ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຫວຽດນາມ ພົບປະຫາລືການພົວພັນສອງຝ່າຍ

 

LaoVietTalk1 LaoVietTalk2 LaoVietTalk3

 

ໃນ​ວັນ​ທີ 5-7 ທັນ​ວາ 2017, ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ລາວ ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດລາວ ​ເດີນທາງ​​ໄປ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ດ້ານ​ການ​ເມືອງ ລະດັບ​ລັດຖະມົນຕີ ຄັ້ງ​ທີ 4 ລະຫວ່າງ ​ກະຊວງ​ການ​ຕ່າງປະ​ເທດ ລາວ-ຫວຽດນາມ, ທີ່​ ນະຄອນຫຼວງ​ຮ່າ​ໂນ້ຍ, ສສ ຫວຽດນາມ, ເຊິ່ງເປັນໜຶ່ງໃນກິດຈະກໍາສະເຫຼີມສະຫຼອງ 2 ວັນປະຫວັດສາດ ໃນປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017.

ກອງ​ປະຊຸມ​ໄດ້ຈັດຂຶ້ນ​ໃນ​ວັນ​ທີ 6 ທັນ​ວາ 2017, ​ໂດຍ​ການ​ເປັນ​ປະທານ​ຮ່ວມຂອງ ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດລາວ ​ແລະ ທ່ານ ຟ້າ​ມ ບິ່ງ ມິ​ງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ​ໂດຍ ມີຄະນະຜູ້ແທນ ຈາກ​ບັນດາ​ກົມ​ກ່ຽວຂ້ອງຂອງ​ສອງ​ກະຊວງ​ການ​ຕ່າງປະ​ເທດ​ເຂົ້າຮ່ວມ.

ໃນ​ກອງ​ປະຊຸມ,​ ສອງ​ລັດຖະມົນຕີ​ ໄດ້​ແລກ​ປ່ຽນທົບທວນຄືນການຮ່ວມມືສອງຝ່າຍ ລະຫວ່າງ ສອງປະເທດ, ໂດຍສະເພາະ ລະຫວ່າງ ສອງກະຊວງການຕ່າງປະເທດ ໃນໄລຍະ 1 ປີ ຜ່ານມາ, ແລະ ໃນນາມເປັນກອງເລຂາຄະນະຊີ້ນຳລະດັບຊາດ ໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017, ກໍ່ໄດ້ແລກປ່ຽນການສະຫຼຸບຄືນ ບັນດາກິດຈະກຳສະເຫຼີມສະຫຼອງທີ່ສອງຝ່າຍໄດ້ຈັດຮ່ວມກັນຕະຫຼອດປີ 2017, ໂດຍເຫັນວ່າ ໄດ້ມີການແລກປ່ຽນການຢ້ຽມຢາມໃນຫຼາຍລະດັບ ແຕ່ສູນກາງຮອດທ້ອງຖິ່ນ, ແລະ ໄດ້ຈັດຫຼາຍກິດຈະກຳທີ່ເປັນລັກສະນະມູນເຊື້ອ ເພື່ອຮັດແໜ້ນຄວາມສາມັກຄີພິເສດຂອງສອງຊາດ ລາວ-ຫວຽດນາມ. ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງການພົວພັນ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃນທຸກໆຂົງເຂດ, ທັງທາງດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳສັງຄົມ. ນອກນັ້ນ, ຍັງໄດ້ປຶກສາຫາລືກັນ ເພື່ອສົ່ງເສີມການຮ່ວມມືດ້ານການລົງທຶນ ແລະ ການຄ້າ ແລະ ການສຶກສາໃຫ້ນັບມື້ນັບມີປະສິດທິຜົນດີຂຶ້ນກວ່າເກົ່າ.

ທັງສອງ​ຝ່າຍ ຍັງຢືນຢັນຈະສືບຕໍ່ຮ່ວມກັນຢ່າງໃກ້ຊິດ ເພື່ອເຮັດໜ້າທີ່ເປັນເສນາທິການໃຫ້ແກ່ການນຳຂັ້ນສູງສອງຝ່າຍ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ລວມທັງຊຸກຍູ້ບັນດາຂະແໜງການຕ່າງໆ ຈັດຕັ້ງປະຕິບັດບັນດາເອກະສານຮ່ວມມືທີ່ສອງຝ່າຍໄດ້ລົງນາມຮ່ວມກັນແລ້ວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ສືບຕໍ່ປະສານສົມທົບກັບທຸກໆຂະແໜງການຂອງທັງສອງປະເທດ ເພື່ອກະກຽມໃຫ້ແກ່ການຢ້ຽມຢາມຂອງການນຳຂັ້ນສູງລະຫວ່າງສອງປະເທດ, ຊຶ່ງໃນເດືອນ ທັນວານີ້ ຈະມີການຢ້ຽມຢາມ ແລະ ເຂົ້າຮ່ວມພິທີປິດປີສາມັກຄີມິດຕະພາບ 2017 ຂອງ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ບຸນຍັງ ວໍລະຈິດ, ລວມເຖິງ ກອງປະຊຸມສອງກົມການເມືອງ ແລະ ກອງປະຊຸມ ຄັ້ງທີ 40 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ທີ່ຈະມີຂຶ້ນໃນຕົ້ນປີ 2018.

ໃນການຢ້ຽມຢາມຄັ້ງນີ້, ທ່ານ ສະ​ເຫຼີມໄຊ ກົມມະສິດ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເຂົ້າ​ຢ້ຽມ​ຂໍ່​າ​ນັບ ທ່ານ ຫງວຽນ ຊວນ ຟຸກ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ສ ຫວຽດ​ນາມ, ເຊິ່ງໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍ​ສອງ​ກະຊວງ​ການ​ຕ່າງປະເທດ ທີ່ໄດ້ເອົາໃຈໃສ່ ແລະ ຮ່ວມ​ກັນຢ່າງໃກ້ຊິດ ເພື່ອຊຸກຍູ້ການ​ຈັດ​ຕັ້ງ​ປະຕິບັດ​ ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ກັນຂອງສອງຝ່າຍ ໃຫ້ປະກົດຜົນເປັນຈິງ ແລະນຳເອົາຜົນປະໂຫຍດອັນໃຫຍ່ຫຼວງມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ.

ໃນວັນສຸດທ້າຍຂອງການຢ້ຽມຢາມ, ທ່ານສະເຫຼີມໄຊ ກົມມະສິດ ໄດ້ປາຖະກະຖາ ໃນຫົວຂໍ້ “ 70 ການ​ທູດ​ລາວ ແລະ 55 ປີ ​ວັນ​ສ້າງ​ຕັ້ງ​ການ​ທູດ ລາວ-ຫວຽດ​ນາມ ” ໂດຍມີ ນັກການທູດ, ນັກສຶກສາລາວ ແລະ ຫວຽດນາມ ທີ່ສົນໃຈເຂົ້າຮ່ວມຫຼາຍກວ່າ 200 ຄົນ.

ພ້ອມດຽວກັນນີ້, ກະຊວງການຕ່າງປະເທດລາວ ຍັງໄດ້ຈັດພິທີປະດັບຫຼຽນໄຊແຮງງານຊັ້ນ 1 ​ໃຫ້ແກ່ ທ່ານ ຫງວຽນແໝ້ງຮຸ່ງ, ອະດີດເອກອັກຄະລັດຖະທູດ ແຫ່ງ ສ. ຫວຽດນາມ ປະຈຳ ລາວ ໄລຍະ 2012-2016 ທີ່ມີຜົນງານດີເດັ່ນໃນການປະກອບສ່ວນ​​ເຂົ້າໃນການພັດທະນາເສດຖະກິດລາວ ແລະ ການສົ່ງເສີມສາຍພົວພັນມິດຕະພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485962
ມື້ນີ້93
ມື້ວານ168
ອາທິດນີ້998
ເດືອນນີ້5267