ໃນໂອກາດຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 05-06 ທັນວາ 2018, ຕອນບ່າຍຂອງວັນທີ 05 ທັນວາ 2018, ທີ່ ທຳນຽບປະທານປະເທດ, ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນ ແຊນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ພົບປະກັບ ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ທີ່ ສະພາແຫ່ງຊາດ. ພ້ອມດຽວກັນນີ້; ກໍ່ໄດ້ເຂົ້າຮ່ວມພິທີວາງພວງມາລາ ທີ່ ອະນຸສາວະລີນັກຮົບນິລະນາມ.