ໃນຕອນເຊົ້າຂອງວັນທີ 6 ສິງຫາ 2019 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນປະທານໃນພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ ຄົບຮອບ 52 ປີ (8 ສິງຫາ 1967-8 ສິງຫາ 2019) ແລະ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ຄົບຮອບ 22 ປີ (23 ກໍລະກົດ 1997-23 ກໍລະກົດ 2019). ເຂົ້າຮ່ວມໃນພິທີສຳຄັນຄັ້ງນີ້ ມີບັນດາລັດຖະມົນຕີທັງສາມເສົາຄໍ້າປະຊາຄົມອາຊຽນ, ບັນດາຮອງລັດຖະມົນຕີ, ເອກອັກຄະລັດຖະທູດປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາອາຊຽນ ປະຈຳ ສປປ ລາວ, ຕາງໜ້າຈາກອົງການຈັດຕັ້ງສາກົນ, ຄະນະກົມ ແລະ ພະນັກງານລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີສະເຫຼີມສະຫຼອງນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຢໍ້າເຖິງຜົນສຳເລັດຂອງອາຊຽນໃນໄລຍະ 52 ປີຜ່ານມາ ໂດຍສະເພາະໃນປີ 2015 ໄດ້ປະກາດສ້າງຕັ້ງປະຊາຄົມອາຊຽນ, ເຊິ່ງປະກອບດ້ວຍສາມເສົາຄໍ້າ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ສັງຄົມ-ວັດທະນາທຳ ອັນໄດ້ປະກອບສ່ວນສຳຄັນ ເຂົ້າໃນການສ້າງສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນ ໃນພາກພື້ນ ແລະ ໃນໂລກ. ຜົນສຳເລັດອັນໜຶ່ງ ແມ່ນອາຊຽນ ໃນນາມເປັນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານ ໄດ້ສືບຕໍ່ຮັດແໜ້ນການພົວພັນຮ່ວມມືລະຫວ່າງປະເທດສະມາຊິກອາຊຽນ ດ້ວຍກັນ ກໍ່ຄືການຮ່ວມມືກັບພາຍນອກບົນພື້ນຖານຫຼັກການທີ່ໄດ້ກຳນົດໄວ້ໃນກົດບັດອາຊຽນ, ສົນທິສັນຍາໄມຕີຈິດ ແລະ ການຮ່ວມມື ແລະ ບັນດາກົນໄກທີ່ອາຊຽນເປັນຜູ້ສ້າງຂື້ນເຊັ່ນ: ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ການບໍ່ແຊກແຊງເຂົ້າໃນວຽກງານພາຍໃນຂອງກັນ ແລະ ກັນ, ແກ້ໄຂບັນຫາໂດຍສັນຕິວິທີ, ຫຼັກການຄວາມເປັນເອກະສັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ອີງໃສ່ຄວາມຫຼາກຫຼາຍຂອງປະເທດສະມາຊິກ ທີ່ເອີ້ນວ່າ ວິຖີທາງຂອງອາຊຽນ (ASEAN Way).
ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ແຈ້ງຜົນສໍາເລັດຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 52 ໃນອາທິດຜ່ານມາ ທີ່ບາງກອກ ປະເທດ ໄທ ພາຍໃຕ້ຄຳຂັວນ “ຮ່ວມແຮງຮ່ວມໃຈ ກ້າວໄກຍືນຍົງ”, ຊຶ່ງເຫັນວ່າໃນໄລຍະໜຶ່ງປີຜ່ານມາ, ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມ, ມາດຕະການ ແລະ ກິດຈະກຳຮ່ວມມືໃນ ຂະແໜງຕ່າງໆທັງ 3 ເສົາຄ້ຳ ແມ່ນໄດ້ຮັບຜົນສຳເລັດຫຼາຍປະການ; ພິເສດ, ຕະຫລອດໄລຍະ 22 ປີ ທີ່ ສປປ ລາວໄດ້ເຂົ້າເປັນສະມາຊິກອາຊຽນ, ສປປ ລາວ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການລວມຂອງອາຊຽນ ອັນໄດ້ເຮັດໃຫ້ບົດບາດ ຂອງ ສປປ ລາວ ໃນພາກພື້ນ ແລະ ສາກົນ ນັບມື້ພົ້ນເດັ່ນຂຶ້ນ. ພ້ອມກັນນັ້ນ, ເຂດການຄ້າເສລີ ແລະ ການລົງທຶນ ອາຊຽນ ແລະ ອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເຮັດການຄ້າ ແລະ ການລົງທຶນຢູ່ປະເທດເຮົາໃຫ້ມີການຂະຫຍາຍຕົວໃນຈັງຫວະສູງຂຶ້ນຢ່າງຕໍ່ເນື່ອງ.
ອາຊຽນ, ໃນປັດຈຸບັນ, ເປັນໜຶ່ງໃນອົງການຈັດຕັ້ງພາກພື້ນທີ່ປະສົບຜົນສໍາເລັດທີ່ສຸດໃນໂລກທີ່ມີການເປີດກວ້າງສູ່ພາຍນອກ ແລະ ມີບົດບາດສຳຄັນໃນໂຄງສ້າງພາກພື້ນທີ່ເປີດກວ້າງ ແລະ ກວມລວມ ໂດຍມີອາຊຽນເປັນໃຈກາງ. ສປປ ລາວ ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນຄອບຄົວອາຊຽນ ແລະ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາກໍ່ຄືຄູ່ຮ່ວມມືພາຍນອກອາຊຽນ ທີ່ໄດ້ເຮັດໃຫ້ ສປປ ລາວ ສາມາດປະຕິບັດຕາມຄວາມໝາຍໝັ້ນຂອງຕົນໃນຖານະເປັນປະເທດສະມາຊິກຕະຫຼອດໄລຍະ 2 ທົດສະວັດຜ່ານມາ ໄດ້ຢ່າງເຕັມສ່ວນ, ມີປະສິດທິພາບສູງ ແລະ ນໍາເອົາຜົນປະໂຫຍດສູງສຸດມາສູ່ ສປປ ລາວ.