ໃນຕອນບ່າຍ ຂອງວັນທີ 22 ເມສາ 2022, ທີ່ ຫ້ອງການອົງການພະລັງງານປະລະມະນູສາກົນ, ທີ່ນະຄອນຫລວງວຽນ, ສາທາລະນະລັດໂອຕຣິດ, ທ່ານ ຄອນເພັງ ທຳມະວົງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ໂອຕຣິດ ໄດ້ຍື່ນສານແຕ່ງຕັ້ງຕໍ່ ທ່ານ Rafael Mariano Grossi, ຜູ້ອໍານວຍການໃຫຍ່ ອົງການພະລັງງານປະລະມະນູສາກົນ (International Atomic Energy Agency-IAEA) ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການດັ່ງກ່າວ.
ໃນຕອນເຊົ້າຂອງວັນທີ 20 ເມສາ 2022, ທີ່ຫ້ອງການຂອງອົງການສະຫະປະຊາຊາດ, ທີ່ນະຄອນຫລວງວຽນ, ສາທາລະນະລັດໂອຕຣິດ, ທ່ານ ຄອນເພັງ ທຳມະວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ໂອຕຣິດ ໄດ້ຍື່ນສານແຕ່ງຕັ້ງຕໍ່ ທ່ານ ນາງ Ghada Fathi Waly, ຜູ້ອໍານວຍການໃຫຍ່ (Director General) ສໍານັກງານ ສປຊ ປະຈໍານະຄອນຫຼວງວຽນ (United Nations Office in Vienna) ທັງຮັບຜິດຊອບການບໍລິຫານ (Executive Director) ອົງການ ສປຊ ວ່າດ້ວຍ ການຕ້ານຢາເສບຕິດ ແລະ ອາຊະຍາກໍາ (United Nations Office on Drugs and Crime-UNODC) ເພື່ອດໍາລົງຕໍາແໜ່ງເປັນ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາ 2 ອົງການດັ່ງກ່າວ.
ໃນວັນທີ 22 ເມສາ 2022 ກະຊວງການຕ່າງປະເທດ, ກົມສົນທິສັນຍາ ແລະ ກົດໝາຍ ໄດ້ຮ່ວມກັບກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຈັດກອງປະຊຸມສໍາມະນາ ກ່ຽວກັບ ການຈັດຕັ້ງປະຕິບັດສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ, ກົດໝາຍ ແລະ ນິຕິກໍາພາຍໃນ ທີ່ກ່ຽວຂ້ອງກັບການຕ້ານການຄ້າມະນຸດ ສຳລັບພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພະນັກງານທີ່ມີເປົ້າໝາຍຈະໄດ້ໄປປະຕິບັດໜ້າທີ່ຢູ່ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ ຕ່າງປະເທດ, ໂດຍການເຂົ້າຮ່ວມກ່າວເປີດຂອງ ທ່ານ ດວງມະນີ ຍອດສີອຸດົມ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ແລະ ມີຜູ້ຕາງໜ້າຂັ້ນຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກ 17 ກົມ ຂອງກະຊວງກະຕ່າງປະເທດ, ຜູ້ຕາງໜ້າຈາກຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພະນັກງານທີ່ຢູ່ໃນເປົ້າໝາຍອອກໄປປະຕິບັດໜ້າທີ່ຢູ່ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ ຕ່າງປະເທດ ເຂົ້າຮ່ວມທັງໝົດ 100 ກວ່າທ່ານ.