ໃນວັນທີ 1 ສິງຫາ2019 ທີ່ ບາງກອກ, ປະເທດໄທ, ທ່ານສະເຫຼີມໄຊກົມມະສິດ, ລັດຖະມົນຕີຕ່າງປະເທດໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນກັບ ບັນດາປະເທດຄູ່ເຈລະຈາ ຊຶ່ງລວມມີ: ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ, ອາຊຽນ-ຍີ່ປຸ່ນ,ອາຊຽນ-ອິນເດຍ, ອາຊຽນ-ການາດາ, ອາຊຽນ-ສະຫະລັດ ອາເມລິກາ, ອາຊຽນ-ອີຢູ ແລະ ອາຊຽນ-ສ. ເກົາຫລີ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ໄດ້ສະແດງຄວາມຍິນດີຕໍ່ຜົນສໍາເລັດການຈັດຕັ້ງປະຕິບັດ ແຜນປະຕິບັດງານ ອາຊຽນ-ອົດສະຕຣາລີ ໄລຍະປີ 2015-2019 ໂດຍສະເພາະ ໄດ້ຮັບຊາບຄວາມຄືບໜ້າຂອງການຜັນຂະຫຍາຍບັນດາຂໍ້ລິເລີ່ມ ທີ່ຮັບຮອງເອົາໃນກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ສະໄໝພິເສດ ທີ່ ອົດສະ ຕຣາລີ ຜ່ານມາ. ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາແຜນປະຕິບັດງານອາຊຽນ-ອົດສະຕຣາລີ ສະບັບໃໝ່ສໍາລັບໄລຍະ 5 ປີຕໍ່ໜ້າ (2020-2024), ໄດ້ເປັນສັກຂີພິຍານໃນພິທີເປີດ ຂໍ້ລິເລີ່ມວ່າດ້ວຍການຕ້ານການຄ້າມະນຸດ ອາຊຽນ-ອົດສະຕຣາລີ ແນໃສ່ຮັດແໜ້ນການຮ່ວມມືດ້ານການຕ້ານການຄ້າມະນຸດ ໂດຍສະເພາະ ໃນຂົງເຂດລະບົບຍຸຕິທໍາ, ການນໍາເອົາຜູ້ກະທໍາຜິດມາລົງໂທດ ແລະ ການປົກປ້ອງສິດທິຂອງຜູ້ເຄາະຮ້າຍ ແລະ ໄດ້ສະແດງຄວາມຍິນດີຕໍ່ໂອກາດຄົບຮອບ 45 ປີ ແຫ່ງການພົວພັນອາຊຽນ-ອົດສະຕຣາລີ ໃນປີ 2019 ແລະ ຢໍ້າຄືນຄວາມໝາຍໝັ້ນຂອງທັງສອງຝ່າຍເພື່ອສືບຕໍ່ຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດ ໃນຕໍ່ໜ້າ. ພ້ອມນີ້, ກອງປະຊຸມ ຍັງໄດ້ສະແດງຄວາມຂອບໃຈຕໍ່ອົດສະຕຣາລີ ທີ່ໄດ້ຕໍ່ໄລຍະເວລາ ຂອງໂຄງການສະໜັບສະໜູນການຮ່ວມມືດ້ານເສດຖະກິດ ພາຍໃຕ້ສັນຍາເຂດການຄ້າເສລີອາຊຽນ-ອົດສະຕຣາລີ-ນິວຊີແລນ ຮອດທ້າຍປີ 2019ແລະໂຄງການຮ່ວມມືເພື່ອການພັດທະນາອາຊຽນ-ອົດສະຕຣາລີໄລຍະII ຮອດທ້າຍປີ 2021. ພິເສດ, ກອງປະຊຸມ ໄດ້ຮັບຊາບຂໍ້ສະເໜີຂອງອົດສະຕຣາລີ ເພື່ອຈັດກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ແບບປະຈໍາປີ ແລະ ສະເໜີໃຫ້ສືບຕໍ່ປຶກສາຫາລືກັນ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຍີ່ປຸ່ນ ໄດ້ຢໍ້າຄືນຄວາມໝາຍໝັ້ນຂອງທັງສອງຝ່າຍ ໃນການຮັດ ແໜ້ນການເປັນຄູ່ຮ່ວມຍຸດທະສາດອາຊຽນ-ຍີ່ປຸ່ນ ໃນຕໍ່ໜ້າ ແລະ ການເພີ່ມທະວີການຮ່ວມມື ໂດຍຜ່ານການຈັດຕັ້ງປະຕິບັດ ແຜນງານສະບັບປຸງ ເພື່ອຈັດຕັ້ງປະຕິບັດຖະແຫຼງການວິໄສທັດ ວ່າດ້ວຍມິດຕະພາບ ແລະ ການຮ່ວມມືອາຊຽນ-ຍີ່ປຸ່ນ ທີ່ໄດ້ຮັບຮອງໃນປີ 2013 ກໍຄື ການຜັນຂະຫຍາຍຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນຄັ້ງທີ 21 ເພື່ອສະເຫຼີມສະຫຼອງຄົບຮອບ 45 ປີ ແຫ່ງການພົວພັນອາຊຽນ-ຍີ່ປຸ່ນ ໃນປີ 2018. ກອງປະຊຸມ ໄດ້ສະແດງຄວາມຍິນດີ ຕໍ່ການລົງນາມໃນສັນຍາການຮ່ວມມືດ້ານວິຊາການລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໃນເດືອນ ພຶດສະພາ 2019 ເພື່ອເປັນບ່ອນອີງສໍາລັບການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືດ້ານການພັດທະນາ ໃນບັນດາປະເທດສະມາຊິກອາຊຽນ ໂດຍການນຳໃຊ້ກອງທຶນການເຊື່ອມໂຍງອາຊຽນ-ຍີ່ປຸ່ນ(JAIF). ກອງປະຊຸມ ໄດ້ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການຕ້ານອາຊະຍາກໍາຂ້າມຊາດ ແລະ ຄວາມໝັ້ນຄົງທາງຄອງພິວເຕີ ລວມທັງການຈັດຕັ້ງປະຕິບັດແຜນວຽກອາຊຽນ-ຍີ່ປຸ່ນ ສະບັບໃໝ່ ເພື່ອການຮ່ວມມືໃນການຕ້ານການກໍ່ການຮ້າຍ ແລະ ອາຊະຍາກໍາຂ້າມຊາດ ສໍາລັບປີ 2018-2022 ແລະ ສູນສ້າງຂີດຄວາມສາມາດດ້ານຄວາມໝັ້ນຄົງທາງຄອມພິວເຕີອາຊຽນ-ຍີ່ປຸ່ນ ທີ່ໄດ້ສ້າງຕັ້ງຂຶ້ນ ໃນປີ 2018 ທີ່ ປະເທດໄທ. ທັງສອງຝ່າຍ ໄດ້ຊຸກຍູ້ໃຫ້ເລັ່ງລັດການໃຫ້ສັດຕະຍາບັນແກ່ອະນຸສັນຍາ ສະບັບທໍາອິດ ເພື່ອປັບປຸງສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານອາຊຽນ-ຍີ່ປຸ່ນ. ໃນໂອກາດນີ້, ກອງປະຊຸມ ໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ແລະ ຍັງໄດ້ຮັບຊາບຄວາມຄືບໜ້າການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 22 ໃນເດືອນພະຈິກ 2019 ທີ່ ປະເທດໄທ ໂດຍສະເພາະການຮ່າງເອກະສານຜົນຂອງກອງປະຊຸມສຸດຍອດດັ່ງກ່າວ ຄື: ຖະແຫຼງການຮ່ວມອາຊຽນ-ຍີ່ປຸ່ນ ວ່າດ້ວຍ ການເຊື່ອມຈອດ.
ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອິນເດຍໄດ້ຕີລາຄາສູງຕໍ່ຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນປະຕິບັດງານອາຊຽນ-ອິນເດຍ 2016-2020 ແລະ ການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດສະເຫຼີມສະຫຼອງ ຄົບຮອບ 25 ປີ ແຫ່ງການພົວພັນອາຊຽນ-ອິນເດຍ ປີ 2018. ກອງປະຊຸມຄັ້ງນີ້, ໄດ້ເຫັນດີໃຫ້ມີການເລີ່ມຮ່າງ ແຜນປະຕິບັດງານອາຊຽນ-ອິນເດຍ ສະບັບໃໝ່ ສໍາລັບປີ 2021-2025, ໄດ້ຊົມເຊີຍຕໍ່ຂໍ້ສະເໜີຂອງ ອິນເດຍ ໃນການປະກາດປີ 2019 ເປັນປີການຮ່ວມມືດ້ານການທ່ອງທ່ຽວອາຊຽນ-ອິນເດຍ, ເຫັນດີໃຫ້ສອງຝ່າຍເພີ່ມທະວີຄວາມພະຍາຍາມບັນລຸເປົ້າໝາຍການຄ້າສອງຝ່າຍ 200 ຕື້ໂດລາສະຫະລັດ ພາຍໃນປີ 2022 ລວມທັງການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ອິນເດຍ ໃຫ້ມີປະສິດທິພາບ ກວ່າເກົ່າ. ນອນຈາກນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ການເພີ່ມທະວີການຮ່ວມມືດ້ານການເຊື່ອມຈອດ ໂດຍສະເພາະ ການເຊື່ອມຈອດດ້ານດີຈີຕອນ ແລະ ການກໍ່ສ້າງທາງດ່ວນອິນເດຍ-ມຽນມາ-ໄທ ແລະ ການຂະຫຍາຍເສັ້ນທາງດັ່ງກ່າວ ໄປສູ່ ກໍາປູເຈຍ, ສປປ ລາວ ແລະ ຫວຽດນາມ ກໍຄື ການເລັ່ງລັດການເຈລະຈາສັນຍາການຂົນສົ່ງທາງອາກາດອາຊຽນ-ອິນເດຍ ແລະ ສັນຍາການຂົນສົ່ງທາງທະເລອາຊຽນ-ອິນເດຍ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ການາດາໄດ້ສະແດງຄວາມເພີ່ງພໍໃຈຕໍ່ຄວາມຄືບໜ້າໃນການການຈັດຕັ້ງປະຕິບັດ ແຜນປະຕິບັດງານອາຊຽນ-ການາດາ 2016-2020 ແລະ ໄດ້ເຫັນດີໃຫ້ມີການເລີ່ມຮ່າງແຜນປະຕິບັດງານອາຊຽນ-ການາດາ ສະບັບໃຫມ່ ສໍາລັບປີ 2021-2025. ກອງປະຊຸມຄັ້ງນີ້, ໄດ້ຊຸກຍູ້ໃຫ້ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລວມທັງການສຶກສາຄວາມເປັນໄປໄດ້ໃນການສ້າງສັນຍາການຄ້າເສລີອາຊຽນ-ການາດາ ແລະ ໄດ້ເຫັນດີຮັດແໜ້ນການຮ່ວມມືໃນຂົງເຂດຕ່າງໆທີ່ມີຄວາມສົນໃຈ ແລະ ທ່າແຮງຮ່ວມກັນ ເຊັ່ນ: ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກໍາຂ້າມຊາດ, ການພັດທະນາແບບຍືນຍົງ, ການສຶກສາ ແລະ ການພົວພັນລະຫວ່າງປະຊາຊົນ ກັບ ປະຊາຊົນ.
ສຳລັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະຫະລັດ, ທ່ານສະເຫຼີມໄຊກົມມະສິດ, ລັດຖະມົນຕີ ຕ່າງປະເທດ ແຫ່ງ ສປປ ລາວໄດ້ເປັນປະທານຮ່ວມກັບທ່ານ ໄມຄ໌ ປົມເປໂອ (Mike Pompeo), ລັດຖະມົນຕີຕ່າງປະເທດ ສະຫະລັດ ອາເມລິກາ, ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານ ການພົວພັນຮ່ວມມື ອາຊຽນ-ສະຫະລັດ. ກອງປະຊຸມ ໄດ້ຕີລາຄາສູງຕໍ່ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນປະຕິບັດງານອາຊຽນ-ສະຫະລັດ ສຳລັບປີ 2016-2020 ກໍຄື ການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນ-ສະຫະລັດ ຄັ້ງທີ 6 ທີ່ ສິງກະໂປ ຜ່ານມາ ໂດຍສະເພາະ ການຮ່ວມມືດ້ານຄວາມໝັ້ນຄົງທາງຄອມພິວເຕີແລະເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ. ກອງປະຊຸມ ຍັງໄດ້ສະແດງຄວາມຍິນດີຕໍ່ການເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການອາຊຽນ-ສະຫະລັດ ເພື່ອການເຕີບໂຕໃນອາຊຽນ ທີ່ຂັບເຂື່ອນໂດຍ ນະວັດຕະກໍາ, ການຄ້າ ແລະ ການຄ້າເອເລັກໂຕຼນິກ (IGNITE) ແລະ ໂຄງການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ ແລະ ວັດທະນະທໍາ-ສັງຄົມ (PROSPECT). ພ້ອມນີ້, ກອງປະຊຸມ ຍັງໄດ້ສະແດງຄວາມຍິນດີຕໍ່ບັນດາຂໍ້ລິເລີ່ມໃໝ່ ຂອງ ສະຫະລັດ ເຊັ່ນ: ການຈັດກອງປະຊຸມປຶກສາຫາລືອາຊຽນ-ສະຫະລັດ ດ້ານຄວາມໝັ້ນຄົງທາງຄອມພິວເຕີ ໃນເດືອນຕຸລາ 2019 ທີ່ສິງກະໂປ ແລະ ຖະແຫຼງການຜູ້ນຳອາຊຽນ-ສະຫະລັດ ວ່າດ້ວຍຄວາມໝັ້ນຄົງດ້ານພະລັງງານ, ເຊິ່ງຈະຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ-ສະຫະລັດ ຄັ້ງທີ 7 ໃນເດືອນ ພະຈິກ 2019 ທີ່ ປະເທດໄທ. ນອກນີ້, ກອງປະຊຸມ ໄດ້ເຫັນດີມອບໃຫ້ເຈົ້າໜ້າທີ່ຂອງສອງຝ່າຍ ເລີ່ມການປຶກສາຫາລື ກ່ຽວກັບ ກັບ ການສ້າງແຜນປະຕິບັດງານອາຊຽນ-ສະຫະລັດ ສະບັບໃໝ່ ສໍາລັບປີ 2021-2025. ສຸດທ້າຍ, ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ. ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອີຢູ ໄລຍະ 2018-2022 ແລະ ໄດ້ເຫັນດີເພີ່ມທະວີການຮ່ວມມືໃນດ້ານຕ່າງໆ ເຊັ່ນ: ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກໍາຂ້າມຊາດ, ການພັດທະນາແບບຍືນຍົງ, ການເຊື່ອມຈອດ, ຄວາມໝັ້ນຄົງທາງທະເລ, ເສດຖະກິດຮອບວຽນ, ຄວາມໝັ້ນຄົງດ້ານພະລັງງານ, ຕົວເມືອງອັດສະລີຍະ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງທາງຄອມພິວເຕີ ແລະ ອື່ນໆ. ໃນໂອກາດນີ້, ກອງປະຊຸມ ໄດ້ຮັບຮອງເອົາ ຖະແຫຼງການອາຊຽນ-ອີຢູ ວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງທາງຄອມພິວເຕີ ເພື່ອແກ້ໄຂບັນຫາສິ່ງທ້າທາຍທາງຄອມພິວເຕີ ລວມທັງການຕ້ານອາຊະຍາກໍາທາງຄອມພິວເຕີ. ໃນຖານະເປັນຄູ່ຄ້າທີ່ສໍາຄັນ ແລະ ມີທ່າແຮງທາງດ້ານການເຊື່ອມໂຍງເສດຖະກິດພາກພື້ນ, ອາຊຽນ ແລະ ອີຢູ ໄດ້ເນັ້ນຄວາມສໍາຄັນຂອງການສືບຕໍ່ປຶກສາຫາລືກ່ຽວກັບ ການສ້າງເງື່ອນໄຂສໍາລັບ ການຟື້ນຄືນການເຈລະຈາສັນຍາການຄ້າເສລີອາຊຽນ-ອີຢູ ແລະ ການເພີ່ມທະວີການເຊື່ອມຈອດທາງອາກາດລະຫວ່າງສອງພາກພື້ນ ລວມທັງ ການເລັ່ງລັດການເຈລະຈາສັນຍາການຂົນສົ່ງທາງອາກາດແບບຮອບດ້ານອາຊຽນ. ໃນໂອກາດນີ້, ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ພິເສດ, ກອງປະຊຸມ ຍັງໄດ້ຢ້ຳຄືນການເຫັນດີດ້ານຫຼັກການ ກ່ຽວກັບ ການຍົກລະດັບການພົວພັນອາຊຽນ-ອີຢູ ຂຶ້ນເປັນຄູ່ຮ່ວມຍຸດທະສາດ ແຕ່ຍັງຈະໄດ້ສືບຕໍ່ປຶກສາຫາລື ກ່ຽວກັບ ວັນເວລາຕົວຈິງໃນການຍົກລະດັບການພົວພັນດັ່ງກ່າວ.
ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສ.ເກົາຫລີໄດ້ຕີລາຄາສູງຕໍ່ ຄວາມຄືບໜ້າຂອງການຮ່ວມມື ອາຊຽນ-ສ.ເກົາຫລີໃນໄລຍະໜຶ່ງປີຜ່ານມາ ກໍຄື ການຈັດຕັ້ງປະຕິບັດ ແຜນປະຕິບັດງານອາຊຽນ-ສ.ເກົາຫລີ 2016-2020 ແລະ ໄດ້ເຫັນດີມອບໃຫ້ເຈົ້າໜ້າທີ່ຂອງທັງສອງຝ່າຍເລີ່ມການປຶກສາຫາລື ເພື່ອສ້າງແຜນປະຕິບັດງານອາຊຽນ-ສ.ເກົາຫລີ ສະບັບໃໝ່ ສໍາລັບປີ 2021-2025. ກອງປະຊຸມ ໄດ້ເຫັນດີ ເພີ່ມທະວີການຮ່ວມມືໃນຂົງເຂດ ຕ່າງໆທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການຄ້າ ແລະ ການລົງທຶນ, ການເຊື່ອມຈອດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ການສຶກສາ, ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ການພັດທະນາ MSMEs, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ, ການຮັບມືກັບໄພພິບັດທຳມະຊາດ, ການໄປມາຫາສູ່ລະຫວ່າງປະຊາຊົນ ກັບ ປະຊາຊົນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ແລະ ອື່ນໆ. ພິເສດ, ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ ໂອກາດຄົບຮອບ 30 ປີ ແຫ່ງການພົວພັນ ອາຊຽນ-ສ. ເກົາຫຼີ ໃນປີ 2019 ແລະ ໄດ້ປຶກສາຫາລື ກ່ຽວກັບ ການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີເພື່ອສະເຫລີມສະຫລອງໂອກາດສຳຄັນດັ່ງກ່າວ ຊຶ່ງຈະຈັດຂຶ້ນໃນເດືອນພະຈິກ 2019ທີ່ປູຊານ, ສ.ເກົາຫລີ ລວມທັງບັນດາກິດຈະກຳສະເຫຼີມສະຫຼອງ ແລະ ເອກະສານຜົນກອງປະຊຸມດັ່ງກ່າວ. ໃນໂອກາດນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບບັນຫາພາກພື້ນແລະສາກົນທີ່ມີຄວາມສົນໃຈຮ່ວມກັນ.