ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ໃນໂອກາດທີ່ທ່ານ ໄດ້ຖືກັບເລືອກຕັ້ງດຳລົງຕຳແໜ່ງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຣາຊະອານາຈັກ ແຫ່ງ ລຸກຊຳບວກ ແລະ ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດໃຫ້ທ່ານຈົ່ງປະສົບຜົນສຳເລັດໃນການປະຕິບັດຫນ້າທີ່ອັນຍິ່ງໃຫຍ່ຂອງທ່ານ.
ພ້ອມດຽວກັນນີ້, ພວກເຮົາຂໍຖືໂອກາດນີ້ ສະແດງໄມຕີຈິດ ແລະ ມິດຕະພາບ ຂອງປະຊາຊົນລຸກຊຳບວກ ຕໍ່ກັບປະຊາຊົນລາວທັງຊາດ.
ນະຄອນຫຼວງວຽງຈັນ, ວັນທີ 07 ເມສາ 2021
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ທີ່ໄດ້ຮັບຂ່າວການຈາກໄປຂອງ ພະນະທ່ານ ຈອນ ມາກູຟູລິ, ອະດີດປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ຕັງຊານີ ໃນວັນທີ 17 ມີນາ 2021 ທີ່ຜ່ານມາ.
ນະຄອນຫຼວງວຽງຈັນ, ວັນທີ 09 ເມສາ 2021
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານາທິບໍດີຍິງຜູ້ທຳອິດ ແຫ່ງ ສາທາລະນະລັດ ສະຫະພັນ ຕັງຊານີ.