ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ທ່ານ ປະທານປະເທດ ແຫ່ງ ສປ ຈີນ, ທີ່ ຊຽງໄຮ້, ສປ ຈີນ

       20181005CIIE220181005CIIE1.jpg20181005CIIE

          ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ, ທ່ານ  ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງທີ 1 ( China International Import - Expo) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 5-10 ພະຈິກ 2018, ທີ່ ນະຄອນຊຽງໄຮ້,  ສປ ຈີນ.


          ໃນໂອກາດນີ້, ໃນວັນທີ 4 ພະຈິກ 2018 ທ່ານ  ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສປ ຈີນ, ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ຮູ້ສຶກເປັນກຽດຢ່າງສູງຕໍ່ການເຊື້ອເຊີນຄະນະຜູແທນ ສປປ ລາວ ມາຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງທີ 1 ນີ້. ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ, ເຖິງທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ແລະ ຝາກສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບຢ່າງອົບອຸ່ນ ມາຍັງທ່ານ ສີ ຈິ້ນຜິງ ໃນໂອກາດທີ່ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປ ລາວ ໄດ້ມາຢ້ຽມຢາມເຮັດວຽກ ຢູ່ ສປ ຈີນ ໃນເດືອນ ພຶດສະພາ 2018 ທີ່ຜ່ານມາ. ການພົບປະໃນຄັ້ງນີ້, ສອງຝ່າຍໄດ້ຕີລາຄືນ ການຈັດຕັ້ງປະຕິບັດຂອບການຮ່ວມມືຂອງສອງຝ່າຍ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍ ຜົນຂອງການຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ຂອງ ທ່ານ ສີ ຈິ້ນຜິງ ໃນຕົ້ນເດືອນ ພະຈິກ  2017  ທີ່ຜ່ານມານັ້ນ, ເຊິ່ງໄດ້ກາຍເປັນເຫດການທີ່ສໍາຄັນຍິ່ງຕໍ່ການເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ ໝັ້ນຄົງ ແລະ ຍາວນານ ລະຫວ່າງສອງປະເທດ ຕາມທິດ 4 ດີ, ແລະ ການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມຂອງສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດລາວ-ຈີນ.
          ພ້ອມດຽວນີ້, ສປປ ລາວ ກໍໄດ້ແຈ້ງຄວາມຄືບໜ້າໃນການປະຕິບັດບັນດາໂຄງການຊ່ວຍເຫລືອຕ່າງໆຂອງລັດຖະບານ ສປ ຈີນ ຢູ່ ສປປ ລາວ ເຊິ່ງເຫັນວ່າມີຄວາມຄືບໜ້າດີ ເປັນຕົ້ນ ແມ່ນໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ທີ່ດຳເນີນການກໍ່ສ້າງມາໄດ້ກ່ວາ 41%, ໂຄງການກໍ່ສ້າງໂຮງຮຽນເຕັກນິກທາງລົດໄຟ ເພື່ອສະໜອງບຸກຄະລາກອນຮັບໃຊ້ທາງລົດໄຟຢູ່ ສປປ ລາວ, ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ແລະ ໂຄງການອື່ນໆ.  ນອກນັ້ນ, ສອງຝ່າຍ ຍັງໄດ້ເປັນເອກະພາບກັນກໍານົດເອົາປີ 2019 ເປັນປີທ່ອງທ່ຽວ ລາວ-ຈີນ.
ສປປ ລາວ ຢືນຢັນສືບຕໍ່ສະແດງການສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ເຊິ່ງມີນະໂຍບາຍເສີມຂະຫຍາຍ ແລະ ຮັດແໜ້ນການເຊື່ອມຈອດໃນພາກພື້ນກໍ່ຄືສາກົນ. ສອງຝ່າຍຕົກລົງສືບຕໍ່ເອົາໃຈໃສ່ປະສານສົມທົບກັນໃຫ້ລະອຽດເລິກເຊິ່ງ ແລະ ທັນການຂຶ້ນກ່ວາເກົ່າ ເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການຮ່ວມມືກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້. ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນການເປັນປະທານຮ່ວມ ຂອງ ສປປ ລາວ ແລະ ສປ ຈີນ ໃນຂອບ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃຫ້ໄດ້ຮັບຜົນດີ, ຊຶ່ງ ສປປ ລາວ ຈະໄດ້ເປັນເຈົ້າພາບຈັດກອງປະຊູມລະດັບລັດຖະມົນຕີ ໃນເດືອນ ທັນວາ 2018 ທີ່ນະຄອນຫຼວງພະບາງ.
          ໃນໂອກາດນີ້, ຝ່າຍລາວ ກໍໄດ້ຂໍສະເໜີໃຫ້ ສປ ຈີນ ສືບຕໍ່ຊຸກຍູ້ນັກລົງທຶນຈີນ ໄປລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ ໂດຍສະເພາະໃນຂະແໜງຕ່າງໆໃຫ້ຂະແໜງການທີ່ທັງສອງຝ່າຍມີທ່າແຮງ ເປັນຕົ້ນ: ກໍ່ສ້າງພື້ນຖານໂຄງລ່າງ, ຄົມມະນາຄົມຂົນສົ່ງ, ພະລັງງານ, ການທ່ອງທ່ຽວ, ອຸດສະຫະກໍາປຸງແຕ່ງ, ກະສິກໍາສະອາດ ແລະ ອື່ນໆ.
          ນອກນັ້ນ, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ກໍໄດ້ໄປຢ້ຽມຢາມຫົວຫນ່ວຍການຜະລິດເສດຖະກິດສຳຄັນຂອງນະຄອນຊຽງໄຮ້ ແລະ  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງນັກລົງທຶນຈາກ ສປ ຈີນ ທີ່ໄປລົງທຶນຢູ່ ສປປ ລາວ ຈໍານວນໜຶ່ງ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486541
ມື້ນີ້95
ມື້ວານ142
ອາທິດນີ້203
ເດືອນນີ້5846