ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ອີຢູ ຄົບຮອບ 45 ປີ

 

Lao-EU3

 

Lao-EU1

 

Lao-EU2

 

ໃນຕອນຄໍ່າຂອງວັນທີ 19 ພະຈິກ 2020, ໄດ້ມີການຈັດພິທີສະເຫຼີມສະຫຼອງວັນຄົບຮອບ 45 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພາບເອີຣົບ (ອີຢູ) ຂຶ້ນຢ່າງເປັນທາງການ ທີ່ ຫໍພິພິທະພັນແຫ່ງຊາດ, ນະຄອນຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ອີນາ ມາຈູລໍນິແຕ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ບັນດາທູຕານຸທູດປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທີ່ມີຄວາມໝາຍສຳຄັນດັ່ງກ່າວ,​ ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ນາງ ອີນາ ມາຈຸລໍນິແຕ ໄດ້ກ່າຄຳເຫັນສະແດງຄວາມຊົມເຊີຍ ແລະ ຕີລາຄາ​ສູງຕໍ່ຜົນສຳເລັດ​ຂອງການພົວພັນ​ຮ່ວມ​ມື​ສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອີຢູ ໃນ​ໄລຍະ45 ປີນັບຕັ້ງແຕ່ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 21 ພະຈິກ 1975 ທີ່ຜ່ານມາ. ການພົວພັນຮ່ວມມື ລາວ ແລະ ອີຢູ ແມ່ນມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງດຍສະເພາະ ການຊ່ວຍເຫຼືອໃນແຜນງານ Joint Programingຂອງ ອີຢູ ແລະ ຈາກບັນດາປະເທດສະມາຊິກ,ຊຶ່ງມາເຖິງປະຈຸບັນ ມີມູນຄ່າລວມທັງໝົດ 500 ລ້ານເອີໂຣ ໄດ້ປະກອບສ່ວນເຂົ້າໃນການພັດທະນາວຽກງານການສຶກສາຂັ້ນພື້ນຖານ, ໂພຊະນາການ, ກະສິກຳ ແລະ ການພັດທະນາຊົນນະບົດ, ວຽກງານເກັບກູ້ລະເບີດບໍ່ທັນແຕກ (​UXO), ວຽກສາທາລະນະສຸກ, ການອະນຸລັກສິ່ງແວດລ້ອມ ແລະ ຊີວະນານາພັນ, ການປົກຄອງທີ່ດີ, ​ສ້າງລັດແຫ່ງກົດໝາຍ ແລະ ອົງການຈັດຕັ້ງທາງສັງຄົມ, ການຄ້າ ແລະ ພາກເອກະຊົນ, ວຽກງານສິດທິມະນຸດ ແລະ ຄວາມສະເໝີພາບບົດບາດຍິງ-ຊາຍ, ການຮ່ວມມືທາງດ້ານວັດທະນະທຳ ແລະ ການເຊື່ອມໂຍງ ລວມທັງ ການຊ່ວຍເຫຼືອດ້ານມະນຸດສະທຳ ຊຶ່ງເປັນການປະກອບສວ່ນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ການພັດທະນາແຫ່ງຊາດ ໂດຍສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດຂອງລັດຖະບານ ສປປ ລາວ ເພື່ອແນໃສ່ເຮັດໃຫ້ ສປ ລາວ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ແລະ ກ້າວສູ່ການພັດທະນາແບບຍືນຍົງເທື່ອລະກ້າວ.​ ນອກຈາກນັ້ນ, ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອີຢູ ກໍ່ຍັງຈະສືບຕໍ່ເສີມຂະຫຍາຍໃນຫຼາຍຂະແໜງການໃນອະນາຄົດ ເຊັ່ນ: ດ້ານ​ເສດຖະກິດ-ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ,ວັດທະນະທຳແລະ ດ້ານອື່ນໆຊຶ່ງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການ​ເສີມຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືທີ່​ມີ​ມາ​ແຕ່ຍາວ​ນານນັ້ນ ໃຫ້ມີ​ຄວາມ​ໝັ້ນຄົງໜັກແໜ້ນ ແລະ ມີໝາກຜົນຕົວຈິງຍິ່ງໆຂຶ້ນ.

ໃນໂອກາດ​ດຽວ​ກັນນີ້, ​ທັງ​ສອງ​ຝ່າຍກໍ່​ໄດ້​ສະແດງ​ຄວາມມຸ້ງ​ຫວັງ​ທີ່​ຈະ​ສືບຕໍ່​ເສີມ​ສ້າງ ແລະ ຮັດ​ແໜ້ນ​ການພົວພັນ​ຮ່ວມ​ມື​ທີ່​ດີ​ໃນ​ປັດຈຸບັນ ລະຫວ່າງ​ ສປປ ລາວ ແລະ ອີຢູ ​ໃຫ້​ເຕີບ​ໃຫຍ່ຂະຫຍາຍຕົວ​ຂຶ້ນສູ່ລະດັບໃໝ່​ໃນຕໍ່ໜ້າ. ພິທີສະເຫລີມສະຫລອງ​ໃນ​ຄັ້ງ​ນີ້ ດຳເນີນ​ໄປ​ດ້ວຍ​ບັນຍາ​ກາດ​ແຫ່ງ​ໄມຕີຈິດມິດຕະພາບ​ອັນ​ອົບອຸ່ນ ແລະ ສ້າງສັນແຕ່ຕົ້ນຕະຫຼອດປາຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490014
ມື້ນີ້41
ມື້ວານ292
ອາທິດນີ້1213
ເດືອນນີ້3407