ໃນວັນທີ 6 ພະຈິກ 2018, ທີ່ ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານຕາຕັ້ງໃຫ້ ທ່ານ ສີທົງ ຈິດໂຍທິນ ເພື່ອໄປດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ໂອຕຣິດ; ທ່ານ ພົງສະຫວັນ ສີສຸລາດ ໄປດຳລົງຕຳ ແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກ ອັງກິດ; ທ່ານ ສົງການ ຫລວງມຸນິນທອນ ໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຟີລິບປິນ ແລະ ທ່ານ ບຸນແນມ ຈວງຫອມ ໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອິນເດຍ.
ໂອກາດນີ້, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາທ່ານທູດທີ່ຈະໄປປະຕິບັດໜ້າທີ່ການທູດປະຈຳຢູ່ປະເທດຕ່າງໆນັ້ນ ຈົ່ງປະຕິບັດໜ້າທີ່ຢ່າງຕັ້ງໜ້າ ເພື່ອປະກອບສ່ວນ ເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນການທູດ ກໍຄື ການຮ່ວມມືດ້ານອື່ນໆ ລະຫວ່າງສອງປະເທດ ໃຫ້ເກີດດອກອອກຜົນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.