ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສໍາເລັດຂອງການປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ - ຣັດເຊຍ

 

20200304-VMThongsavanhVisitRussia1

20200304-VMThongsavanhVisitRussia2

 

ໂດຍປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງ​ການ​ຕ່າງປະ​ເທດ​ ສປປ ລາວ ​ແລະ ກະຊວງ​ການ​ຕ່າງປະ​ເທດ ສ. ຣັດເຊຍ, ​ໃນ​ວັນ​ທີ 3-4 ມີນາ 2020, ທີ່ ນະຄອນຫລວງມົດສະກູ ໄດ້ຈັດກອງ​ປະຊຸມ​ປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-​ຣັດເຊຍ, ຊຶ່ງຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຝ່າຍ ຣັດເຊຍ ນໍາໂດຍ ທ່ານ ອີກໍຣ ມາກູລົບ (Igor Mogulov), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ    ສ. ຣັດເຊຍ.

​ໃນກອງປະຊຸມ​ຄັ້ງ​ນີ້, ສອງຝ່າຍ ​ໄດ້ປຶກສາຫາລື ແລະ ລົງເລິກແລກປ່ຽນບັນຫາການພົວພັນຮ່ວມມືສອງຝ່າຍຢ່າງຮອບດ້ານ ແລະ ຕີລາຄາການພົວພັນ ລາວ-ລັດເຊຍ ໃລຍະຜ່ານມາ ເຫັນວ່າ ມີທ່າອ່ຽງຂະຫຍາຍຕົວດີໃນທຸກດ້ານ, ຊຶ່ງໃນນັ້ນອັນພົ້ນເດັ່ນ ແມ່ນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂອງບັນດາຂະແໜງການຕ່າງໆ, ການຮ່ວມມືໃນຂົງເຂດເຕັກນິກການທະຫານ, ການເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ, ການສ້າງຊັບພະຍາກອນມະນຸດ, ວຽກງານດ້ານມະນຸດສະທຳ, ດ້ານ​ນິຕິ​ກໍາ, ພະລັງງານ ແລະ ການຮ່ວມມືດ້ານວຽກງານສື່ມວນຊົນ. ນອກນັ້ນ, ສອງຝ່າຍ ຍັງໄດ້ເປັນເອກະພາບກັນ ກ່ຽວກັບ ທິດທາງເພື່ອສືບຕໍ່ຊຸກຍູ້ການຮ່ວມມືຂອງບັນດາຂະແໜງການໃຫ້ຫຼາຍຂຶ້ນກ່ວາເກົ່າ, ໃນນັ້ນສຳຄັນແມ່ນ ຂົງເຂດເສດຖະກິດ-ການຄ້າ, ການລົງທຶນ, ຊຶ່ງຍັງເປັນຂົງເຂດທີ່ຍັງບໍ່ພົ້ນເດັ່ນ, ຊຸກຍູ້ການແລກປ່ຽນທາງດ້ານວັດທະນາທຳ-ສັງຄົມ, ການທ່ອງທ່ຽວ ແລະ ການໄປມາຫາສູ່ຂອງປະຊາຊົນສອງຊາດ. ພ້ອມກັນນັ້ນ ຍັງໄດ້ແລກປ່ຽນທັດສະນະຮ່ວມກັນ ກ່ຽວກັບ ບັນຫາສາກົນທີ່ພົ້ນເດັ່ນ, ທີ່ຕ່າງຝ່າຍມີຄວາມສົນໃຈ ໃນຂອບ​ການຮ່ວມມື ອາ​ຊຽນ, ສະຫະປະຊາຊາດ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19. ​

ສອງ​ຝ່າຍ ເຫັນວ່າ ໃນປີ 2020 ເປັນປີທີ່ມີຄວາມໝາຍສໍາຄັນ ຕໍ່ການພົວພັນຮ່ວມມື ລາວ-ຣັດເຊຍ ໂດຍສະເພາະການກະກຽມສະເຫລີມສະຫລອງ 60 ປີ ສ້າງຕັ້ງສາຍພົວພັນການທູດ ແລະ ວັນສ້າງຕັ້ງສະມາຄົມມິດຕະພາບ ຣັດເຊຍ-ລາວ-ຣັດເຊຍ ຄົບຮອບ 55 ປີ, ລວມທັງການກະກຽມເຂົ້າຮ່ວມການສະເຫລີມສະຫລອງ 75 ປີ ແຫ່ງ ໄຊຊະນະປົກປ້ອງປິຕຸພູມ, ຊຶ່ງຈະຈັດຂຶ້ນ ໃນວັນທີ 9 ພຶດສະພາ 2020, ທີ່ ນະຄອນຫລວງ ມົດສະກູ.

​​ກອງປະຊຸມປຶກສາຫາລືທາງດ້ານການເມືອງ​ຄັ້ງ​ນີ້ ​ແມ່ນດໍາເນີນໄປດ້ວຍ​ບັນຍາກາດອັນ​ອົບ​ອຸ່ນ, ສ້າງສັນ ແລະ ມີຄວາມ​ເຂົ້າ​ອົກ​ເຂົ້າ​ໃຈເຊິ່ງ​ກັນ​ ແລະ ກັນ ຕໍ່​​ການ​ພົວພັນຮ່ວມ​ມືສອງ​ຝ່າຍ ແລະ ຫລາຍຝ່າຍ. ສໍາລັບການຈັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ຄັ້ງຕໍ່ໄປ ແມ່ນຈະຈັດຂຶ້ນຢູ່ ນະຄອນຫລວງວຽງຈັນ, ຊຶ່ງລາຍລະອຽດວັນເວລາແມ່ນຈະແຈ້ງໃຫ້ກັນຊາບໂດຍຜ່ານຊ່ອງທາງການທູດ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480276
ມື້ນີ້106
ມື້ວານ157
ອາທິດນີ້674
ເດືອນນີ້6507