ວັນທີ 31 ທັນວາ 2021, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ ຈັນທະພອນ ຄຳມະນີຈັນ ທີ່ປຶກສາ, ຮອງຫົວໜ້າສຳນັກງານ ໄດ້ຕາງໜ້າຄະນະນຳ ສະຖານທູດ ຕ້ອນຮັບ ທ່ານ ຫງວຽນ ວັນ ໄມ (Nguyễn Văn May), ຮອງຫົວໜ້າພະແນກການຕ່າງປະເທດແຂວງເຊີນລາ ພ້ອມຄະນະ ທີນຳເງິນຊ່ວຍເຫຼືອ ຕ້ານໂຄວິດ, ເປັນເງິນສົດ ຈຳນວນ 300.000.000 ດົງ (ສາມຮ້ອຍລ້ານດົງ) ເພື່ອສົ່ງຕໍ່ ໃຫ້ແຂວງຫຼວງພະບາງ ໃນການປ້ອງກັນການລະບາດພະຍາດໂຄວິດ-19.
ໃນໂອກາດດັ່ງກ່າວ ທ່ານ ຈັນທະພອນ ຄຳມະນີຈັນ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ແຂວງເຊິນລາ ແລະ ແຂວງຫຼວງພະບາງ ໃນໄລຍະຜ່ານມາ ແລະ ເຫັນວ່າ ການຮ່ວມມືສອງແຂວງນັບມື້ນັບມີຄວາມແໜ້ນແຟ້ນຍິ່ງໆຂຶ້ນໃນທຸກຂະແໜງການ, ພ້ອມທັງສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ ແຂວງເຊິນລາ ທີ່ມີຕໍ່ ແຂວງຫຼວງພະບາງ ແລະ ບັນດາແຂວງ ພາກເໜືອຂອງລາວຕະຫຼອດມາ.ພິເສດໃນສະພາບທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ແຂວງເຊິນລາ ກໍຍັງໄດ້ໃຫ້ການຊ່ວຍເຫຼືອດ້ານອຸປະກອນການແພດ, ວັດຖຸເງິນຈຳນວນບໍ່ໜ້ອຍໃຫ້ແກ່ແຂວງຫຼວງພະບາງ ແລະ 8 ແຂວງພາກເໜືອຂອງລາວ. ໂອກາດນີ້, ທ່ານ ກໍໄດ້ຕາງໜ້າໃຫ້ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນຊາວຫຼວງພະບາງ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນຊາວ ແຂວງເຊິນລາທີ່ໄດ້ນຳເອົາເງິນປະກອບສ່ວນຊ່ວຍແຂວງຫຼວງພະບາງໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າການຊ່ວຍເຫຼືອຄັ້ງນີ້ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດໂຄວິດ-19 ໄດ້ເປັນຢ່າງດີ. ພ້ອມທັງຢືນຢັນວ່າຈະຈັດສົ່ງເງິນຈຳນວນດັ່ງກ່າວໃຫ້ໄປເຖິ່ງແຂວງຫຼວງພະບາງໄວເທົ່າທີ່ຈະໄວໄດ້.