ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນລາວ ສໍາເລັດການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 73

02018.10.01-fm UNGA

ກອງປະຊຸມປະຈຳປີຂອງສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 73 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍາ 2018 ທີ່ສຳນັກງານໃຫຍ່ອົງການ ສປຊ ທີ່ນະຄອນນິວຢອກ, ສ.ອາເມລິກາ ພາຍໃຕ້ຫົວຂໍ້ "ເຮັດໃຫ້ອົງການ ສປຊ ມີຄຸນຄ່າກັບໝົດທຸກຄົນ: ການນຳພາໃນຂອບເຂດທົ່ວໂລກ ແລະ ຄວາມຮັບຜິດຊອບຮ່ວມກັນ ເພື່ອໃຫ້ສັງຄົມມີສັນຕິພາບ, ມີຄວາມເທົ່າທຽມກັນ ແລະ ຍືນຍົງ (Making the United Nations relevant all people: Global leadership responsibilities for peace, equitable and sustainable societies). ໃນກອງປະຊຸມພາກອະພິປາຍທົ່ວໄປ ແຕ່ວັນທີ 25 ກັນຍາ ເຖິງ 1 ຕຸລາ 2018 ໄດ້ມີລະດັບປະມຸກລັດ/ຫົວໜ້າລັດຖະບານ ແລະ ຮອງປະທານປະເທດ 134 ທ່ານ, ລະດັບຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ 55 ທ່ານ ແລະ ຮອງລັດຖະມົນຕີ 4 ທ່ານ ເຂົ້າຮ່ວມ ແລະ ຜັດປ່ຽນກັນຂຶ້ນກ່າວປາໄສ ແລະ ສະແດງທັດສະນະຂອງບັນດາປະເທດ ຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ເປັນຕົ້ນການແກ້ໄຂບັນຫາຄວາມທຸກຍາກ, ບັນຫາຂໍ້ຂັດແຍ່ງຕ່າງໆ, ການລົບລ້າງອາວຸດນິວເຄຼຍ, ບັນຫາຊາວອົບພະຍົບ ແລະ ການຍົກຍ້າຍຖິ່ນຖານ, ການປ່ຽນແປງດີນຟ້າອາກາດ, ການຈັດຕັ້ງປະຕິບັດວາລະເພື່ອການພັດທະນາ 2030, ການເປີດກວ້າງການຮ່ວມມືໃນຂອບຫລາຍຝ່າຍ, ການປະຕິຮູບ ແລະ ປັບປຸງອົງການສະຫະປະຊາຊາດ.

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວຫນ້າຄະນະຜູ້ແທນ ສປປ ລາວ, ໄດ້ຂຶ້ນກ່າວປາໄສຢູ່ກອງປະຊຸມພາກອະພິປາຍທົ່ວໄປ ໃນວັນທີ 29 ກັນຍາ 2018 ໂດຍຢໍ້າຄືນເຖິງເຈດຕະນາລົມ ແລະ ຄວາມຫມາຍຫມັ້ນທາງດ້ານການເມືອງຂອງລັດຖະບານ ສປປ ລາວ ເພື່ອຮ່ວມກັບວົງຄະນາຍາດສາກົນ ໃນການຮັບມື ແລະ ແກ້ໄຂບັນດາສິ່ງທ້າທາຍທີ່ພວມເກີດຂຶ້ນຢູ່ໃນພາກພື້ນ ແລະ ໃນໂລກ ໂດຍສະເພາະຄວາມຈໍາເປັນພື້ນຖານ ໃນການສ້າງສະພາບແວດລ້ອມແຫ່ງສັນຕິພາບ ທີ່ເອື້ອອໍານວຍໃຫ້ແກ່ການພັດທະນາປະເທດ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນຂອບເຂດທົ່ວໂລກ, ເຊິ່ງ ສປປ ລາວ ຍາມໃດກໍ່ກຽມພ້ອມໃຫ້ການຮ່ວມມື ແລະ ສະໜັບສະຫນູນຄວາມພະຍາຍາມຂອງວົງຄະນາຍາດສາກົນ ເພື່ອແກ້ໄຂຂໍ້ຂັດແຍ່ງຕ່າງໆໂດຍສັນຕິວິທີ, ຖືເອົາການພັດທະນາເປັນບຸລິມະສິດຕົ້່ນຕໍ ຕິດພັນກັບການຈັດຕັ້ງປະຕິບັດວາລະການພັດທະນາ 2030 ພາຍໃຕ້ຄຳຂວັນ: “ບໍ່ປະຖິ້ມໃຜໄວ້ຢູ່ເບື້ອງຫລັງດ້ວຍການ​​​ເຊື່ອມສານເອົາເປົ້າໝາຍການພັດທະນາແບບຍືນຍົງເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ສຳລັບປີ 2016-2020 ໂດຍອີງໃສ່ສະພາບຈຸດພິເສດ ແລະ ສິ່ງທ້າທາຍດ້ານການພັດທະນາຢູ່ ສປປ ລາວ, ໄດ້ກໍານົດເອົາວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ເປັນເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ (ເປົ້າຫມາຍທີ 18) ຂອງ ສປປ ລາວ. ໃນໄລຍະກອງປະຊຸມເວທີການເມືອງລະດັບສູງຈັດຂື້ນທີ່ນິວຢອກ ໃນເດືອນກໍລະກົດ2018 ທີ່ຜ່ານມາ, ສປປ ລາວ ໄດ້ນຳສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈເປັນຄັ້ງທຳອິດ ເພື່ອທົບທວນຄວາມຄືບຫນ້າແລະຊອກຮູ້ສິ່ງທ້າທາຍທີ່ປະເຊີນ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງພ້ອມທັງຊອກຫາຊ່ອງທາງໃນການແກ້ໄຂແນໃສ່ບັນລຸໄດ້ຄວາມມຸ້ງໝັ້ນຂອງລັດຖະບານໃນການນໍາພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາແລະກ້າວຂຶ້ນເປັນປະເທດກຳລັງພັດທະນາທີ່ມີລາຍຮັບປານກາງສູງໃນປີ2030.

ນອກຈາກນັ້ນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຄະນະຜູ້ແທນຂອງ ສປປ ລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມຕ່າງໆເຊັ່ນ:ກອງປະຊຸມລະດັບລັດຖະມົນຕີກຸ່ມ 77 ແລະ ຈີນ, ກອງປະຊຸມລະດັບລັດຖະມົນຕີກຸ່ມປະເທດດ້ອຍພັດທະນາ, ກອງປະຊຸມລະດັບລັດຖະມົນຕີກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ, ກອງປະຊຸມລະດັບລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມ, ກອງປະຊຸມລະດັບສູງວ່າດ້ວຍການລົບລ້າງພະຍາດວັນນະໂລກ, ກອງປະຊຸມລະດັບສູງເພື່ອທົບທວນການປ້ອງກັນ ແລະ ການຄວບຄຸມພະຍາດບໍ່ຕິດແປດ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ກຸ່ມພັນທະມິດປາຊີຟິກ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົງການຮ່ວມມືອ່າວ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ.ອາເມລິກາແບບບໍ່ເປັນທາງການ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຮ່ວມກັບ ເລຂາທິການໃຫຍ່ ສປຊ ແລະ ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 73, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ, ກອງປະຊຸມລັດຖະມົນຕີປະເທດປະສານງານພາກພື້ນອາຊີ ແລະ ອາເມລິກາລາຕິນ, ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແຫ່ງອາຊີ ແລະກອງປະຊຸມສໍາຄັນອື່ນໆ.

ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ເຄື່ອນໄຫວພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງ ແລະ ຫົວຫນ້າຄະນະຜູ້ແທນຈາກຫລາຍປະເທດເຊັ່ນໄດ້ພົບປະສອງຝ່າຍກັບ ຮອງລັດຖະມົນຕີຮັບຜິດຊອບອາຊີ ແລະ ປາຊີຟິກຂອງອັງກິດ, ຮັກສາການຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ສ. ອາເມລິກາ, ລັດຖະມົນຕີກະຊວງການຕ່າງປະເທດ ອາແຊກໄບຊານ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການເມືອງ ຊັງມາຣິໂນ, ລັດຖະມົນຕີກະຊວງການຕ່າງປະເທດແອດສະໂຕເນຍ,ລັດຖະມົນຕີກະຊວງການຕ່າງປະເທດສີລັງກາ, ລັດຖະມົນຕີກະຊວງການຕ່າງປະເທດລູມານີເພື່ອປຶກສາຫາລືກ່ຽວກັບການຮັດແໜ້ນການຮ່ວມມືສອງຝ່າຍ ແລະ ການສະຫນັບສະຫນູນເຊິ່ງກັນແລະກັນ. ອັນສຳຄັນໃນໂອກາດດັ່ງກ່າວທ່ານລັດຖະມົນຕີກະຊວງຕ່າງປະເທດ ຍັງໄດ້ລົງນາມເອກະສານສຳຄັນສອງສະບັບຄື:ສົນທິສັນຍາວ່າດ້ວຍການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຊັງມາຣິໂນ, ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການປຶກສາຫາລືກັນ ລະຫວ່າງ ສອງກະຊວງການຕ່າງປະເທດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ.

ການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ສະໄຫມທີ 73 ໃນປີນີ້ ຂອງ ຄະນະຜູ້ແທນສປປລາວໄດ້ຮັບຜົນສຳເລັດຢ່າງຈົບງາມ ໂດຍສະເພາະການສືບຕໍ່ປະກອບສ່ວນເຄື່ອນໄຫວວຽກງານການທູດຢ່າງຕັ້ງຫນ້າ, ບຸກທະລຸ ລວມທັງການເຜີຍແຜ່ນະໂຍບາຍການຕ່າງປະເທດ ແລະ ການພັດທະນາເສດຖະກິດ-ສັງຄົມ ແລະ ໄດ້ຊີ້ໃຫ້ເຫັນທັດສະນະ ຂອງ ສປປ ລາວ ຕໍ່ກັບບັນຫາຕ່າງໆ ກໍຄືຄວາມພະຍາຍາມໃນການປະຕິບັດພັນທະສາກົນ, ການເພີ້ມທະວີການຮ່ວມມືກັບບັນດາປະເທດໃນໂລກ ໃນການແກ້ໄຂສິ່ງທ້າທາຍຕ່າງໆ ເພື່ອປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສົ່ງເສີມການພັດທະນາແບບຍືນຍົງຢູ່ໃນໂລກ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485887
ມື້ນີ້18
ມື້ວານ168
ອາທິດນີ້923
ເດືອນນີ້5192