ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ ແບບບໍ່ເປັນທາງການ ຂອງລັດຖະມົນຕີການຕ່າງປະເທດ ອາຊຽນ-ສະຫະລັດ ອາເມລິກາ

20180928InformalASEAN-USMeeting1

ໃນວັນທີ 27 ກັນຍາ 2018, ທີ່ ນິວຢອກ, ສະຫະລັດອາເມລິກາ, ທ່ານ ສະເຫຼີໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະລັດ ອາເມລິກາ ກັບ ທ່ານ John J. Sullivan, ຮອງລັດຖະມົນຕີຕ່າງປະເທດສະຫະລັດ, ຊຶ່ງເປັນກອງປະຊຸມຄັ້ງທໍາອິດ ພາຍຫລັງທີ່ ສປປ ລາວ ໄດ້ຮັບຫນ້າທີ່ເປັນປະເທດປະສານງານ ສໍາລັບການພົວພັນ ອາຊຽນ-ສະຫະລັດ ອາເມລິກາ ສຳລັບສົກປີ 2018-2021.

ກອງປະຊຸມ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ເພື່ອຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ອາຊຽນ ແລະ ສະຫະລັດ ໃນຕໍ່ໜ້າ. ໃນນີ້, ສະຫະລັດ ອາເມລິກາ ຢໍ້າຄືນ ຍຸດທະສາດ ອິນໂດ-ປາຊີຟິກ ຂອງຕົນ ແນໃສ່ຮ່ວມມືກັບບັນດາປະເທດ ໃນພາກພື້ນ ບົນພື້ນຖານຫລັກການເສລີ ແລະ ເປີດກວ້າງ, ແລະ ເຄົາລົບຄວາມເປັນລະບຽບບົນພື້ນຖານຫລັກການຕ່າງໆ ເພື່ອສົ່ງເສີມການພັດທະນາແບບຍືນຍົງ. ຕໍ່ບັນຫານີ້, ບັນດາປະເທດສະມາຊິກອາຊຽນ ເນັ້ນໜັກການເຄົາລົບຕໍ່ຄວາມເປັນແກນກາງຂອງອາຊຽນ ແລະ ຍຸດທະສາດດັ່ງກ່າວຂອງ ສະຫະລັດ ອາເມລິກາ ຕ້ອງເສີມສ້າງ ໃຫ້ບັນດາກົນໄກຕ່າງໆທີ່ມີຢູ່ ແນໃສ່ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຮັ່ງມີຜາສຸກ ຮ່ວມກັນ.

ກອງປະຊຸມ ໄດ້ເຫັນດີເພີ່ມທະວີການຮ່ວມມື ລະຫວ່າງ ອາຊຽນ ແລະ ສະຫະລັດ ອາເມລິກາ ໃນຂົງເຂດທີ່ສອງຝ່າຍມີທ່າແຮງເຊັ່ນ ດ້ານການຄ້າ ແລະ ການລົງທຶນ, ເສດຖະກິດດີຈີຕອນ, ການຄ້າທາງເອເລັກໂຕຼນິກ, ການເຊື່ອມຈອດ ແລະ ການສົ່ງເສີມການຄ້າ ແລະ ການລົງທຶນ, ລວມທັງມາດຕະການສົ່ງເສີມຈຸລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ຂະຫນາດກາງ ເພື່ອໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄຫມໃນຍຸກການປະຕິວັດອຸດສະຫະກໍາ 4.0 ແລະ ຍຸກເສດຖະກິດດີຈີຕອນ.

ພ້ອມນີ້, ກອງປະຊຸມ ກໍໄດ້ປຶກສາຫາລື ກ່ຽວກັບ ການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ-ສະຫະລັດ, ຊຶ່ງຈະຈັດຂຶ້ນໃນເດືອນພະຈິກ 2018 ທີ່ ສິງກະໂປ ແລະ ໄດ້ແລກປ່ຽນຄຳຄິດຄໍາເຫັນ ກ່ຽວກັບ ບັນ​ຫາ​ພາ​ກ​ພື້ນ ແລະ ສາ​ກົນທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ ເຊັ່ນ ສະພາບການໃນແຫຼມເກົາຫຼີ, ສະພາບການຢູ່ທະເລຈີນໃຕ້ ແລະ ສະພາບການຢູ່ ຕາເວັນອອກກາງ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ສະເຫລີມໄຊ ກົມມະກິດ ໄດ້ຢໍ້າຄືນຄວາມໝາຍໝັ້ນ ຂອງ ສປປ ລາວ ທີ່ຈະເຮັດວຽກຮ່ວມກັບບັນດາປະເທດສະມາຊິກອາຊຽນ ແລະ ສະຫະລັດ ອາເມລິກາ ເພື່ອຮັດແຫນ້ນການຮ່ວມມື ອາຊຽນ-ສະຫະລັດ ອາເມລິກາ ໃນໄລຍະທີ່ ສປປ ລາວ ເປັນປະເທດປະສານງານຕະຫຼອດ 3 ປີຂ້າງໜ້າ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485961
ມື້ນີ້92
ມື້ວານ168
ອາທິດນີ້997
ເດືອນນີ້5266