ໂທລະເລກສະແດງຄວາມເສົ້າສະຫລົດໃຈ
ພະນະທ່ານ ວາລາດີເມຍ ປູຕິນ,
ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ
ທີ່ ນະຄອນຫຼວງ ມົດສະກູ
ພະນະທ່ານ ທີ່ນັບຖື,
ຂ້າພະເຈົ້າ ໄດ້ຊາບຂ່າວດ້ວຍຄວາມເສົ້າໂສກເປັນຢ່າງຍິ່ງ ກ່ຽວກັບເຫດການອຸທົກກະໄພນໍ້າຖ້ວມ ຢູ່ ເຂດອີຣກຸສ, ສ. ຣັດເຊຍ ໃນທ້າຍເດືອນມິຖຸນາ 2019, ເຊິ່ງເຮັດໃຫ້ມີການສູນເສຍຊີວິດ ແລະ ຊັບສິນ ຈໍານວນຫຼວງຫຼາຍ.
ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າໂສກເສຍໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງບັນດາຍາດຕິພີ່ນ້ອງຂອງຜູ້ທີ່ເສຍຊີວິດ ແລະຫວັງຢ່າງຍິ່ງວ່າປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ຈະໄດ້ຮັບການຟື້ນຟູຊີວິດການເປັນຢູ່ ແລະ ກັບຄືນສູ່ສະພາບປົກກະຕິ ໂດຍໄວ.
ນະຄອນຫຼວງວຽງຈັນ, ວັນທີ ມີຖຸນາ 2019
ສະຫາຍ ທີ່ຮັກແພງ,
ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 45 ປີ, ຂ້າພະເຈົ້າ ຕາງໜ້າໃຫ້ຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ສປປ ເກົາຫຼີ ທຸກຖວ້ນໜ້າ.