ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ແລະ ສາທາລະນະລັດ ຊັງມາຣິໂນ ລົງນາມສັນຍາສ້າງຕັ້ງສາພົວພັນການທູດນໍາກັນ

020181005 sign lm

ໃນວັນທີ 28 ກັນຍາ 2018, ທີ່ສຳນັກງານໃຫຍ່ຂອງອົງການສະຫະປະຊາຊາດ (ສປຊ) ທີ່ ນິວຢອກ, ສະຫະລັດອາເມລິກາ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ນິໂກລາ ເຣັນຊີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການເມືອງ ແຫ່ງ ສາທາລະນະລັດ ຊັງມາຣິໂນ ໄດ້ຮ່ວມກັນລົງນາມສັນຍາວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຊັງມາຣິໂນ ໂດຍມີນັກການທູດ ຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຄີພິຍານ. ຈຸດປະສົງຂອງການສ້າງຕັ້ງສາຍພົວພັນການທູດດັ່ງກ່າວແມ່ນເພື່ອພັດທະນາ ແລະ ເພີ້ມທະວີມິດຕະພາບ ແລະ ການຮ່ວມມືດ້ານການເມືອງ, ເສດຖະກິດ-ສັງຄົມ ແລະ ວັດທະນາທຳ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ. ສັນຍາດັ່ງກ່າວ ຈະມີຜົນບັງຄັບໃຊ້ນັບແຕ່ວັນທີທີ່ໄດ້ຮັບແຈ້ງເປັນລາຍລັກອັກສອນສະບັບສຸດທ້າຍຂອງຄູ່ສັນຍາ ກ່ຽວກັບການສຳເລັດຂັ້ນຕອນພາຍໃນຂອງຕົນທີ່ຈຳເປັນໃນການມີຜົນບັງຄັບໃຊ້, ເຊິ່ງຈະເຮັດໃຫ້ສປປລາວມີສາຍພົວພັນການທູດກັບ141 ປະເທດ ຈາກຈຳນວນປະເທດສະມາຊິກອົງການສະຫະປະຊາຊາດທັງຫມົດ 193 ປະເທດໃນທົ່ວໂລກ.

ປະເທດຊັງມາຣິໂນ ເຂົ້າເປັນສະມາຊິກ ຂອງອົງການ ສປຊ ໃນວັນທີ 02 ມີນາ 1992 ແລະ ເປັນປະເທດນ້ອຍອັນດັບທີສາມ ໃນທະວີບເອີຣົບ, ບໍ່ມີຊາຍແດນຕິດກັບທະເລ ໂດຍອ້ອມຮອບດ້ວຍປະເທດອິຕາລີ, ມີເນື້ອທີ່ ທັງຫມົດ 61,2 ກີໂລຕາແມັດ ມີປະຊາກອນ 33,562 ຄົນ, ໃນນັ້ນ 97 ເປີເຊັນ ນັບຖືສາສະໜາ ກາໂຕລິກ, ພາສາທາງການແມ່ນພາສາອິຕາລີ, ນະຄອນຫລວງແມ່ນ ຊັງມາຣິໂນ, ໄດ້ຮັບເອກະລາດຈາກຈັກກະພັດໂຣມັນ ໃນວັນທີ 03 ກັນຍາ ປີ ຄສ (AD) 301, ບໍ່ໄດ້ເປັນສະມາຊິກສະຫະພາບເອີຣົບ ແຕ່ໃຊ້ເງິນສະກຸນເອີໂຣ. ອົງການຫລັກຂອງປະເທດ ປະກອບດ້ວຍ: ອົງການນິຕິບັນຍັດ, ອົງການບໍລິຫານ ແລະ ອົງການຕຸລາການ. ລະບອບການເມືອງ ປະກອບດ້ວຍ 02 ພັກໃຫຍ່ ຄື: ພັກສັງມາຕິນີ ກຣິດຕະຈັກ ປະຊາທິປະໄຕ (San Matinees Christian Democratic Party) ແລະ ພັກປະຊາທິປະໄຕສັງຄົມນິຍົມ(Party of Socialist Democratic). ຊັງມາຣິໂນເປັນປະເທດທີ່ມີເສດຖະກິດໃນລະດັບທີ່ໜັ້ນທ່ຽງສູງ, ລາຍໄດ້ສະເລ່ຍ 55,449 ໂດລາ/ຄົນ, ມີອັດຕາການຫວ່າງງານຕໍ່າທີ່ສຸດໃນເອີຣົບ, ບໍ່ມີໜີ້ສິນແລະຂະແໜງເສດຖະກິດທີ່ສຳຄັນແມ່ນການບໍລິການດ້ານການເງິນແລະທະນາຄານ, ອຸດສາຫະກຳແລະທ່ອງທ່ຽວ, ມີສາຍພົວພັນການທູດກັບ 95 ປະເທດ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485938
ມື້ນີ້69
ມື້ວານ168
ອາທິດນີ້974
ເດືອນນີ້5243