ໃນວັນທີ 12 ທັນວາ 2017, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ ກົດໝາຍວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາກົນ, ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີຮອງລັດຖະມົນຕີ, ຫົວໜ້າ ແລະ ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກກະຊວງ, ອົງການທີ່ອ້ອມຂ້າງສູນກາງ, ຜູ້ຕາງໜ້າຈາກສະພາປະຊາຊົນນະຄອນຫຼວງ ແລະ ອົງການປົກຄອງນະຄອນຫຼວງ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ, ຈັດຂຶ້ນເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ກ່ຽວກັບເນື້ອໃນຕົ້ນຕໍຂອງກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ເພື່ອໃຫ້ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ກອງປະຊຸມ ໄດ້ຮັບຟັງການສະເໜີບົດຂອງວິທະຍາກອນ ຂອງກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ແລະ ຈະມີການແລກປ່ຽນຄວາມຄິດເຫັນ, ສົນທະນາກ່ຽວກັບຫລັກການ-ລະບຽບການ, ກ່ຽວກັບການສ້າງ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ແລະ ສາກົນ, ຊຶ່ງໄດ້ກຳນົດໄວ້ໃນກົດໝາຍສະບັບດັ່ງກ່າວ, ໂດຍສົມທຽບໃສ່ພາກປະຕິບັດຂອງສາກົນ ແລະ ພາກປະຕິບັດຂອງ ສປປ ລາວ ໃນໄລຍະຜ່ານມາ. ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນນີ້ ຈະເປັນບ່ອນອີງໃຫ້ແກ່ບັນດາອົງການ ແລະ ຂະແໜງການໃນການເຄື່ອນໄຫວວຽກງານການຕ່າງປະເທດຕາມພາລະບົດບາດຂອງຕົນ ໂດນຜ່ານການສະເໜີສ້າງ, ເຂົ້າຮ່ວມເປັນພາຄີ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ແນໃສ່ປະກອບສ່ວນເພີ້ມທະວີການພົວພັນ ແລະ ການຮ່ວມມືກັບຕ່າງປະເທດ, ການເຊື່ອມໂຍງພາກພື້ນ ແລະ ສາກົນຂອງ ສປປ ລາວ.
ສໍາລັບກົດໝາຍດັ່ງກ່າວ, ໄດ້ຖືກຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ່ 3 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທິີ 8 ພຶດສະພາ 2017 ແລະຖືກປະກາດໃຊ້ໂດຍປະທານປະເທດ ໃນວັນທີ 19 ມິຖຸນາ 2017, ໄດ້ເອົາລົງໃນຈົດໝາຍເຫດທາງລັດຖະການ ໃນວັນທີ 02 ພະຈິກ 2017 ຕາມມາດຕາ 80, ວັກທີ 1 ຂອງກົດໝາຍວ່າດ້ວຍການສ້າງນິຕິກຳ, ສະບັບເລກທີ 19/ສພຊ, ລົງວັນທີ 18 ພະຈິກ 2017 ເປັນຕົ້ນມາ.