ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ກັບ ຄູ່ຮ່ວມ ເຈລະຈາ

 

ASEAN-UN2020

Rcep20205

Rcep20204

ASEAN-UN20201

 

ໃນຕອນເຊົ້າຂອງວັນທີ 15 ພະຈິກ 2020,ທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງສປປ ລາວໄດ້ສືບຕໍ່ນຳພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ສປຊ ຄັ້ງທີ 11. ກອງປະຊຸມສຸດຍອດຄັ້ງນີ້ ໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດ ການຮ່ວມມື ອາຊຽນ-ສປຊ ໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະການຜັນຂະຫຍາຍ ແຜນປະຕິບັດງານການຮ່ວມມື ອາຊຽນ-ສປຊ ໄລ​ຍະ 2016-2020 ແລະ ການຈັດຕັ້ງປະຕິບັດ ບັນດາແຜນງານ/ໂຄງການພາຍໃຕ້ຂອບການຮ່ວມມືວ່າດ້ວຍ ການເສີມສ້າງເຊິ່ງກັນ ແລະ ກັນ ລະຫວ່າງ ວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາເປົ້າໝາຍເພື່ອການພັດທະນາແບບຍືນຍົງ ສປຊ 2030, ເຊິ່ງທັງໝົດນີ້ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ການຊ່ວຍເຫຼືອພັດທະນາຢູ່ພາກພື້ນ ກໍຄືໃນໂລກ.

ກອງປະຊຸມຍັງໄດ້ຢໍ້າຄືນເຖິງບົດບາດອັນສໍາຄັນ ຂອງ ສປຊ ໃນຖານະເປັນອົງການຈັດຕັ້ງຫຼາຍຝ່າຍເພື່ອສືບຕໍ່ຮັກສາ ແລະ ສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ພາກພື້ນ ແລະ ສາກົນ ຕາມກົດບັດ ສປຊ ທີ່ວາງໄວ້. ໃນກອງປະຊຸມຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ກອງປະຊຸມ ພິຈາລະນາ: 1. ສືບຕໍ່ເພີ່ມທະວີການຮ່ວມມືກັນໃນຂະແໜງສາທາລະນະສຸກ ໂດຍສະເພາະ ການຜະລິດ ແລະ ແຈກຢາຍຢາວັກແຊັງຕ້ານໂຄວິດ-19 ພາຍໃຕ້ໂຄງການຢາວັກແຊັງສາກົນຫຼາຍຝ່າຍ ຫຼື ໂຄແວັກ ເພື່ອຮັບປະກັນໃຫ້ຢາວັກແຊັງດັ່ງກ່າວ ເປັນສິນຄ້າສາທາລະນະ (Public goods) ແລະ ທຸກປະເທດໃນໂລກສາມາດໄດ້ຮັບຢາວັກແຊັງຕ້ານໂຄວິດ-19 ຢ່າງທົ່ວເຖິງ. ພ້ອມນີ້, ສະເໜີໃຫ້ ສປຊ ສະໜັບສະໜູນ ການຟື້ນຟູເສດຖະກິດຫຼັງໂຄວິດ-19; 2. ຮັດແໜ້ນການຮ່ວມມື ລະຫວ່າງ ສະຖາບັນສັນຕິພາບ ແລະ ຄວາມປອງດອງອາຊຽນ (AIPR) ດ້ວຍການຈັດກອງປະຊຸມ, ສຳມະນາ ແລະ ຊຸດຝຶກອົບຮົມ ເພື່ອສ້າງນັກເຈລະຈາ, ນັກໄກ່ເກ່ຍ ແລະ ນັກພັດທະນາກອນລວມທັງຍົກສູງບົດບາດຂອງແມ່ຍິງ; ແລະ 3.​ ສືບຕໍ່ຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ ສປຊ ຮອດປີ 2030 ລວມທັງ ການສ້າງຂີດຄວາມສາມາດ ແລະ ຮັດແໜ້ນຄວາມເຂັ້ມແຂງ ດ້ານສະຖາບັນໃນການປ້ອງກັນ, ຮັບມື ແລະ ຟື້ນຟູ ຫຼັງຈາກໄພພິບັດທຳມະຊາດຕ່າງໆ.

ພ້ອມນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນຕໍ່ບາງບັນຫາເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ: ບັນຫາການແຜ່ລະບາດຂອງພະຍາດໂຄວິດ-19, ບັນຫາສັນຕິພາບ ແລະ ຄວາມໝັ້ນຄົງ ແລະ ອື່ນໆ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສືບຕໍ່ນໍາພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດບັນດາຜູ້ນໍາຂອງສັນຍາຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ ຄັ້ງທີ 4 (ອາເຊັບ ຄັ້ງທີ 4) ພາຍໃຕ້ການເປັນປະທານຂອງພະນະທ່ານ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ມີບັນດາຜູ້ນໍາປະເທດສະມາຊິກອາເຊັບເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນໍາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຮອບດ້ານໃນການເຈລະຈາສັນຍາດັ່ງກ່າວ, ເຊິ່ງໃຊ້ເວລາເຖິງ 8 ປີ ຈຶ່ງສໍາເລັດ. ສັນຍາອາເຊັບນີ້ ເປັນຂອບສັນຍາເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກກວມເອົາເກືອບ 1/3 ຂອງ GDP ໂລກ, ເຊິ່ງມີGDP ທັງໝົດ 24.669 ຕື້ໂດລາ ຫຼື ປະມານ 30% ຂອງຂະໜາດເສດຖະກິດໂລກ, ມີມູນຄ່າການຄ້າກວມ 27,1 % ຂອງການຄ້າໂລກ, ມູນຄ່າການລົງທຶນ 29,3% ຂອງການລົງທຶນໂລກ ແລະ ມີປະຊາກອນລວມກັນ 2.249 ລ້ານຄົນ.

ບັນດາລັດຖະມົນຕີເສກຖະກິດ ອາເຊັບ ຂອງທັງ 14 ປະເທດ ລວມທັງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ຂອງ ສປປ ລາວ ໄດ້ເປັນກຽດລົງນາມໃນສັນຍາອາເຊັບຄັ້ງນີ້ ໂດຍມີບັນດາຜູ້ນໍາຈາກປະເທດສະມາຊິກ ອາເຊັບ ລວມທັງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເປັນກຽດເປັນສັກຂີພິຍານໃນພິທີລົງນາມດັ່ງກ່າວ. ສັນຍາອາເຊັບ ຈະມີຜົນສັກສິດເມື່ອ 6 ປະເທດອາຊຽນ ແລະ 3 ປະເທດຄູ່ເຈລະຈາອາຊຽນ ໄດ້ໃຫ້ສັດຕະຍາບັນແກ່ສັນຍາດັ່ງກ່າວ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489976
ມື້ນີ້3
ມື້ວານ292
ອາທິດນີ້1175
ເດືອນນີ້3369