ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນໆ

 

PressReleaseASEAN2020

 

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງແບບທາງໄກ ອັດລົງດ້ວຍຜົນສຳເລັດອັນຈົບງາມໃນຕອນບ່າຍ ວັນທີ 15 ພະຈິກ 2020 ນີ້ ພາຍຫລັງດຳເນີນມາເປັນເວລາ 4 ວັນ ໂດຍການເປັນປະທານຂອງທ່ານ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີຫວຽດນາມ ໃນຖານະປະທານອາຊຽນ 2020 ຊື່ງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມ.

ຜູ້ນໍາປະເທດສະມາຊິກອາຊຽນກໍ່ຄືຄູ່ເຈລະຈາໄດ້ຮັບຮອງເອົາເອກະສານສໍາຄັນຫລາຍກວ່າ 80 ສະບັບ ຖືເປັນການຮັບຮອງເອົາເອກະສານຫລາຍທີ່ສຸດນັບແຕ່ມີກອງປະຊຸມສຸດຍອດອາຊຽນເປັນຕົ້ນມາ ໂດຍມີ 16 ກອງປະຊຸມລະດັບສຸດຍອດ ໃນນັ້ນມີກອງປະຊຸມລະດັບສຸດຍອດໃນຂອບອາຊຽນ 14 ກອງປະຊຸມ ແລະ ໃນຂອບແມ່ນ້ຳຂອງ 2 ກອງປະຊຸມ.

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຈ້ງໃຫ້ຮູ້ໃນໂອກາດຖະແຫລງຂ່າວກ່ຽວກັບຜົນສຳເລັດຂອງກອງປະຊຸມຄັ້ງນີ້ວ່າ: ຕະຫລອດໄລຍະການດຳເນີນກອງປະຊຸມຜູ້ນໍາປະເທດ ສະມາຊິກອາຊຽນ ໄດ້ປຶກສາຫາລືຫລາຍບັນຫາສຳຄັນ ເປັນຕົ້ນການຈັດຕັ້ງປະຕິບັດແຜນແມ່ບົດການສ້າງປະຊາຄົມອາຊຽນ ໂດຍສະເພາະຄວາມຄືບໜ້າການຈັດຕັ້ງປະຕິບັດໄລຍະ 1 ປີຜ່ານມາ ພາຍໃຕ້ການເປັນປະທານອາຊຽນຂອງຫວຽດນາມ ນອກນີ້ຜູ້ນໍາອາຊຽນ ແລະປະເທດຄູ່ເຈລະຈາຍັງໄດ້ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ, ລວມເຖິງທິດທາງການເຄື່ອນໄຫວວຽກງານໃນຕໍ່ໜ້າ ໂດຍລວມແລ້ວບັນຫາທີ່ພົ້ນເດັ່ນແລະຍົກຂຶ້ນມາປຶກສາຫາລືແມ່ນ: ການຮັບມືກັບພະຍາດໂຄວິດ19 ,ການຟື້ນຟູເສດຖະກິດຫຼັງຈາກໂຄວິດ19 ຊື່ງອາຊຽນໄດ້ສ້າງຕັ້ງກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະ ຍາດໂຄວິດ19, ຜູ້ນໍາອາຊຽນໄດ້ຕົກລົງ ແລະເປັນເອກະພາບກັນສ້າງຕັ້ງຄັງແຮຢາປົວພະຍາດ ແລະອຸປະກອນການແພດຕ່າງໆ, ສ້າງຕັ້ງສູນສາທາລະນະສຸກ ສຸກເສີນ ແລະຕ້ານພະຍາດລະບາດຂອງພາກພື້ນອາຊຽນ.ມາຮອດປະຈຸບັນມີປະເທດຄູ່ຮ່ວມເຈລະຈາໄດ້ສະໜອງທືນຈໍານວນໜື່ງ ເພື່ອເຮັດໃຫ້ສູນດັ່ງກ່າວສາມາດຈັດຕັ້ງປະຕິບັດວຽກງານໄດ້ ນອກຈາກນີ້ຍັງໄດ້ຕົກລົງ ແລະຮັບຮອງເອົາຫລາຍບັນຫາສຳຄັນຕື່ມອີກ.

ລັດຖະມົນຕີກະຊວງການຕ່າງປະເທດ ຊີ້ໃຫ້ເຫັນຕື່ມວ່າ: ໃນກອງປະຊຸມຄັ້ງນີ້ຜູ້ນໍາ 10 ປະເທດສະມາຊິກອາຊຽນ ແລະ 5 ປະເທດຄູ່ຮ່ວມມືຄື: ຈີນ, ຍີ່ປຸ່ນ, ສ.ເກົາຫລີ, ອົດສຕາລີ ແລະນູແວນເຊລັງ ໄດ້ລົງນາມໃນສັນຍາການຮ່ວມມືເສດຖະກິດພາກພື້ນແບບຮອບດ້ານຫຼືອາເຊັບ ຊື່ງເປັນຂອບສັນຍາເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກກວມເອົາເກືອບ 1ສ່ວນ3 ຂອງຍອດຜະລິກຕະພັນພາຍໃນຫລື GDP ໂລກ, ສັນຍາອາເຊັບຈະມີຜົນສັກ ສິດເມື່ອ 6 ປະເທດສະມາຊິກອາຊຽນ ແລະ 3 ປະເທດຄູ່ເຈ ລະຈາ ໄດ້ໃຫ້ສັດຕະຍາບັນແກ່ສັນຍາດັ່ງກ່າວ. ໃນພິທີອັດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຢ່າງເປັນທາງການຍັງໄດ້ມີພິທີມອບ-ຮັບການເປັນປະທານອາຊຽນໃຫ້ບຣູໄນດາລູຊາລຳສຳລັບປີ 2021 ພາຍໃຕ້ຄຳຂັວນ ພວກເຮົາຫວ່ງໄຍ ພວກເຮົາກຽມ ພ້ອມ ພວກເຮົາພ້ອມກັນຈະເລີນ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490014
ມື້ນີ້41
ມື້ວານ292
ອາທິດນີ້1213
ເດືອນນີ້3407