ຕອນບ່າຍເວລາ 15:00 ໂມງ ຂອງວັນທີ່ 27 ທັນວາ 2021, ທ່ານ ພົນໂທ ສັນເສີນ ແກ້ວກໍາເນີດ, ຫົວໜ້າກົມປະຊາສໍາພັນ ພ້ອມດ້ວຍຄະນະ 6 ທ່ານ ໄດ້ເຂົ້າພົບທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ ທີ່ສະຖານທູດລາວ ເພື່ອມາຂໍໂທດກ່ຽວກັບການສະເໜີຂ່າວລົດໄຟຄວາມໄວສຸງ ລາວ-ຈີນ ຊຶ່ງສື່ຂອງສະຖານີວິທະຍຸ ໂທລະພາບ ແຫ່ງປະເທດໄທ (NBT) ໄດ້ອອກຂ່າວທີ່ຂາດຂໍ້ມູນຄວາມຈິງໃນວັນທີ່ 6 ທັນວາ 2021 ທີ່ຜ່ານມາໃນລາຍການ “ຟັງຊັດໆ ຖະໜອມຈັດໃຫ້” ຂອງທ້າວ ຖະໜອມ ອ່ອນເກດພົນ ໄດ້ນໍາສະເໜີຂ່າວທີ່ບໍ່ມີມູນຄວາມຈິງ ເຮັດໃຫ້ເຂົ້າໃຈວ່າ ລັດຖະບານລາວບໍ່ສາມາດໄຊ້ໜີ້ຈີນໄດ້ ຈາກການກູ້ຢືມເງີນມາລົງທຶນສ້າງທາງລົດໄຟອັນມະຫາສານ ແລະ ຍັງດູໝິ່ນຄົນລາວວ່າບໍ່ສາມາດຂີ່ລົດໄຟໄດ້ຍ້ອນປີ້ລົດໄຟແພງກວ່າລາຍຮັບຂອງພົນລະເມືອງລາວ.
ໃນການເຂົ້າພົບເພື່ອຂໍໂທດ, ທ່ານ ພົນໂທ ສັນເສີນ ແກ້ວກໍາເນີດ ໄດ້ກ່າວສະແດງຄວາມເສຍໃຈຕໍ່ຄວາມຜິດພາດໃນການອອກຂ່າວຄັ້ງນີ້, ເຊິ່ງເພີ່ນເອງໃນນາມຜູ້ບັງຄັບບັນຊາໂດຍກົງຂອງໂທລະພາບຊ່ອງ NBT ໄດ້ຂໍໂທດທ່ານທູດ ແລະ ປະຊາຊົນລາວ ແລະ ຍອມຮັບວ່າເຄີຍເກີດມີຄວາມຜິດພາດໃນການສະເໜີມາແລ້ວເທື່ອໜຶ່ງ, ໂດຍຕອນນັ້ນໄດ້ມີຈົດໝາຍຂໍໂທດເປັນທາງການວ່າຈະບໍ່ໃຫ້ມີເຫດການເກີດຂື້ນອີກ ແຕ່ມາເທື່ອນີ້ໂທລະພາບ NBT ກໍໄດ້ສະເໜີຂ່າວຜິດພາດອີກຄັ້ງໜຶ່ງ. ສະນັ້ນຄັ້ງນີ້ຈຶ່ງໄດ້ນໍາພາຄະນະຜູ້ບໍລິຫານ ແລະ ນັກຂ່າວມາຂໍໂທດທີ່ສະຖານທູດໂດຍກົງ ເພື່ອສະແດງຄວາມຈິງໃຈ ແລະ ສໍານຶກໃນຄວາມຜິດທີ່ເກີດຂື້ນ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການອະໄພຈາກປະຊາຊົນລາວ ພ້ອມທັງຮັບປາກຢ່າງໜັກແໜ້ນວ່າ ຈະບໍ່ໃຫ້ເຫດການລັກຊະນະນີ້ເກີດຂື້ນອີກ. ພ້ອມດຽວກັນນີ້, ທ່ານພົນໂທ ສັນເສີນ ໄດ້ໃຫ້ທ້າວ ຖະໜອມ, ນັກຂ່າວຊ່ອງ NBT ກ່າວຄໍາຂໍໂທດດ້ວຍຕົນເອງຕໍ່ທ່ານທູດ ແລະ ປະຊາຊົນລາວ ແລະ ຜູ້ກ່ຽວໄດ້ເອົາພວງມະໄລກາບຂໍໂທດໂດຍກົງຕໍ່ທ່ານທູດ ແລະ ປະຊາຊົນລາວທັງຊາດ ແລະ ຫວັງວ່າປະຊາຊົນລາວຈະໃຫ້ອະໄພຕົນຕໍ່ຄວາມຜິດພາດໃນຄັ້ງນີ້.
ຫຼັງຈາກນັ້ນ, ທ່ານທູດ ແສງ ໄດ້ຮັບຊາບຄໍາຂໍໂທດດັ່ງກ່າວ ໂດຍຈະນໍາເອົາການຂໍໂທດຄັ້ງນີ້ ແຈ້ງໃຫ້ປະຊາຊົນຮັບຊາບ, ເຊິ່ງທ່ານທູດເຊື່ອໝັ້ນວ່າປະຊາຊົນລາວຜູ້ມີຈິດໃຈໂອບເອື້ອອາລີ ຈະໃຫ້ອະໄພໃນຄວາມຜິດພາດຄັ້ງນີ້ ແລະ ສະແດງຄວາມຫວັງວ່າຈະບໍ່ເກີດຄວາມຜິດພາດໃນລັກຊະນະນີ້ເກີດຂື້ນອີກ. ໃນໂອກາດນີ້ ທ່ານທູດ ໄດ້ເໜັ້ນໃຫ້ເຫັນເຖິງຄວາມສໍາພັນ ລາວ-ໄທ ທີ່ເປັນເພື່ອນບ້ານໃກ້ຄຽງ ທີ່ມີຮີດຄອງປະເພນີ, ວັດທະນະທໍາ ແລະ ພາສາປາກເວົ້າ ທີ່ຄ້າຍຄືກັນ. ພ້ອມນີ້ ທ່ານທູດຍັງໄດ້ກ່າວຕື່ມວ່າ ຕໍ່ໜ້າຫາກມີບັນຫາບໍ່ເຂົ້າໃຈ ຫຼື ຕ້ອງການຂໍ້ມູນລະອຽດ ກໍຂໍໃຫ້ຕິດຕໍ່ປະສານມາຍັງສະຖານທູດເພື່ອຂໍຂໍ້ມຸນຂ່າວສານທີ່ຖຶກຕ້ອງຕາມຄວາມເປັນຈິງ ເພື່ອສະເໜີຂ່າວທີ່ເຮັດໃຫ້ສັງຄົມຮັບຮູ້ ແລະ ມີຄວາມເຂົ້າໃຈທີ່ຖຶກຕ້ອງ.
ທ່ານທູດ ຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງໂຄງການລົດໄຟຄວາມໄວສູງ ລາວ-ຈີນ ທີ່ເປັນເສັ້ນທາງປະຫວັດສາດ ແລະ ແມ່ນເສັ້ນທາງທໍາອິດສໍາລັບປະຊາຊົນລາວ. ປະຊາຊົນລາວ ມີຄວາມພາກພູມໃຈໃນການເປີດການນໍາໃຊ້ລົດໄຟຄວາມໄວສູງດັ່ງກ່າວ, ເຊິ່ງໂຄງການນີ້ ແມ່ນເພື່ອຜົນປະໂຫຍດຂອງປະຊາຊົນລາວ, ປະຊາຊົນປະເທດເພື່ອນບ້ານ, ປະເທດອາຊຽນ ແລະ ພາກພື້ນໃນອານາຄົດ.
ສຸດທ້າຍນີ້, ທ່ານທູດ ໄດ້ເໜັ້ນຄືນຈຸດຢືນຂອງລັດຖະບານ ສປປ. ລາວ ຍາມໃດ ກໍພະຍາຍາມເສີມຂະຫຍາຍ ສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີນໍາກັນຂອງສອງປະເທດ ໃຫ້ນັບມື້ຈະເລີນກ້າວໜ້າ, ເຊິ່ງຕົນເອງໃນນາມທູດ ຈະທຸ້ມເທເຫື່ອແຮງສືບຕໍ່ຊຸກຍູ້ການພົວພັນ ແລະ ການຮ່ວມມືຂອງສອງປະເທດ ໃຫ້ຈະເລີນງອກງາມຍິ່ງໆຂື້ນ.
ໃນຕອນເຊົ້າຂອງວັນທີ 20 ທັນວາ 2021, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຫົວຫນ້າກົມເສດຖະກິດ, ຫົວຫນ້າເຈົ້າຫນ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (ໃນຮູບແບບກອງປະຊຸມທາງໄກ), ພາຍໃຕ້ການເປັນປະທານຂອງ ທ່ານ ກາໂນະ ທາເກຮີໂຣະ, ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າກົມອາຊີຕາເວັນອອກສຽງໃຕ້ ແລະ ຕາເວັນຕົກສຽງໃຕ້. ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລືທົບທວນຄືນຄວາມຄືບຫນ້າຂອງການຮ່ວມມືໃນໄລຍະຜ່ານມາ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນງານ ພາຍໃຕ້ຍຸດທະສາດໂຕກຽວ 2018 (Tokyo Strategy 2018) ແລະ ແຜນການຮ່ວມມືໃນຕໍ່ໜ້າ ເຊິ່ງຈະໄດ້ມີການປັບປຸງຍຸດທະສາດໂຕກຽວສະບັບໃຫມ່ ແລະ ການກະກຽມໃຫ້ແກ່ການເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13 ທີ່ມີແຜນຈະຈັດຂື້ນໃນປີ 2022, ທີ່ ປະເທດຍີ່ປຸ່ນ. ກອງປະຊຸມຄັ້ງນີ້ ສປປ ລາວ ໄດ້ສະເໜີໃຫ້ບັນດາປະເທດສະມາຊິກແມ່ນໍ້າຂອງ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມື ໂດຍສຸມໃສ່ການຟື້ນຟູເສດຖະກິດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ 19, ການແລກປ່ຽນຂໍ້ມູນຂ່າວສານໂດຍສະເພາະໃນຂະແໜງສາທາລະນະສຸກ, ການສົ່ງເສີມການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳເຂົ້າໃນຂົງເຂດເສດຖະກິດ ເພື່ອສົ່ງເສີມບັນດາຫົວໜ່ວຍທຸລະກິດ ທັງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະຫນາດກາງໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ. ພ້ອມດຽວກັນນັ້ນ, ໃນວັນດຽວກັນ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ກໍ່ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມເວທີສໍາມະນາເປົ້າຫມາຍການພັດທະນາແບບຍືນຍົງແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 1 (The First Mekong-Japan SDGs Forum), ຈຸດປະສົງແມ່ນເພື່ອສຸມໃສ່ດຳເນີນການຈັດຕັ້ງປະຕິບັດຂໍ້ລິເລີ່ມເປົ້າຫມາຍການພັດທະນາແບບຍືນຍົງ (SDGsInitiative) ຮອດປີ 2030 ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ເພື່ອວາງແຜນກ້າວໄປສູ່ການພັດທະນາສີຂຽວໃນພາກພື້ນແມ່ນໍ້າຂອງໃນອະນາຄົດ.
ໃນລະຫວ່າງວັນທີ 15-16 ທັນວາ 2021, ສະຫາຍແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຖາຍຫງວຽນ. ໃນການເຄື່ອນໄຫວຄັ້ງນີ້ ຄະນະໄດ້ເຂົ້າຮ່ວມກອງປະຊຸມສໍາມະນາ ຫົວຂໍ້ “ຍົກສູງຄຸນນະພາບໃນການກໍ່ສ້າງ ແລະ ຄຸ້ມຄອງນັກສຶກສາລາວ ທີ່ແຂວງຖາຍຫງວຽນ ຄັ້ງທີ 2 –2021”, ເຂົ້າຮ່ວມກອງປະຊຸມຄັ້ງນີ້ຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ຢວນ ກິງ, ປະທານຄະນະປະຈໍາສະມາຄົມມິດຕະພາບຫວຽດນາມ-ລາວແຂວງຖາຍຫງວຽນ, ຕາງໜ້າສະມາຄົມມິດຕະພາບຫວຽດນາມ-ລາວຂັ້ນສູນກາງ, ຕາງໜ້າຄະນະປະຈຳພັກແຂວງ, ຄະນະປະຈຳສະຫະພັນແນວໂຮມປະເທດຫວຽດນາມ ແຂວງຖາຍຫງວຽນ, ຕາງໜ້າຄະນະນຳມະຫາວິທະຍາໄລແຂວງຖາຍຫງວຽນທີ່ມີນັກສຶກສາລາວພ້ອມດ້ວຍຜູ້ອຳນວຍການ, ຜູ້ບໍລິຫານ, ຄູອາຈານ ແລະ ພະນັກງານຈາກບັນດາສະຖານການສຶກສາຂອງແຂວງຖາຍຫງວຽນ, ຝ່າຍລາວນຳໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈໍາ ສສ ຫວຽດນາມ ແລະ ສະຫາຍ ປ.ອ ຄຳພັນ ຄຳອ່ອນ ທີ່ປຶກສາຝ່າຍສຶກສາ-ວັດທະນະທຳພ້ອມດ້ວຍພະນັກງານຈຳນວນໜຶ່ງ, ກອງປະຊຸມຄັ້ງນີ້ສອງຝ່າຍໄດ້ປຶກສາຫາລືຮ່ວມກັນຫຼາຍບັນຫາໂດຍສະເພາະແມ່ນການຈັດຕັ້ງປະຕິບັດສັນຍາຮ່ວມມືໃນໂຄງການ “ຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື ລາວ-ຫວຽດນາມ ໃນຂົງເຂດສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໄລຍະ 2021-2030” ທີ່ລັດຖະບານ ລາວ - ຫວຽດນາມ ໄດ້ຕົກລົງກັນ ໃນຕົ້ນປີ 2021.