 ປີ ຜ່ານມາ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487080
ມື້ນີ້106
ມື້ວານ210
ອາທິດນີ້742
ເດືອນນີ້473