ໃນວັນທີ 2 ສິງຫາ 2019, ທີ່ ບາງກອກ, ປະເທດ ໄທ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 20 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 9 ແລະ ກອງປະຊູມເວທີປືກສາຫາລືພາກພື້ນອາຊຽນ ຫຼື ອີເອເອັຟ ຄັ້ງທີ່ 26.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 20 ໄດ້ທົບທວນຄືນການຮ່ວມມື ໃນໄລຍະໜຶ່ງປີຜ່ານມາ ແລະ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນປະຕິບັດງານອາຊຽນ ບວກສາມ 2018-2020 ໃນຂົງເຂດຕ່າງໆ ໂດຍສະເພາະໃນຂົງເຂດກະສິກໍາ ແລະ ປ່າໄມ້, ການພັດທະນາວິສະຫະກິດຂະໜາດນ້ອຍ ແລະ ກາງ, ການແລກປ່ຽນວັດທະນະທໍາ, ການເຊື່ອມຈອດ ແລະ ຂໍ້ລິເລີ່ມວ່າດ້ວຍການເຊື່ອມໂຍງອາຊຽນ. ບັນດາປະເທດອາຊຽນບວກສາມ ໄດ້ສືບຕໍ່ຢໍ້າຄວາມໝາຍໝັ້ນໃນການສົ່ງເສີມການຮ່ວມມືຫຼາຍຝ່າຍ ແລະ ລະບົບການຄ້າສາກົນແບບເປີດກວ້າງ, ທ່ຽງທໍາ ແລະ ເລັ່ງລັດການເຈລະຈາສັນຍາການເປັນຄູ່ຮ່ວມເສດຖະກິດແບບຮອບດ້ານ ລະດັບພາກພື້ນ (RCEP) ໃຫ້ສໍາເລັດໃນທ້າຍປີ 2019. ພ້ອມນີ້, ກອງປະຊຸມຍັງໄດ້ກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 22 ທີ່ ຈະຈັດຂຶ້ນໃນເດືອນພະຈິກ 2019 ທີ່ ບາງກອກ, ປະເທດໄທ ໂດຍສະເພາະຄວາມຄືບໜ້າໃນການຮ່າງຖະແຫລງການຜູ້ນໍາອາຊຽນບວກສາມ ວ່າດ້ວຍການເຊື່ອມສານບັນດາຂໍ້ລິເລີ່ມການເຊື່ອມຈອດໃນພາກພື້ນ ທີ່ຈະຮັບຮອງໃນກອງປະຊຸມສຸດຍອດດັ່ງກ່າວ. ນອກນີ້, ກອງປະຊຸມ ໄດ້ຮັບຊາບຂໍ້ລິເລີ່ມ ຂອງ ໄທ ໃນການສ້າງຕັ້ງສູນອາຊຽນຜູ້ສູງອາຍູ (active aging) ແລະ ຮັບຮອງເອົາປີ 2019 ເປັນປີນະວັດຕະກໍາ. ກອງປະຊຸມ ໄດ້ເຫັນດີເພີ່ມທະວີການຮ່ວມມືໃນດ້ານຕ່າງໆນໍາກັນ ເຊັ່ນ: ການຮ່ວມມືດ້ານການຄ້າ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການພັດທະນາເສດຖະກິດດີຈີຕອນ ແລະ ຕົວເມືອງອັດສະລິຍະ, ການເຊື່ອມຈອດ, ການຄຸ້ມຄອງໄພພິບັດ, ການພັດທະນາແບບຍືນຍົງ ແລະ ການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ແລະ ອື່ນໆ. ກອງປະຊຸມຄັ້ງນີ້ຍັງໄດ້ເຫັນດີນໍາກັນໃນການສ້າງເວັບໄຊອາຊຽນບວກສາມ ແນໃສ່ສົ່ງເສີມຄວາມຮັບຮູ້ ກ່ຽວກັບ ການຮ່ວມມືໃນຂອບອາຊຽນບວກສາມໃຫ້ກວ້າງຂວາງ ແລະ ພີທີເປີດຕົວເວັບໄຊຈະມີຂື້ນໃນກອງປະຊຸມສຸດຍອດ ໃນທ້າຍປີນີ້. ພິເສດ, ກອງປະຊຸມຄັ້ງນີ້ຍັງໄດ້ເຫັນດີຈະອອກແຮງຮ່ວມກັນເພື່ອສາມາດບັນລູໄດ້ເປົ້າໝາຍສູດທ້າຍຂອງກອບການຮ່ວມມືອາຊຽນບວກສາມຄືການກ້າວໄປສູ່ການສ້າງປະຊາຄົມອາຊີຕະເວັນອອກໂດຍມີອາຊຽນເປັນແກນກາງ.
ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 9 ໄດ້ຢໍ້າຄືນບົດບາດສຳຄັນຂອງຂອບການຮ່ວມມືກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ໃນການເປັນເວທີປຶກສາຫາລືລະດັບຜູ້ນໍາ ກ່ຽວກັບ ບັນຫາຍຸດທະສາດ, ການເມືອງ, ເສດຖະກິດ, ແລະ ຄວາມສົມບູນພູນສຸກ ໃນພາກພື້ນອາຊີຕາເວັນອອກ. ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນປະຕິບັດງານການຮ່ວມມືໃນຂອບ EAS 2018-2022 ໃນໄລຍະ 1 ປີຜ່ານມາ ໂດຍສະເພາະຂົງເຂດ : ສິ່ງແວດລ້ອມ ແລະ ພະລັງງານ, ການສຶກສາ, ການເງິນ, ສາທາລະນະສຸກ ແລະ ການຕ້ານພະຍາດລະບາດ, ການຄຸ້ມຄອງໄພພິບັດ, ການເຊື່ອມຈອດອາຊຽນ, ເສດຖະກິດ ແລະ ການຄ້າ, ຄວາມໝັ້ນຄົງດ້ານສະບຽງອາຫານ, ແລະ ການຮ່ວມມືທາງທະເລ ແລະ ໄດ້ຊຸກຍູ້ໃຫ້ສືບຕໍ່ການຈັດຕັ້ງປະຕິບັດແຜ່ນປະຕິບັດງານດັ່ງກ່າວລວມທັງຮ່ວມມືກັນເພື່ອຮັບມືກັບບັນຫາສິ່ງທ້າທາຍຕ່າງໆ. ພ້ອມນີ້, ຍັງໄດ້ສະແດງຄວາມຍິນດີຕໍ່ການຮັບຮອງເອົາ ເອກະສານແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊີຟິກ ໂດຍຜູ້ນໍາອາຊຽນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ຊຶ່ງເອກະສານດັ່ງກ່າວ ໄດ້ສ້າງຂຶ້ນບົນພື້ນຖານຫຼັກການສໍາຄັນຕ່າງໆຂອງອາຊຽນ ແລະ ໄດ້ກໍານົດເອົາ 4 ຂົງເຂດຫຼັກເພື່ອການຮ່ວມມືຢູ່ພາກພື້ນອິນໂດ-ປາຊີຟິກ ຄື: ການເຊື່ອມຈອດ, ການພັດທະນາແບບຍືນຍົງ, ການຮ່ວມມືດ້ານເສດຖະກິດ ແລະ ການຮ່ວມມືທາງທະເລ ແລະ ໄດ້ສົ່ງເສີມໃຫ້ບັນດາປະເທດຄູ່ເຈລະຈາໃຫ້ການສະໜັບສະໜູນໃນການຈັດຕັ້ງປະຕິບັດ ເອກະສານແນວຄວາມດັ່ງກ່າວ.ນອກຈາກນີ້, ກອງປະຊຸມ ຍັງໄດ້ກະກຽມໃຫ້ແກ່ ກອງປະຊຸມສຸດຍອດ EAS ຄັ້ງທີ 14 ທີ່ຈະມີຂື້ນໃນທ້າຍປີນີ້ທີ່ ປະເທດໄທ ໂດຍສະເພາະການຮ່າງ ສາມ ຖະແຫຼງການຂອງຜູ້ນຳ EAS : ການຮ່ວມມື ໃນການຕ້ານອາຊະຍາກໍາຂ້າມຊາດ,ການຕ້ານການຄ້າຢາເສບຕິດຜິດກົດໝາຍແລະການເປັນຄູ່ຮ່ວມເພື່ອການພັດທະນາແບບຍືນຍົງ.ພິເສດ,ໃນກອງປະຊຸມນີ້ ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ກອງປະຊຸມລັດຖະມົນຕີເວທີປຶກສາຫາລືອາຊຽນ ຄັ້ງທີ 26 (26th ARF) ໃນຕອນບ່າຍຂອງວັນດຽວກັນ,ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ, ໄດ້ສືບຕໍ່ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີເວທີປຶກສາຫາລືອາຊຽນ ຄັ້ງທີ 26 (26th ARF)ແບບຄົບຄະນະ ແລະ ແບບວົງແຄບ.
ກອງປະຊຸມລັດຖະມົນຕີເວທີພາກພື້ນອາຊຽນແບບຄົບຄະນະ ຄັ້ງທີ 26 ນີ້ໄດ້ຕີລາຄາສູງຜົນການຈັດຕັ້ງປະຕິບັດການຮ່ວມມືຂອງ ເອອາເອັຟ ໃນໜຶ່ງປີຜ່ານມາ ແລະ ໄດ້ຮັບຮອງເອົາບັນດາກິດຈະກໍາ ສຳລັບປີ 2019-2020. ພ້ອມກັນນີ້, ກອງປະຊຸມ ຍັງໄດ້ເຫັນດີຮັບຮອງເອົາ 4 ເອກະສານຄື: 1. ແຜນວຽກຂອງເວທີພາກພື້ນອາຊຽນ ກ່ຽວກັບການຕ້ານການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ ສຳລັບປີ 2019-2021; 2. ຖະແຫຼງການຮ່ວມກ່ຽວກັບການສົ່ງເສີມແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງໃນເວທີພາກພຶ້ນອາຊຽນ; 3. ຖະແຫຼງການ ເອອາເອັຟ ວ່າດ້ວຍການເປັນຄູ່ຮ່ວມດ້ານການບິນ; ແລະ 4. ຖະແຫຼງການ ເອອາເອັຟ ວ່າດ້ວຍ ການປົກປ້ອງ ແລະ ສະກັດກັ້ນລັດທິຫົວຮຸນແຮງ. ນອກນັ້ນ, ກໍ່ໄດ້ອອກຖະແຫຼງການປະທານຂອງກອງປະຊຸມລັດຖະມົນຕີເວທີພາກພື້ນອາຊຽນ ຄັ້ງທີ 26.
ສ່ວນກອງປະຊຸມລັດຖະມົນຕີເວທີປຶກສາຫາລືອາຊຽນແບບວົງແຄບ, ບັນດາລັດຖະມົນຕີໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ກ່ຽວກັບ ບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ເປັນຕົ້ນ: ບັນຫາຕ້ານລັດທິຫົວຮຸນແຮງ, ບັນຫາຕະເວັນອອກກາງ, ແຫລມເກົາຫລີ, ທະເລຈີນໃຕ້, ບັນຫາການປ່ຽນແປງດິນຟ້າອາກາດ, ບັນຫາຜົນກະທົບຈາກສົງຄາມການຄ້າ ຈີນ-ສະຫະລັດ, ບັນຫາຄວາມໝັ້ນຄົງງທາງຄອມພິວເຕີ ແລະ ອື່ນໆ.