ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດ ອາຊຽນ ແລະ ບັນດາຄູ່ເຈລະຈາ ທີ່ ສິງກະໂປ

20181113ASEANSUMMIT620181113ASEANSUMMIT720181113ASEANSUMMIT8

ໃນວັນທີ 15 ພະຈິກ 2018 ທີ່ ສິງກະໂປ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂອງ ສປປ ລາວ ສືບຕໍ່ເຂົ້າຮ່ວມບັນດາກອງປະຊຸມສຸດຍອດອາຊຽນກັບບັນດາຄູ່ເຈລະຈາ ເຊັ່ນ: ກອງປະຊຸມສຸດຍອດສຸດຍອດອາຫານເຊົ້າ ແບບບໍ່ເປັນທາງການອາຊຽນ-ອິນເດຍ, ກອງປະຊຸມສຸດຍອດ ອາຊຽນ-ອາເມລິກາ ຄັ້ງທີ 6, ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 21 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 13.

ສຳລັບກອງປະຊຸມສຸດຍອດ ອາຊຽນ-ອາເມລິກາ ຄັ້ງທີ 6, ໃນຖານະປະເທດປະສານງານໃຫ້ແກ່ການພົວພັນ ອາຊຽນ-ສະຫະລັດ ອາເມລິກາ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດໄດ້ຕາງໜ້າ ນຳສະເໜີບົດຄໍາເຫັນລວມຂອງອາຊຽນ ກ່ຽວກັບ ການຮ່ວມມື ອາຊຽນ-ສະຫະລັດ ໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ. ໃນໂອກາດນີ້, ກອງປະຊຸມ ໄດ້ສະແດງຄວາມຍິນດີທີ່ເຫັນວ່າ ການພົວພັນຮ່ວມມື ອາຊຽນ-ອາເມລິກາ ໄດ້ມີການຂະຫຍາຍຕົວຢ່າງໜັກແໜ້ນ, ໝັ້ນຄົງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ໂດຍສະເພາະແມ່ນຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ເພື່ອຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ອາຊຽນ-ອາເມລິກາ ສົກປີ 2016-2020, ເຊິ່ງສາມາດຈັດຕັ້ງປະຕິບັດໄດ້ເຖິງ88% ຂອງກິດຈະກຳທັງໝົດ. ບາງໂຄງການທີ່ພົ້ນເດັ່ນປະກອບມີໂຄງການອາຊຽນ-ອົງການພັດທະນາສາກົນ ສະຫະລັດ-ອາເມລິກາ (USAID) ເພື່ອການເຕີບໂຕແບບກວມລວມ ຢູ່ ອາຊຽນ ແນໃສ່ສົ່ງເສີມປະຊາຄົມເສດຖະກິດອາຊຽນ ທີ່ມີການເຊື່ອມໂຍງສູງ ແລະ ໂຄງການການຮ່ວມມື ອາຊຽນ-ອົງການ USAID ເພື່ອສົ່ງເສີມປະສິດທິພາບພາກພື້ນໃນປະຊາຄົມການເມືອງ-ຄວາມໝັ້ນຄົງ ແລະ ປະຊາຄົມສັງຄົມ-ວັດທະນະທຳ (PROSPECT) ແລະ ອື່ນໆ. ໃນໂອກາດນີ້, ກອງປະຊຸມໄດ້ອອກຖະແຫລງການວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງທາງຄອມພິວເຕີ ເພື່ອເປັນບ່ອນອີງໃຫ້ແກ່ການຮ່ວມມືໃນຕໍ່ຫນ້າ ແລະ ສະແດງຄວາມຍິນດີ ຕໍ່ ການປະກາດຂໍ້ລິເລິ່ມໃໝ່ຂອງ ສະຫະລັດ ອາເມລິກາ ກ່ຽວກັບການເປັນຄູ່ຮ່ວມເຄືອຂ່າຍຕົວເມືອງອັດສະລິຍະ ເຊິ່ງມີງົບປະມານໃນການຈັດຕັ້ງປະຕິບັດ ມູນຄ່າ 10 ລ້ານໂດລາສະຫະລັດ ສຳລັບ ຊຸມປີຕໍ່ຫນ້າ. ສຳລັບການຮ່ວມມືສອງຝ່າຍ, ສປປ ລາວ ໄດ້ຊຸກຍູ້ໃຫ້ ສະຫະລັດ ອາເມລິກາ ສືບຕໍ່ຊ່ວຍເຫລືອ ສປປ ລາວ ດ້ານການສຶກສາ, ສາທາ ແລະ ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (UXO) ເຊິ່ງຕົກຄ້າງໃນປາງສົງຄາມຜ່ານມາ.

ກອງປະຊຸມສຸດຍອດອາຫານເຊົ້າແບບບໍ່ເປັນທາງການ ອາຊຽນ-ອິນເດຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືໃນປີຜ່ານມາ ເຊິ່ງເຫັນວ່າມີຄວາມຄືບຫນ້າຫລາຍດ້ານ ໂດຍສະເພາະແມ່ນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດກອງປະຊຸມສຸດຍອດສະເຫລີມສະຫລອງການພົວພັນ ອາຊຽນ-ອິນເດຍ ຄົບຮອບ 25 ປີ ເຊິ່ງໄດ້ຈັດຂື້ນໃນຕົ້ນປີນີ້ ທີ່ ອິນເດຍ. ກອງປະຊຸມ ໄດ້ຢໍ້າຄືນຄວາມໝາຍໝັ້ນໃນການເພີ່ມທະວີ ແລະ ຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດ ແລະ ເນັ້ນໃສ່ ການຮ່ວມມືໃນອະນາຄົດໃນຂົງເຂດຕ່າງໆເຊັ່ນ: ການຮ່ວມມືທາງທະເລ, ການເຊື່ອມຈອດ, ​ແນວ​ຄວາມ​ຄິດ ກ່ຽວກັບ​ເສດຖະກິດ​ສີຟ້າ (blue economy), ການລົງທຶນ, ການທ່ອງທ່ຽວ, ການຖ່າຍທອດເຕັກໂນໂລຊີໃໝ່, ນະວັດຕະກຳ ແລະ ອື່ນໆ ລວມທັງການຜັນຂະຫຍາຍບັນດາຂໍ້ລິເລີ່ມທຶນກູ້ຢືມເງິນ ມູນຄ່າ 1 ຕື້ໂດລາສະຫະລັດ ເພື່ອການພັດທະນາການເຊື່ອມຈອດດ້ານໂຄງລ່າງພື້ນຖານ ແລະ ການເຊື່ອມຈອດດີຈີຕອນ. ສປປ ລາວ ໄດ້ສືບຕໍ່ຊຸກຍູ້ ການຈັດຕັ້ງປະຕິບັດໂຄງການທົດລອງບ້ານດີຈີຕອນ ຢູ່ ກຳປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ, ສະຫນັບສະຫນູນການເຊື່ອມຈອດທາງບົກໃນພາກພື້ນໂດຍຜ່ານໂຄງການສ້າງເສັ້ນທາງດ່ວນ ອິນເດຍ-ມຽນມາ-ໄທ ເພື່ອເຊື່ອມຕໍ່ເສັ້ນທາງດັ່ງກ່າວໄປຍັງລາວ-ຫວຽດນາມ-ກໍາປູເຈຍ ແລະ ສະໜັັບສະໜູນການພັດທະນາເສັ້ນທາງຫຼວງ ອິນເດຍ-ມຽນມາ-ລາວ-ຫວຽດນາມ.

ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 21 ໄດ້ຮ່ວມກັນປຶກສາຫາລື ກ່ຽວກັບ ການຮ່ວມມືທັງໃນໄລຍະຜ່ານມາ ແລະ ແຜນການຮ່ວມມືໃນຕໍ່ໜ້າ ໃນຂອບການຮ່ວມມືອາຊຽນບວກສາມ ໂດຍສະເພາະການຈັດຕັ້ງປະຕິບັດບັນດາກິດຈະກຳຮ່ວມ ພາຍໃຕ້ແຜນປະຕິບັດງານອາຊຽນບວກສາມ ໄລຍະ 2018-2022 ແລະ ຂໍ້ສະເໜີແນະຂອງໜ່ວຍງານວິໄສທັດອາຊີຕາເວັນອອກຊຸດທີສອງ (EAVG II) ເຊິ່ງມີຫລາຍດ້ານທີ່ພົ້ນເດັ່ນເຊັ່ນ: ດ້ານການເງິນ, ກະສິກຳ ການຄຸ້ມຄອງໄພພິບັດ ແລະ ອື່ນໆ. ໃນໂອກາດດັ່ງກ່າວ, ບັນດາຜູ້ນຳ ໄດ້ຮັບຮອງເອົາຖະແຫຼງການອາຊຽນບວກສາມ ວ່າດ້ວຍການຮ່ວມມືດ້ານການຕ້ານພະຍາດດື້ຢາ ເພື່ອສົ່ງເສີມການຂະຫຍາຍການຮ່ວມມືດ້ານວຽກງານສາທາລະນະສຸກ ແນໃສ່ແກ້ໄຂຜົນກະທົບທີ່ເກີດຈາກສະພາວະພະຍາດດື້ຢາ. ນອກນີ້, ກອງປະຊຸມໄດ້ຕີລາຄາສູງເຖິງບົດບາດຂອງເວທີປຶກສາຫາລືອາຊີຕາເວັນອອກ ໃນການເພີ່ມທະວີການຮ່ວມມືອາຊຽນບວກສາມ ກ້າວໄປສູ່ການສ້າງປະຊາຄົມອາຊີຕາເວັນອອກໃນໄລຍະຍາວ. ໃນນີ້, ກອງປະຊຸມໄດ້ຮັບຊາບຜົນຂອງກອງປະຊຸມ ເວທີປຶກສາຫາລື ອາຊີຕາເວັນອອກ ຄັ້ງທີ 16 ເຊິ່ງໄດ້ຈັດຂື້ນໃນເດືອນ ສິງຫາ 2018 ຢູ່ ຫລວງພະບາງ, ສປປ ລາວ ເຊິ່ງໄດ້ມີຂໍ້ສະເຫນີໃຫ້ຊຸກຍູ້ການຮ່ວມມືອາຊຽນບວກສາມດ້ານການຫລຸດຜ່ອນຄວາມແຕກໂຕນ ດ້ານການພັດທະນາ, ການສ້າງຊັບພະຍາກອນມະນຸດ ແລະ ຜູ້ປະກອບການ, ແລະ ການພັດທະນາທີ່ອີງໃສ່ນະວັດຕະກຳເປັນຕົວຂັບເຄື່ອນ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ສືບຕໍ່ນຳພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 13, ເຊິ່ງ ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ຄວາມຄືບຫນ້າຂອງການຮ່ວມມືໃນຂອບກອງປະຊຸມສຸດຍອດອາຊີຕາເວັນອອກ ໂດຍສະເພາະແມ່ນບັນດາບູລິມະສິດຂອງການຮ່ວມມື ແລະ ແຜນປະຕິບັດງານມະນິລາ 2018-2022 ໃນຂົງເຂດການສຶກສາ, ການເຊື່ອມຈອດ ແລະ ອື່ນໆ. ນອກຈາກນີ້, ກອງປະຊຸມ ໄດ້ເຫັນດີອອກຖະແຫລງການຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ທັງໝົດ 5 ສະບັບ, ເຊິ່ງກວມເອົາຫລາຍຂົງເຂດ ຄື: (1) ການພັດທະນາຕົວເມືອງອັດສະລິຍະ, (2) ການຮັບມືກັບຂີ້ເຫຍື້ອປລາສະຕິກໃນທະເລ, (3) ຄວາມໝັ້ນຄົງທາງດ້ານເຕັກໂນໂລຊີຂ່າວສານ ແລະ ເສດຖະກິດດີຈີຕອນ, (4) ຄວາມປອດໄພ, ການນຳໃຊ້, ເກັບຮັກສາ ແລະ ການຂົນສົ່ງວັດຖຸນິວເຄລຍ ແລະ ວັດຖຸກຳມັນຕະລັງສີອື່ນໆ, ແລະ ການຕ້ານໄພຂົ່ມຂູ່ຈາກການກໍ່ການຮ້າຍຕ່າງແດນ ແລະ (5) ຜູ້ກັບຄືນຈາກການເຂົ້າຮ່ວມຂະບວນການກໍ່ການຮ້າຍ. ນອກນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ແນວຄວາມຄິດ ອິນໂດປາຊີຟິກ ຂອງປະເທດຕ່າງໆ ແນໃສ່ ສົ່ງເສີມການຮ່ວມມືໃນພາກພື້ນ ແລະ ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ. ອັນສຳຄັນແມ່ນກອງປະຊຸມໄດ້ຢໍ້າຄືນບົດບາດສຳຄັນຂອງ ກອງປະຊຸມສຸດຍອດ ອາຊີຕາເວັນອອກ ໃນການເປັນເວທີ ສຳລັບຜູ້ນຳໃນການປຶກສາຫາລື ບັນຫາຍຸດທະສາດ, ການເມືອງ ແລະ ເສດຖະກິດ ທີ່ມີຄວາມສົນໃຈຮ່ວມ.

ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ເຂົ້າຮ່ວມພິທີປິດກອງປະຊຸມສຸດຍອດອາຊຽນຄັ້ງທີ 33 ແລະ ພິທີສົ່ງມອບການເປັນປະທານອາຊຽນ 2019 ໃຫ້ແກ່ ປະເທດໄທ. ​​

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485936
ມື້ນີ້67
ມື້ວານ168
ອາທິດນີ້972
ເດືອນນີ້5241