ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອອຸປະກອນທາງການແພດ ຈາກລັດຖະບານ ແລະ ປະຊາຊົນ ກໍາປູເຈຍ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄວິດ-19

 

MaskDonation1

MaskDonation2 MaskDonation3

 

ໃນວັນທີ 16 ພະຈິກ 2020, ທີ່ ສະໜາມບິນສາກົນວັດໄຕ, ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອ ຈາກລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃຫ້ແກ່ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ໂດຍປະກອບມີ ຜ້າອັດປາກ ຈຳນວນ 2,1 ລ້ານແຜ່ນ, ເຄື່ອງຊ່ວຍຫາຍໃຈ, ເຄື່ອງວັດແທກອຸນຫະພູມ ແລະ ເຄື່ອງມືການແພດທີ່ຈຳເປັນອີກຈຳນວນໜຶ່ງ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການຕ້ານແລະສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ສປປລາວ.

 

ໃນພິທີຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ຣາຊະອານາຈັກກໍາປູເຈຍ ກ່າວມອບເຄື່ອງຊ່ວຍເຫຼືອ ແມ່ນສົມເດັດ ປີໄຈ ເສນາ ເຕຍບັນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຮັບໂດຍ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໂດຍມີຄະນະສະເພາະກິດ ເພື່ອປ້ອງກັນ,​ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ແລະ ການນໍາຂັ້ນສູງ ຈາກກະຊວງກ່ຽວຂ້ອງຕ່າງໆ ຂອງລາວ, ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ປະຈຳ ສປປ ລາວ ແລະ ວິຊາການທີ່ກ່ຽວຂ້ອງຈຳນວນໜຶ່ງເຂົ້າຮ່ວມຢ່າງພ້ອມພຽງ.

ການຊ່ວຍເຫຼືອ ຈາກລັດຖະບານ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນຄັ້ງນີ້ ໄດ້ຮັບການຕີລາຄາສູງ ແລະ ການຂອບໃຈຢ່າງຈິງໃຈ ຈາກລັດຖະບານ ແລະ ປະຊາຊົນລາວ ເພາະເປັນການສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະ ບິແບ່ງຄວາມຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນຍາມທີ່ສອງປະເທດ ພວມປະເຊີນໜ້າກັັບການລະບາດຂອງພະຍາດ ໂຄວິດ -19, ທັງເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີ ທີ່ເປັນມູນເຊື້ອອັນດີງາມມາແຕ່ໂບ ຮານນະການ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ ແລະ ກຳປູເຈຍ ທີ່ນັບມື້ນັບໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນ ໃນປະຈຸບັນ. ລັດຖະບານ ແຫ່ງ ສປປ ລາວ ຈະນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວ ເພື່ອນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ພາຍໃນປະເທດ ໃຫ້ມີຜົນສຳເລັດຢ່າງຈົບງາມ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490014
ມື້ນີ້41
ມື້ວານ292
ອາທິດນີ້1213
ເດືອນນີ້3407