ພະນະທ່ານ ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ,
ພະນະທ່ານ,
ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຖືກຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ປະສົບການທາງດ້ານການເມືອງຂອງພະນະທ່ານ ຈະຮັບໃຊ້ການພັດທະນາປະເທດລາວ ໃຫ້ປະສົບຜົນສຳເລັດ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມປາດຖະໜາທີ່ຈະເສີມຂະຫຍາຍການຮ່ວມມື ລະຫວ່າງ ສອງປະເທດພວກເຮົາ ແລະ ພ້ອມທັງສົ່ງເສີມການຮ່ວມມືກັນໃນເວທີສາກົນ. ຂ້າພະເຈົ້າ ຂໍອວຍພອນໄຊມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນໜ້າທີ່ຂອງພະນະທ່ານ ແລະ ພ້ອມທັງອວຍພອນໃຫ້ປະຊາຊົນລາວ ຈົ່ງມີແຕ່ສັນຕິພາບ ແລະ ວັດທະນາຖາວອນ.
ດ້ວຍຄວາມນັບຖືຢ່າງສູງ,
ອາເລັກຊັງເດີ ລູກາເຊັນໂກ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດ
ມິນສ໌, ວັນທີ 23 ເມສາ 2016