ນະຄອນຫຼວງວຽງຈັນ, 18 ມິຖຸນາ 2019
ສົມເດັດ,
ເນື່ອງໃນໂອກາດວັນຊາດແຫ່ງຣາຊະອານາຈັກລຸກຊຳບວກ, ໃນນາມປະຊາຊົນລາວທັງຊາດແລະໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດ ມາຍັງສົມເດັດຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ ແລະ ປະຊາຊົນລຸກຊຳບວກທຸກຖ້ວນໜ້າ ຈົ່ງມີແຕ່ຄວາມຜາສຸກແລະຈະເລີນຮຸ່ງເຮືອງວັດທະນາຖາວອນຕະຫຼອດກາລະນານ.
ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບແລະການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກລຸກຊຳບວກຈະສືບຕໍ່ໄດ້ຮັບການຮັດແໜ້ນແລະເສີມຂະຫຍາຍໃຫ້ແຕກດອກອອກຜົນຍິ່ງໆຂຶ້ນເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ສົມເດັດ ແກຣນ ດຸກ ເຮັນຣີ
ແຫ່ງ ຣາຊະອານາຈັກລຸກຊຳບວກ
ທີ່ ລຸກຊຳບວກ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງຣາຊະອານາຈັກ ລຸກຊຳບວກ, ໃນນາມລັດຖະບານ ແລະ ປະຊາຊົນແຫ່ງສາທາລະນະລັດ ປະຊາທິປະໄຕປະຊາຊົນລາວກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈແລະພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ລຸກຊຳບວກ ເພື່ອນມິດທຸກຖ້ວນໜ້າ.
ຂ້າພະເຈົ້າເຊື່ອໝັ້ນວ່າ ບົນພຶ້ນຖານສາຍພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດພວກເຮົາ ໃນໄລຍະຜ່ານມາ, ການພົວພັນຮ່ວມມື ລະຫວ່າງ ສອງລັດ ກໍ່ຄື ປະຊາຊົນສອງຊາດຂອງພວກເຮົາ ຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍໃຫ້ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງພະນະທ່ານ ແລະ ຂໍໃຫ້ປະເທດ ແລະ ປະຊາຊົນ ລຸກຊຳບວກ ສືບຕໍ່ໄດ້ຮັບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ແລະ ມີຄວາມຈະເຈີນຮຸ່ງເຮືອງຍິ່ງໆຂຶ້ນ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ພະນະທ່ານຊາວີແອ ແບດເຕີນ
ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກລຸກຊຳບວກ
ທີ່ ລຸກຊຳບວກ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ຣາຊະອານາຈັກລຸກຊຳບວກ, ໃນນາມລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ພະນັກງານກະຊວງການຕ່າງປະເທດທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ພາລະນາໄມສົມບູນ ແລະ ປະສົບຜົນສຳເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງຕົນ.
ຂ້າພະເຈົ້າ ເຊື່ອໝັ້ນວ່າດ້ວຍຄວາມພະຍາຍາມຮ່ວມກັນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີທີ່ມີມາແຕ່ຍາວນານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກລຸກຊຳບວກ, ໂດຍສະເພາະ ລະຫວ່າງສອງກະຊວງການຕ່າງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຍິ່ງໆຂຶ້ນ, ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ເພື່ອຜົນປະໂຫຍດຮ່ວມກັນຂອງສອງປະເທດພວກເຮົາ, ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງໃນພາກພື້ນຂອງພວກເຮົາ ແລະ ໃນທົ່ວໂລກ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ທ່ານ ຊອນ ອັສແຊນລ໌ບອນ
ລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ
ແຫ່ງ ຣາຊະອານາຈັກລຸກຊຳບວກ
ທີ່ ລຸກຊຳບວກ