ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 76 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ

2020521-unescap1

2020521-unescap2

2020521-unescap3

ໃນວັນທີ 21 ພຶດສະພາ 2020, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 76 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ຂອງ​ອົງການ ສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປາຊີຟິກ (UNESCAP) ທີ່ມີສໍານັກງານຕັ້ງຢູ່ ບາງກອກ,​ ປະເທດໄທ ໂດຍຜ່ານລະບົບກອງປະຊຸມທາງໄກ (video Conference)ຊື່ງມີຄະນະຜູ້ແທນຈາກບັນດາປະເທດສະມາຊິກ 53 ປະເທດ ໃນພາກພື້ນອາຊີ-ປາຊີຟິກ, ບັນດາອົງການເຄືອຂ່າຍ ສປຊ ປະຈຳພາກພື້ນ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານເຂົ້າຮ່ວມໃນຄັ້ງນີ້. ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມທາງທະເລ ເພື່ອການພັດທະນາແບບຍືນຍົງ (Promoting economic, social and environmental cooperation on oceans for sustainable development)” ມີ​ຈຸດປະສົງເພື່ອພ້ອມກັນທົບທວນຄືນການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຖືກຮັບຮອງເອົາຢູ່ໃນກອງປະຊຸມຄັ້ງຜ່ານມາ ແລະ ສືບຕໍ່ປຶກສາຫາລືແຜນວຽກຂອງຄະນະກໍາມາທິການໃນຕໍ່ໜ້າ.

ກອງປະຊຸມໄດ້ມີການທົບທວນຄືນການຈັດຕັ້ງປະຕິບັດບັນດາ​ເອກະສານ​ສໍາຄັນຕ່າງໆ ແນ່​ໃສ່​ສ້າງຄວາມພະຍາຍາມຮ່ວມກັນ ໃນການຮັບປະກັນ ແລະ ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມທາງທະເລ ເພື່ອການພັດທະນາແບບຍືນຍົງ; ທົບທວນການຈັດຕັ້ງປະຕິບັດແຜນງານ ອິດສະຕັນບູນ ສໍາລັບປະເທດດ້ອຍພັດທະນາໃນລະດັບພາກພື້ນ ເພື່ອກໍານົດຄວາມຄືບໜ້າ ແລະ ສິ່ງທ້າທາຍທີ່ບັນດາປະເທດໃນພາກພື້ນກໍາລັງປະສົບພົບພໍ້; ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະ 2030 ເພຶ່ອການພັດທະນາແບບຍືນຍົງ ໃນພາກພື້ນອາຊີ ແລະ ປາຊີຟິກ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ຫາທາງອອກຮ່ວມກັນໃນການ​ແກ້​​ໄຂຜົນກະທົບທາງດ້ານເສດຖະກິດ-ສັງຄົມ ສໍາລັບໄລຍະຫຼັງການລະບາດຂອງເຊື້ອພະຍາດໂຄວິດ-19.

ໃນໂອກາດດັ່ງກ່າວ, ຄະນະຜູ້ແທນ ສປປ ລາວ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມໃນຫົວຂໍ້ຕ່າງໆເຊັ່ນ: ການ​ຮ່ວມ​ມືສໍາລັບປະເທດດ້ອຍພັດທະນາ (LDCs), ການຮ່ວມມືເພື່ອ​ແກ້​ໄຂຜົນກະທົບທາງດ້ານເສດຖະກິດ-ສັງຄົມຈາກພະຍາດໂຄວິດ-19 ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງໃນພາກພື້ນອາຊີ-ປາຊີຟິກ ເຊິ່ງມີຄວາມກ່ຽວພັນກັນເນື່ອງຈາກການຈັດຕັ້ງປະຕິບັດວຽກງານຕ່າງໆ​ໃນ​ປັດຈຸ​ບັນ ​ແລະ ອະນາຄົດລ້ວນແຕ່ປະເຊີນກັບສິ່ງທ້າທາຍຈາກການລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດ ​ແລະ ການພັດທະນາຂອງບັນດາປະເທດລວມທັງ ສປປ ລາວ. ທ່ານ ຮອງລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມຈົ່ງສາມັກຄີຮ່ວມມືກັນເພື່ອຢຸດການແຜ່ລະບາດຂອງພະຍາດດັ່ງກ່າວ ແລະ ຊ່ວຍເຫຼືອບັນດາປະເທດທີ່ໄດ້ຮັບຜົນກະທົບ, ໂດຍ​ສະ​​​ເພາະ​ປະ​ເທດ​ດ້ອຍ​ພັດ​ທະນາ, ໃຫ້ສາມາດຟື້ນ​ຟູ​ການ​ພັດທະນາເສດຖະກິດ-ສັງຄົມ ​ໃຫ້​ກັບຄື​ນ​ມາ​ເປັນ​ປົກ​ກະຕິໂດຍ​ໄວ.

ຄະນະກຳມາທິການ UNESCAP ແມ່ນອົງກອນພາກພື້ນດ້ານການພັດທະນາຂອງອົງການ ສປຊ, ຊຶ່ງໄດ້ຖືກກໍ່ຕັ້ງຂື້ນໃນປີ 1947 ໂດຍມີສຳນັກງານໃຫ່ຍຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ, ມີສະມາຊິກ 53 ປະເທດ. ຄະນະກໍາມາທິການດັ່ງກ່າວ ມີພາລະບົດບາດໃນການສະໜອງການຊ່ວຍເຫຼືອດ້ານເຕັກນິກ-ວິຊາການ ແລະ ການຍົກລະດັບບຸກຄະລາກອນຂອງບັນດາປະເທດສະມາຊິກໃນການແກ້ໄຂບັນຫາສິ່ງທ້າທາຍທາງດ້ານການສ້າງນະໂຍບາຍເສດຖະກິດມະຫາພາກ, ການຄ້າ-ການລົງທຶນ, ນະວັດຕະກຳ, ພະລັງງານ, ການຂົນສົ່ງ, ສະຖິຕິ, ເຕັກໂນໂລຊີການສື່ສານ, ການພັດທະນາສັງຄົມ ແລະ ສິ່ງແວດລ້ອມ. ກອງ​ປະຊຸມ​ໃຫຍ່ຂອງຄະນະກໍາມາທິການເສດຖະກິດ-ສັງຄົມສະຫະປະຊາຊາດປະຈໍາພາກພື້ນອາຊີ-ປາຊີຟິກ ຄັ້ງທີ 76 ນີ້ ເປັນຄັ້ງທໍາອິດທີ່ມີການຈັດກອງປະຊຸມຜ່ານລະບົບກອງປະຊຸມທາງໄກ ແລະ ໄດ້ຫຼຸດຈໍານວນມື້ລົງໃຫ້ເຫຼືອແຕ່ 1 ວັນ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19. ເຖິງຢ່າງໃດກໍ່ຕາມ, ກອງປະຊຸມແມ່ນສາມາດດໍາເນີນ​ໄປ​ພາຍ​ໃຕ້​ບັນຍາກາດ​ທີ່ສ້າງສັນເຊິ່ງຖືເປັນ​ຂີດໝາຍ​ອັນ​ດີ​ໃຫ້​ແກ່​ການ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມືແບບຫຼາຍຝ່າຍຂອງບັນດາປະເທດໃນຂົງເຂດອາຊີ-ປາຊິຟິກໃຫ້​ນັບມື້ແຕກດອກອອກຜົນ​ຍິ່ງໆ​ຂຶ້ນ​ໃນ​ອະນາຄົດ ທັງ​​ເປັນ​ໂອກາດ​ອັນ​ດີ​ໃຫ້​ແກ່​ບັນດາ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ເພື່ອ​ແລກປ່ຽນບົດຮຽນ ​ແລະ​ ຮ່ວມ​ມືກັນເພື່ອຮັບມືກັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485331
ມື້ນີ້32
ມື້ວານ227
ອາທິດນີ້367
ເດືອນນີ້4636