ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາຂອງ ທ່ານ ລີໂອ ຟາເບີ (Leo FABER), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະພາບອີຣົບ (ອີຢູ) ປະຈຳ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍແລະຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍລະຫວ່າງ ລາວ-ອີຢູ ຕະຫຼອດໄລຍະຜ່ານມາ ຈົນເຖິງປະຈຸບັນປີ 2020 ເຊິ່ງເປັນປີຄົບຮອບວັນສ້າງຕັ້ງສາຍພົວພັນ ລາວ-ອີຢູ ຄົບຮອບ 45 ປີ. ພ້ອມກັນນັ້ນ, ກໍ່ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການເອົາໃຈໃສ່ປະກອບສ່ວນຢ່າງຫ້າວຫັນ ຂອງ ທ່ານທູດ ໃນການປະກອບສ່ວນຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບແລະການຮ່ວມມື ລາວ-ອີຢູ ຂະຫຍາຍຕົວແລະແຕກດອກອອກຜົນຍິ່ງຂຶ້ນຕະຫຼອດໄລຍະເວລາທີ່ ທ່ານທູດອີຢູ ຜູ້ທຳອິດປະຈຳ ສປປ ລາວ ທີ່ ນະຄອນຫຼວງວຽງຈັນ, ໂດຍສະເພາະແມ່ນ ໄດ້ປະກອບສ່ວນຊຸກຍູ້ໃຫ້ ອີຢູ ສືບຕໍ່ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ແກ່ ສປປ ລາວ ພາຍໃຕ້ແຜນງານJoint Programming ສຳລັບສົກປີ 2016-2020 ຊຶ່ງມີມູນຄ່າ 500 ລ້ານເອີໂຣ. ໂຄງການຊ່ວຍເຫຼືອດັ່ງກ່າວ ແມ່ນເລັ່ງໃສ່ຂະແໜງການບູລິມະສິດເຊັ່ນ: ການສຶກສາຂັ້ນພື້ນຖານ, ໂພຊະນາການ, ການຄໍ້າປະກັນດ້ານສະບຽງອາຫານ, ການປົກຄອງທີ່ດີ, ສິດທິມະນຸດ ແລະ ສ້າງລັດທີ່ປົກຄອງດ້ວຍກົດໝາຍ,ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ການພັດທະນາ ພາກເອກະຊົນ ແລະ ວຽກຂອງອົງການ CSO. ຄຽງຄູ່ກັນນັ້ນ, ກໍ່ສະແດງຄວາມຂອບໃຈ ອີຢູ ທີ່ໃຫ້ການຊ່ວຍເຫຼືອໃນຂອບຫຼາຍຝ່າຍ ໂດຍຜ່ານອົງການຈັດຕັ້ງສາກົນຕ່າງໆ, ຊຶ່ງປະຈຸບັນນີ້ ອີຢູ ກຳລັງພິຈາລະນາຈະໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການແກ້ໄຂສະພາບເສດຖະກິດ-ສັງຄົມ ພາຍຫຼັງທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19.
ໃນຕອນທ່ຽງຂອງວັນດຽວກັນ, ທ່ານລັດຖະມົນຕີກໍ່ໄດ້ໃຫ້ກຽດເປັນເຈົ້າພາບຈັດງານລ້ຽງອຳລາເພື່ອເປັນກຽດໃຫ້ແກ່ທ່ານທູດ ກ່ອນຈະເດີນທາງກັບຄືນປະເທດຢ່າງຖາວອນ.
ໃນໂອກາດດຽວກັນນີ້, ທ່ານລີໂອ ຟາເບີກໍ່ໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບຢ່າງອົບອຸ່ນ, ທັງເປັນເຈົ້າພາບຈັດງານລ້ຽງອຳລາໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອກໍ່ຄືອຳນວຍຄວາມສະດວກທຸກປະການ ເຮັດໃຫ້ການປະຕິບັດໜ້າທີ່ການທູດຂອງຕົນຢູ່ສປປລາວປະສົບຜົນສຳເລັດເປັນຢ່າງດີ ແລະ ຈະສືບຕໍ່ປະກອບສ່ວນຊ່ວຍຊຸກຍູ້ສາຍພົວພັນ ແລະ ການຮ່ວມມື ລາວ-ອີ ຢູໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໃນຕໍ່ໜ້າ.