ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ອິນເດຍ ຈັດກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ຄັ້ງທີ 9

20181123JCLaosIndia20181123JCLaosIndia5

 

ກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ-ສາທາລະນະລັດ ອິນເດຍ ຄັ້ງທີ 9ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2018, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ສຸດສະມາ ຊະວາຣາດ (Sushma SWARAJ), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ອິນເດຍ, ໂດຍມີເຈົ້າໜ້າທີ່ກ່ຽວຂ້ອງຂອງທັງສອງປະເທດເຂົ້າຮ່ວມຫຼາຍກວ່າ 40 ທ່ານ.

ໃນກອງປະຊຸມຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ ສຸດສະມາ ຊະວາຣາດ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມື ລະຫວ່າງ ລາວ-ອິນເດຍ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຕະຫຼອດໄລຍະ 62 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນຳກັນ (ວັນທີ 2 ກຸມພາ 1956), ເຊິ່ງເຫັນໄດ້ຈາກຜົນສຳເລັດຂອງການແລກປ່ຽນການຢ້ຽມຢາມ ລະຫວ່າງການນໍາຂັ້ນສູງຂອງສອງປະເທດໃນໄລຍະຜ່ານມາ. ພ້ອມດຽວກັນນີ້, ສອງຝ່າຍໄດ້ຮ່ວມກັນທົບທວນຄືນຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ອິນເດຍ ຄັ້ງຜ່ານມາ ແລະ ໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນກ່ຽວກັບທິດທາງ ແລະ ເເຜນການຮ່ວມມືໃນຊຸມປີຕໍ່ໜ້າ. ສອງຝ່າຍເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມືກັນ ໃນດ້ານຕ່າງໆໃຫ້ຫຼາຍຂຶ້ນ, ໂດຍສະເພາະ ດ້ານວຽກງານການຕ່າງປະເທດ, ພະລັງງານ ແລະ ບໍ່ແຮ່, ຄົມມະນາຄົມຂົນສົ່ງ, ການຄ້າ ແລະ ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ກະສິກຳ ແລະ ອື່ນໆ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ປ່ຽນຄຳຄິດເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດດັ່ງກ່າວນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນ ລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ລັດຖະບານ ແລະ ປະຊາຊົນ ອິນເດຍ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ: ໃນຂອບສອງຝ່າຍ ແມ່ນດ້ານການພັດທະນາຊັບພະຍາກອນມະນຸດ ໂດຍການສະໜອງທຶນຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃນຂະແໜງການຕ່າງໆ ປະມານ 200 ທຶນຕໍ່ປີ, ໂຄງການຊ່ວຍເຫຼືອລ້າໃນການປະຕິສັງຂອນວັດພູຈຳປາສັກ (ໂຄງການທຳອິດ ໄດ້ສຳເລັດແລ້ວ), ໂຄງການເງິນກູ້ດອກເບ້ຍຕໍ່າໃນດ້ານກະສິກໍາ, ດ້ານພະລັງງານ ແລະ ດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (ICT) ເປັນຕົ້ນ. ນອກຈາກນັ້ນ, ສ.ອິນເດຍ ຍັງໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຂອບຫຼາຍຝ່າຍ, ໂດຍຜ່ານຂອບການຮ່ວມມືອາຊຽນ ກໍ່ຄືການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ.

ໃນຂະນະດຽວກັນ, ທ່ານລັດຖະມົນຕີ ສຸດສະມາ ຊະວາຣາດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ຊ່ວຍເຫຼືອສະໜັບສະໜູນ ອິນເດຍ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ຝ່າຍອິນເດຍ ໄດ້ສະແດງຄວາມຍິນດີ ທີ່ຈະສືບຕໍ່ສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອ ສປປ ລາວ ຕໍ່ໂຄງການຕ່າງໆ ດັ່ງທີ່ເຄີຍໃຫ້ການຊ່ວຍເຫຼືອຜ່ານມາ ໃຫ້ໄດ້ຮັບຜົນສຳເລັດ ຕາມການຕົກລົງຂອງສອງຝ່າຍ.


ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485944
ມື້ນີ້75
ມື້ວານ168
ອາທິດນີ້980
ເດືອນນີ້5249