ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ສະຫາຍ ທີໄດ້ຮັບການແຕ່ງຕັ້ງ ໃຫ້ດຳລົງຕຳແຫນ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນກອງປະຊຸມ ຄັ້ງທີ XI, ຊຸດທີ XIV ຂອງກອງປະຊຸມສະພາແຫ່ງຊາດຫວຽດນາມ.
ຂ້າພະເຈົ້າ ເຊື່ອຫມັ້ນວ່າ ດ້ວຍຄວາມສາມາດ ແລະ ປະສົບການອັນອຸດົມສົມບູນຂອງ ສະຫາຍ, ສະຫາຍຈະສືບຕໍ່ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນພາລະກິດປ່ຽນແປງໃຫມ່ ແລະ ເປີດກວ້າງການຮ່ວມມືກັບສາກົນ, ຍົກຖານະບົດບາດຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃຫ້ນັບມື້ນັບສູງຂື້ນຢ່າງບໍ່ຢຸດຢັ້ງ.
ຂ້າພະເຈົ້າ ພ້ອມແລ້ວ ແລະ ຍິນດີທີຈະເຮັດວຽກຮ່ວມກັບສະຫາຍ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນຍີ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍ່ຄືການຮ່ວມມື ອັນສະຫນິດສະຫນົມ ແລະ ແຫນ້ນແຟ້ນ ລະຫວ່າງ ສອງກະຊວງການຕ່າງປະເທດ ພວກເຮົາ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ພັດທະນາຂື້ນຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາໃນພາກພື້ນ ແລະ ໃນໂລກ.
ອວຍພອນໃຫ້ສະຫາຍພ້ອມຄອບຄົວ ຈົ່ງມີພາລານາໄມສົມບູນເຂັ້ມແຂງ, ມີຄວາມພາສຸກ ແລະ ປະສົບຜົນສຳເລັດໃນຫນ້າທີ່ອັນສູງສົ່ງຂອງຕົນ.
ດ້ວຍຄວາມຮັກແພງຖານອ້າຍນ້ອງ.
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ສະຫາຍ ບຸ່ຍ ແທັງ ເຊີນ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
ທີ່ ນະຄອນຫຼວງຮ່າໂນ້ຍ