ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ແອມມານູແອນ ມາຄຣົງ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ, ພະນະທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ຝຣັ່ງ ໃນລະຫວ່າງວັນທີ 09-13 ພະຈິກ 2018 ເພື່ອເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຝຣັ່ງ ແລະ ເພື່ອເຂົ້າຮ່ວມ ພິທີລະນຶກວັນສິ້ນສຸດສົງຄາມໂລກຄັ້ງທີ 1 ຄົບຮອບ 100 ປີ ທີ່ ປາຣີ.
ພິທີລະນຶກວັນສິ້ນສຸດສົງຄາມໂລກຄັ້ງທີ 1 ຄົບຮອບ 100 ປີ ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2018 ທີ່ຜ່ານມາ, ຊຶ່ງໄດ້ມີບັນດາປະມຸກລັດຫຼາຍກວ່າ 80 ປະເທດ ເຂົ້າຮ່ວມພິທີດັ່ງກ່າວ ອັນປະກອບດ້ວຍ ການນຳສູງສຸດຂອງບັນດາປະເທດທີ່ເຄີຍໄດ້ສົ່ງທະຫານ ຂອງຕົນເຂົ້າຮ່ວມສົງຄາມໂລກໃນເອີຣົບ ຫຼື ສົ່ງແຮງງານຈຳນວນຫຼາຍ ເພື່ອສະໜັບສະໜູນຊ່ວຍເຫຼືອໃນສົງຄາມ, ບັນດາອົງການຈັດຕັ້ງສຳຄັນອື່ນໆ ເຊັ່ນ: ບັນດາປະທານຄະນະກຳມະທິການ, ສະພາ ແລະ ລັດຖະສະພາເອີຣົບ, ເລຂາທິການໃຫຍ່ອົງການ ສປຊ, ຫົວໜ້າສຳນັກງານຂ້າຫຼວງໃຫຍ່ຊາວຜູ້ອົບພະຍົບ, ອົງການ ສປຊ ແລະ ເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີ.
ໃນໂອກາດດຽວກັນນັ້ນ ໃນຕອນບ່າຍຂອງວັນທີ 10 ພະຈິກ 2018, ພະນະທ່ານ ຮອງປະທານປະເທດ ກໍ່ໄດ້ພົບປະກັບ ພີ່ນ້ອງຊາວລາວ ທີ່ດຳລົງຊີວິດ ຢູ່ ປະເທດ ຝຣັ່ງ ຊຶ່ງຈັດຂຶ້ນທີ່ສະຖານເອກອັກຄະລັດຖະທູດທູດລາວ ປະຈຳ ປາຣີ. ໃນໂອກາດດັ່ງກ່າວ ພະນະທ່ານ ຮອງປະທານປະເທດ ໄດ້ແຈ້ງໃຫ້ບັນດາພີ່ນ້ອງຊາວເຊື້ອຊາດລາວ ທີ່ອາໃສຢູ່ ປະເທດ ຝຣັ່ງ ຮັບຊາບຜົນສຳເລັດຂອງການສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະ 40 ກວ່າປີຜ່ານມາ ແລະ ທິດທາງບາດກ້າວເດີນຂອງ ປະເທດຊາດ ໃນອະນາຄົດ, ສະແດງຄວາມຊົມເຊີຍທີ່ ພີ່ນ້ອງຊາວລາວ ທີ່ ປະເທດ ຝຣັ່ງ ໄດ້ມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ຈະເດີນທາງມາຖອດກະຖິນ ທີ່ ວັດທາດຫລວງ, ສປປ ລາວ ໃນກາງເດືອນ ພະຈິກນີ້. ພ້ອມດຽວກັນກໍ່ຮຽກຮ້ອງມາຍັງຊາວລາວທຸກຄົນໃຫ້ຫັນໜ້າກັບມາຫາປະເທດຊາດ, ເພື່ອເປັນກຳລັງແຮງ, ປະກອບສ່ວນອັນສົມກຽດເຂົ້າໃນການພັດທະນາປະເທດຊາດຂອງຕົນ, ມີຄວາມເຊື່ອໝັ້ນ ຕໍ່ອະນາຄົດຂອງປະເທດຊາດ.
ພີ່ນ້ອງຊາວລາວ ໄດ້ຕັ້ງໃຈຟັງການໂອ້ລົມຂອງ ພະນະທ່ານ ຮອງປະທານປະເທດ ແລະ ມີຄວາມດີໃຈທີ່ໄດ້ມີໂອກາດເຂົ້າຮ່ວມ ໃນໂອກາດຢ້ຽມຢາມ ປະເທດຝຣັ່ງໃນຄັ້ງນີ້.