ພະນະທ່ານ ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ,
ພະນະທ່ານ,
ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຖືກຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ປະສົບການທາງດ້ານການເມືອງຂອງພະນະທ່ານ ຈະຮັບໃຊ້ການພັດທະນາປະເທດລາວ ໃຫ້ປະສົບຜົນສຳເລັດ.
ພະນະທ່ານ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ,
ພະນະທ່ານ,
ເນື່ອງໃນໂອກາດທີ່ພະນະທ່ານຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ.
ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດພວກເຮົາ ທີ່ພະນະທ່ານໄດ້ປະກອບສ່ວນຢ່າງຫຼວງຫຼາຍ ໃນໄລຍະທີ່ເປັນລັດຖະມົນຕີຕ່າງປະເທດນັ້ນ, ຈະໄດ້ຮັບການເສີມຂະຫຍາຍຕໍ່ໄປໃນທຸກຂົງເຂດໄລຍະທີ່ພະນະທ່ານເປັນນາຍົກລັດຖະມົນຕີນີ້ ເພື່ອຜົນປະໂຫຍດຂອງສອງຊາດພວກເຮົາ.
ດ້ວຍຄວາມນັບຖືຢ່າງສູງ,
ເມລັດຄາວູໂຊລູ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວກກີ
ອັງຄາລາ, ວັນທີ 09 ພຶດສະພາ 2016
ພະນະທ່ານ ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ,
ພະນະທ່ານ,
ເນື່ອງໃນໂອກາດທີ່ພະນະທ່ານຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ໄລຍະທີ່ພະນະທ່ານ ດໍາລົງຕໍາແໜ່ງນີ້ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍແໜ້ນແຟ້ນຍິ່ງຂື້ນໃນທຸກຂົງເຂດ ເພື່ອຜົນປະໂຫຍດຂອງສອງຊາດພວກເຮົາ.
ດ້ວຍຄວາມນັບຖືຢ່າງສູງ
ເມລັດຄາວູໂຊລູ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວກກີ
ອັງຄາລາ, ວັນທີ 09 ພຶດສະພາ 2016
ພະນະທ່ານ ຣານີລ ວິກກ໌ເຮເມຊິງ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ
ທີ່ ໂກລົມໂບ
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຂ່າວເຫດການນ້ຳຖ້ວມ ແລະ ດິນເຊາະເຈື່ອນ ຊຶ່ງໄດ້ຮັບຜົນກະທົບຈາກຝົນຕົກໜັກທີ່ເກີດຂຶ້ນຢູ່ ສີລັງກາ, ໃນວັນທີ 17 ແລະ 18 ພຶດສະພາ 2016 ທີ່ຜ່ານມາ, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ, ໄດ້ຮັບບາດເຈັບ ແລະ ສູນຫາຍເປັນຈຳນວນຫຼາຍ ແລະ ຊັບສິນຂອງປະຊາຊົນຖືກທຳລາຍ.