ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີຊັກທຸງຊາດລາວ ແລະ ທຸງອາຊຽນຂຶ້ນເສົາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ວັນຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

 

RiseflagLao-asean1 RiseflagLao-asean2

 

RiseflagLao-asean3

 

ໃນ​ຕອນເຊົ້າຂອງວັນ​ທີ 11 ສິງຫາ 2017 ທີ່ ກະຊວງ​ການ​ຕ່າງປະ​ເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານ ແລະ ກ່າວເປີດໃນພິທີຊັກທຸງຊາດລາວ ແລະ ທຸງອາຊຽນຂຶ້ນເສົາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ 50 ປີແຫ່ງການສ້າງຕັ້ງອາຊຽນ ແລະ ວັນຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ.

ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ມີ ບັນດາລັດຖະມົນຕີຮັບຜິດຊອບ 3 ເສົາຄໍ້າປະຊາຄົມອາຊຽນ ຄື: ລັດຖະມົນຕີກະຊວງການຕ່າງປະເທດ (ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ), ລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າ (ເສົາຄໍ້າປະຊາຄົມເສດຖະກິດອາຊຽນ) ແລະ ລັດຖະມົນຕີກະຊວງຖະແຫຼງຂ່າວ, ​ວັດທະນະທໍາ ແລະ ທ່ອງທ່ຽວ (ເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນ). ພ້ອມນີ້, ຍັງມີບັນດາເອກອັກຄະລັດຖະທູດ ຈາກປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ ແລະ ບັນດາຜູ້ຕາງໜ້າຈຸດປະສານງານອາຊຽນຂອງແຕ່ລະຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ເຂົ້າຮ່ວມ.

ໃນບົດກ່າວເປີດ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວວ່າ ພິທີຊັກທຸງຊາດລາວ ແລະ ທຸງອາຊຽນຂຶ້ນເສົາ ແມ່ນໜຶ່ງໃນບັນດາກິດຈະກໍາເພື່ອເປັນການລະນຶກເຖິງວັນທີ່ມີຄວາມໝາຍຄວາມສໍາຄັນ ທາງດ້ານປະ ຫວັດສາດຂອງການສ້າງຕັ້ງອາຊຽນ ໃນປີ 1967 ແລະ ວັນເຂົ້າອາຊຽນຂອງ ສປປ ລາວ ໃນປີ 1997. ນອກນີ້, ທ່ານຍັງໄດ້ເນັ້ນຕື່ມອີກວ່າ ໃນໄລຍະ 50 ປີ ທີ່ຜ່ານມາ ອາຊຽນໄດ້ເຕີບໃຫຍ່ຂະຫຍາຍຕົວເທື່ອລະກ້າວ ກາຍເປັນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານທີ່ມີຜົນສໍາເລັດ, ເປັນທີ່ຮັບຮູ້ ແລະ ຍອມ ຮັບຂອງວົງຄະນະຍາດສາກົນ ແລະ ສໍາຄັນ, ອາຊຽນໄດ້ກາຍເປັນປະຊາຄົມອາຊຽນ ໃນທ້າຍປີ 2015. ສປປ ລາວ ກໍໄດ້ປະກອບສ່ວນຢ່າງຫ້າວຫັນ ໃນຂະບວນການສ້າງປະຊາຄົມອາຊຽນດັ່ງກ່າວ ໃນໄລຍະ 2 ທົດສະຫວັດທີ່ຜ່ານມາ ອັນໄດ້ນໍາຜົນປະໂຫຍດມາສູ່ ສປປ ລາວ ແລະ ອາຊຽນໂດຍລວມ.

ພິທີຊັກທຸງຊາດລາວ ແລະ ທຸງອາຊຽນ ຂຶ້ນເສົາ, ເຊິ່ງໄດ້ດໍາເນີນໄປໂດຍການບັນເລງເພງຊາດລາວ ແລະ ເພງອາຊຽນ (ASEAN Way) ໂດຍກອງດຸລິຍາງຂອງ ກອງທັບປະຊາຊົນລາວ, ເປັນໜຶ່ງໃນກິດຈະກໍາສະເຫຼີມສະຫຼອງ 2 ວັນສໍາຄັນ ທີ່ ສປປ ລາວ ຈະໄດ້ຈັດຂຶ້ນ ຕະຫຼອດປີ 2017.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485857
ມື້ນີ້156
ມື້ວານ206
ອາທິດນີ້893
ເດືອນນີ້5162