ໃນຕອນເຊົ້າຂອງວັນທີ 30 ພະຈິກ 2017 ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະສື່ມວນຊົນ ສ.ເກົາຫລີ ພາຍໃຕ້ໂຄງການຢ້ຽມຢາມແລກປ່ຽນສື່ມວນຊົນ ອາຊຽນ-ສ.ເກົາຫລີ 2017 ຈຳນວນ 19 ທ່ານ ໃນໂອກາດທີ່ຄະນະດັ່ງກ່າວເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 28-30 ພະຈິກ 2017.
ໂຄງການຢ້ຽມຢາມແລກປ່ຽນສື່ມວນຊົນ ອາຊຽນ-ສ.ເກົາຫລີ ໄດ້ເລີ່ມຈັດຕັ້ງປະຕິບັດໃນທຸກໆປີ ເລີ່ມຕັ້ງແຕ່ປີ 1999 ເປັນຕົ້ນມາ ໂດຍໄດ້ຮັບທຶນສະໜັບສະໜູນຈາກກອງທຶນຮ່ວມມື ອາຊຽນ-ສ.ເກົາຫລີ, ຊຶ່ງຈຸດ ປະສົງຫລັກແມ່ນເພື່ອສົ່ງເສີມຄວາມເຂົ້າໃຈໃຫ້ບັນດານັກສື່ມວນຊົນອາຊຽນ ແລະ ສ. ເກົາຫລີ ໂດຍສະເພາະ ໃນຂົງເຂດການຮ່ວມມືດ້ານວັດທະນະທຳ-ສັງຄົມ ລະຫວ່າງ ສອງພາກພື້ນ ແລະ ການນຳສະເໜີຫົວຂໍ້ຂ່າວ ໃນຮູບແບບການຜະລິດບົດຄວາມ ແລະ ບົດອອກຂ່າວ ກ່ຽວກັບ ການຢ້ຽມຢາມ ໂດຍຜູ້ເຂົ້າຮ່ວມໂຄງການດັ່ງກ່າວ. ສຳລັບຫົວຂໍ້ຂອງໂຄງການຢ້ຽມຢາມແລກປ່ຽນສື່ມວນຊົນ ອາຊຽນ-ສ.ເກົາຫລີ 2017 ນີ້ ແມ່ນ “ອາຊີ, ເຊື່ອມຕໍ່ກັນດ້ວຍວັດທະນະທຳ (Asia, connected with culture)”, ຊຶ່ງໄດ້ເນັ້ນໃສ່ການເສີມຂະຫຍາຍຂອບການຮ່ວມມືດ້ານວັດທະນະທຳ-ສັງຄົມ ລະຫວ່າງ ສອງພາກພື້ນ.
ໃນໄລຍະການຢ້ຽມຂ່ຳນັບ, ທ່ານຮອງລັດຖະມົນຕີ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນມາຍັງຄະນະສື່ມວນຊົນຈາກ ສ. ເກົາຫລີ ທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ໂຄງການແລກປ່ຽນດັ່ງກ່າວ, ຊຶ່ງຖືວ່າເປັນໂຄງການໜຶ່ງທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນການຮ່ວມມື ອາຊຽນ-ສ.ເກົາຫລີ. ນອກນີ້, ທ່ານ ຮອງລັດຖະມົນຕີ ໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ພິຈາລະນາສືບຕໍ່ຈັດຕັ້ງປະຕິບັດໂຄງການແລກປ່ຽນສື່ມວນຊົນ ອາຊຽນ-ສ. ເກົາຫລີ ດັ່ງກ່າວນີ້ ໃນຕໍ່ໜ້າ.
ນອກຈາກນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ສະແດງຄວາມຍິນດີ ທີ່ເຫັນວ່າ ການຮ່ວມມືອາຊຽນ ແລະ ສ.ເກົາຫລີ ມີຄວາມຄືບໜ້າໃນຫຼາຍດ້ານ. ອັນພົ້ນເດັ່ນ ແມ່ນການຮ່ວມມືດ້ານວັດທະນະທໍາ-ສັງຄົມ, ຊຶ່ງສອງຝ່າຍໄດ້ເຫັນດີກຳນົດເອົາປີ 2017 ເປັນປີແຫ່ງການແລກປ່ຽນວັດທະນະທຳ ລະຫວ່າງ ອາຊຽນ-ສ.ເກົາຫລີ. ໃນນັ້ນ ຫຼາຍກິດຈະກຳໄດ້ຮັບການຈັດຕັ້ງປະຕິບັດຮ່ວມກັນ, ລວມທັງການແລກປ່ຽນທາງດ້ານວັດທະນະທຳ, ຊາວໜຸ່ມ, ນັກຮຽນ-ນັກສຶກສາ, ການແລກປ່ຽນສື່ມວນຊົນ ແລະ ການປະກາດສ້າງຕັ້ງເຮືອນວັດທະນະທຳ ອາຊຽນ-ເກົາຫລີ ຢ່າງເປັນທາງການ ໃນວັນທີ 1 ກັນຍາ 2017 ທີ່ຜ່ານມາ.
ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຂອບໃຈມາຍັງຄະນະສື່ມວນຊົນ ສ.ເກົາຫລີ ສຳລັບການປະກອບສ່ວນອັນສຳຄັນ ແລະ ສືບຕໍ່ສະໜັບສະໜູນການສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ລະຫວ່າງ ປະຊາຊົນຂອງສອງພາກພື້ນ ແລະ ອວຍ ພອນໃຫ້ປະສົບຜົນສຳເລັດໃນການເຂົ້າຮ່ວມໂຄງການຢ້ຽມຢາມແລກປ່ຽນຄັ້ງນີ້.
ໃນໂອກາດການເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ສື່ມວນຊົນ ສ.ເກົາຫລີ ໄດ້ເຂົ້າພົບປະເຮັດວຽກກັບພາກສ່ວນທີ່ກ່ຽວຂ້ອງຂອງລາວຄື: ພົບປະເຮັດວຽກກັບສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ກົມໂຄສະນາການ ທ່ອງທ່ຽວຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ນອກຈາກນີ້, ຄະນະດັ່ງກ່າວ ຍັງໄດ້ທ່ຽວຊົມບັນດາແຫລ່ງທ່ອງທ່ຽວໃນນະຄອງຫລວງວຽງຈັນ, ເຊິ່ງໄດ້ເພີ້ມທະວີຄວາມຮັບຮູ້ ແລະ ຄວາມເຂົ້າໃຈຫລາຍຂື້ນກ່ຽວກັບວັດທະນະທຳ, ຮີດຄອງປະເພນີ ແລະ ວິຖີການດຳລົງຊີວິດຂອງປະຊາຊົນລາວ.