ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ກັບຄູ່ຮ່ວມເຈລະຈາ

 

20201114ASEANUS8thA

 

ໃນຕອນເຊົ້າຂອງ ວັນທີ 14 ພະຈິກ 2020, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນໍາພາຄະນະເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ຄັ້ງທີ 8, ກອງປະຊຸມສຸດຍອດອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ໃນຮູບແບບທາງໄກ.

 

20201114ASEANUS8thC

 

(ກອງປະຊຸມສຸດຍອດ ອາຊຽນ-ສະຫະລັດ ຄັ້ງທີ 8)

 

ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານ ການພົວພັນຮ່ວມມື ອາຊຽນ-ສະຫະລັດ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ຮັບກຽດອ່ານບົດຄໍາເຫັນລວມ (ASEAN Common Statement) ຂອງ ອາຊຽນ ຕໍ່ກອງປະຊຸມສຸດຍອດດັ່ງກ່າວ, ເຊິ່ງໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດ ການຮ່ວມມືອາຊຽນ-ສະຫະລັດ ໃນໄລຍະ 1 ປີ ທີ່ຜ່ານມາ ໂດຍສະເພາະ ການຜັນຂະຫຍາຍ ຜົນຂອງກອງປະຊຸມສຸດຍອດອາຊຽນ-ສະຫະລັດ ໃນທ້າຍປີ 2019; ຜົນກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະລັດ ວ່າດ້ວຍການແຜ່ລະບາດຂອງພະຍາດໂຄວິດ-19 ໃນເດືອນເມສາ 2020 ແລະ ຜົນການຈັດຕັ້ງປະຕິບັດ ແຜນປະຕິບັດງານການຮ່ວມມືອາຊຽນ-ສະຫະລັດ ໄລຍະ 2016-2020, ເຊິ່ງກວມເອົາ 3 ເສົາຄໍ້າ ການສ້າງປະຊາຄົມອາຊຽນ(ການເມືຶອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ). ສຳລັບທິດທາງໃນຕໍ່ໜ້າ ສອງຝ່າຍ ອາຊຽນ ແລະ ສະຫະລັດ ເຫັນດີ ຈະສືບຕໍ່ຮ່ວມມືກັນ ໃນບາງຂະ     ແໜງການບູລິມະສິດ ເປັນຕົ້ນ: 1. ຂະແໜງສາທາລະນະສຸກ ໂດຍສະເພາະການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ ໃນການປ້ອງກັນ, ຮັບມື ແລະ ແກ້ໄຂ ການແຜ່ລະບາດພະຍາດໂຄວິດ-19 ລວມທັງ ການຮ່ວມມືກັນໃນການຄົ້ນຄວ້າ-ພັດທະນາ ແລະ ຜະລິດຢາປົວພະຍາດ ກໍ່ຄື ຢາວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນ ໃນການເຂົ້າເຖິງ ແລະ ສາມາດໄດ້ຮັບຢາປົວພະຍາດ ແລະ ຢາວັກແຊັງດັ່ງກ່າວ ໃນເວລາທີ່ມີຢາດັັ່ງກ່າວແລ້ວ; 2. ການຟື້ນຟູເສດຖະກິດ ຫຼັງໂຄວິດ-19; 3. ການຫັນໄປສູ່ເສດຖະກິດດິຈີຕອນ; 4. ການເຊື່ອມຈອດອາຊຽນ; 5. ການຮັດແຄບຄວາມແຕກໂຕນ ດ້ານການພັດທະນາພາຍໃນອາຊຽນ ດ້ວຍການຈັດຕັ້ງປະຕິບັດ ແຜນປະຕິບັດງານໄອເອໄອ ສະບັບທີ 3 (2016-2020) ແລະ ສະບັບທີ 4 (2021-2025); ແລະ 6. ການພັດທະນາແບບຍືນຍົງ ລວມທັງ ແຜນງານໂຄງການ ພາຍໃຕ້ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ. ກອງປະຊຸມສຸດຍອດ ອາຊຽນ-ສະຫະລັດ ຄັ້ງຕໍ່ໄປ (ຄັ້ງທີ 9) ຈະຈັດຂື້ນ ຢູ່ ບຣູໄນ (ປະທານອາຊຽນ ປະເທດຕໍ່ໄປ) ໃນທ້າຍປີ 2021.

 

20201114ASEANNZland

 

(ກອງປະຊຸມສຸດຍອດ ອາຊຽນ-ນິວຊີແລນ)

 

ກອງປະຊຸມຄັ້ງນີ້ ເປັນການສະເຫຼີມສະຫຼອງຄົບຮອບ 45 ປີ ແຫ່ງການພົວພັນຮ່ວມມື ອາຊຽນ-ນິວຊີແລນ, ເຊິ່ງກອງປະຊຸມໄດ້ຕີລາຄາສູງຕໍ່ໝາກຜົນແຫ່ງການພົວພັນຮ່ວມມື ລະຫວ່າງ ອາຊຽນ ແລະ ນິວຊີແລນ ຕະຫຼອດໄລຍະກວ່າ 4 ທົດສະວັດ ທີ່ຜ່ານມາ ອັນໄດ້ນໍາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ ອາຊຽນ ແລະ ນີວຊີແລນ ແລະ ປະກອບສ່ວນອັນສໍາຄັນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ລວມທັງ ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ພາຍໃນອາຊຽນ, ການເຊື່ອມຈອດ, ການພັດທະນາຊັບພະຍາ ກອນມະນຸດ, ການເຊື່ອມໂຍງ ອາຊຽນ ແລະ ການຍົກສູງຊິວິດການເປັນຢູ່ຂອງປະຊາຊົນ. ພ້ອມນີ້, ບັນດາຜູ້ນຳໄດ້ຮັບຮອງເອົາ ຖະແຫຼງການວິໄສທັດຮ່ວມຜູ້ນຳອາຊຽນ-ນິວຊີແລນ ຄົບຮອບ 45 ປີ ເພື່ອເປັນທິດທາງໃຫ້ແກ່ການຮ່ວມມືໃນໄລຍະຕໍ່ໜ້າ, ເຊິ່ງສຸມໃສ່ 4Ps: Peace (ສັນຕິພາບ), Prosperity(ຄວາມສົມບູນພູນສຸກ), People(ຄົນ) and Planetແລະ ໂລກ ແລະ ສະເໜີມອບໃຫ້ພາກສ່ວນກ່ຽວຂ້ອງ ນໍາໄປຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ. ຄຽງຄູ່ກັບການຜັນຂະຫຍາຍຖະແຫຼງການວິໄສທັດຮ່ວມຜູ້ນຳອາຊຽນ-ນິວຊີແລນແລ້ວ, ບັນດາຜູ້ນຳ ຍັງເຫັນພ້ອມສຸມໃສ່ບາງຂົງເຂດບູລິມະສິດ ເຊັ່ນ: ສາທາລະນະສຸກລວມທັງ ການປ້ອງກັນ, ຮັບມື ແລະ ແກ້ໄຂ ໂຄວິດ-19; ການຍົກລະດັບການເຊື່ອມໂຍງເສດຖະກິດພາກພື້ນໂດຍການຫັນເປັນດີຈິຕອນ ເພື່ອອຳນວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ການພັດທະນາຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs), ການເຊື່ອມຈອດ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການສຶກສາໂດຍສະເພາະ ການສະໜອງທຶນສຶກສາ ໄລຍະສັ້ນ, ໄລຍະຍາວ ແລະ ການຝຶກອົບຮົມພາສາອັງກິດ ແລະ ການຝຶກອົບຮົມວິຊາຊີບ ເປັນຕົ້ນ.

 

ໃນໂອກາດກອງປະຊຸມຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ທອງລຸນ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ສອງຝ່າຍ ລາວ-ນິວຊີແລນ, ເຊິ່ງຕະຫຼອດໄລຍະເກືອບ 6 ທົດສະວັດຜ່ານມາໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຂົງເຂດການພັດທະນາຊັບພະຍາກອນມະນຸດ, ກະສິກຳປ່າໄມ້, ການຮັບມືໄພພິບັດທາງທຳມະຊາດ, ການທ່ອງທ່ຽວຊຸມຊົນ ແລະ ການເກັບກູ້ລະເບີດບໍ່ແຕກ, ເຊິ່ງທັງໝົດນີ້ ໄດ້ເປັນອັນປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕະຫຼອດມາ.

 

20201114ASEANAus

 

(ກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ)

 

ກອງປະຊຸມ ໄດ້ຕີລາຄາສູງ ຜົນສໍາເລັດການຈັດຕັ້ງປະຕິບັດ ການຮ່ວມມື ອາຊຽນ-ອົດສະຕຣາລີ ໂດຍສະເພາະການຜັນຂະຫຍາຍແຜນປະຕິບັດງານ ອາຊຽນ-ອົດສະຕຣາລີ ໃນໄລຍະ 1 ປີ ຜ່ານມາ, ເຊິ່ງກວມເອົາ 3 ເສົ້າຄໍ້າຂອງການສ້າງປະຊາຄົມອາຊຽນຮອດປີ 2025: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ. ສຳລັບທິດທາງແຜນການຮ່ວມມືໃນຕໍ່ໜ້າ, ກອງປະຊຸມໄດ້ຮັບຮອງເອົາ ຖະແຫຼງ ການຮ່ວມຜູ້ນໍາ ອາຊຽນ-ອົດສະຕຣາລີ ວ່າດ້ວຍການເພີ່ມທະວີການເປັນຄູ່ຮ່ວມເພື່ອຟື້ນຟູເສດຖະກິດ, ເຊິ່ງ ຈະສຸມໃສ່ບາງຂົງເຂດບູລິມະສິດ ເຊັ່ນ: ສາທາລະນະສຸກລວມທັງ ການປ້ອງກັນ, ຮັບມື ແລະ ແກ້ໄຂ ໂຄວິດ-19; ການຍົກລະດັບການເຊື່ອມໂຍງເສດຖະກິດພາກພື້ນໂດຍການຫັນເປັນດີຈິຕອນ ເພື່ອອຳນວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ ແລະການບໍລິການ ລວມທັງ ການເຂົ້າເຖິງແຫຼ່ງທຶນ ແລະ ເຕັກໂນໂລຊີ ທີ່ທັນສະໄໝສຳລັບຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs)ເພື່ອໃຫ້ສາມາດດໍາເນີນທຸລະກິດຜ່ານທາງອອນລາຍ; ການສຶກສາ ໂດຍສະເພາະການສະໜອງທຶນສຶກສາໄລຍະສັ້ນ, ໄລຍະຍາວ ແລະ ການຝຶກອົບຮົມພາສາອັງກິດ ລວມທັງໂຄງການໂຄລົມໂບໃໝ່ (New Colombo Plan); ການເຊື່ອມຈອດອາຊຽນ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອຈອດອາຊຽນ ຮອດປີ 2025 (MPAC 2025); ການຈັດຕັ້ງປະຕິບັດແຜນໄອເອໄອ ສະບັບທີ 3 (2016-2020) ແລະ ສະບັບທີ 4 (2021-2025); ການພັດທະນາແບບຍືນຍົງ ແລະ ການພັດທະນາເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ. ພິເສດ, ກອງປະຊຸມໄດ້ສະແດງຄວາມຍີນດີຕໍ່ການປະກາດໃຫ້ການຊ່ວຍເຫຼືອຂອງລັດຖະບານອົດສະຕຼາລີ ຈຳນວນ 21 ລ້ານໂດລາອົດສະຕຼາລີ ເຂົ້າໃນສູນຂະແໜງສາທາລະນະສຸກ ແລະ ພະຍາດລະບາດອາຊຽນ.

 

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສືບຕໍ່ ນໍາພາຄະນະເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນບວກສາມ (ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ) ຄັ້ງທີ 23, ກອງປະຊຸມບັນດາຜູ້ນໍາອາຊຽນບວກສາມ ພົບປະກັບ ສະພາທຸລະກິດ ອາຊີຕາເວັນອອກ ແລະ ກອງປະຊຸມສູດຍອດ ອາຊີຕາເວັນອອກ (ອີເອເອັດສ) ຄັ້ງທີ 15 ໃນຮູບແບບທາງໄກ.

 

20201114ASEANPlus3

 

(ກອງປະຊຸມສຸດຍອດ ອາຊຽນບວກສາມ (ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ) ຄັ້ງທີ 23)

 

ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດ ຂອບການຮ່ວມມື ອາຊຽນບວກສາມໃນໄລຍະຜ່ານມາ, ໂດຍສະເພາະທ່າມກາງສະພາບທີ່ພາກພື້ນອາຊຽນ ກໍ່ຄືພາກພື້ນອາຊີຕາເວັນອອກ ແລະ ໂລກກຳລັງປະເຊີນໜ້າກັບສິ່ງທ້າທາຍໃໝ່ ໂດຍສະເພາະການແຜ່ລະບາດຂອງພະຍາດໂຄວິດ-19. ໃນນີ້, ກອງປະຊຸມໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນການຮ່ວມມືອາຊຽນບວກສາມ ໄລຍະ 2018-2022; ການຜັນຂະຫຍາຍ ຜົນກອງປະຊຸມສຸດຍອດອາຊຽນບວກສາມກ່ຽວກັບ ການແຜ່ລະບາດພະຍາດໂຄວິດ-19 ໃນເດືອນເມສາ 2020 ຜ່ານມາ; ແລະ ການຮ່ວມມືກັນໃນການປ້ອງກັນ, ຮັບມື ແລະ ການແກ້ໄຂຜົນກະທົບຂອງພະຍາດໂຄວິດ-19 ຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍ່ຄືຊີວິດການເປັນຢູ່ຂອງປະຊາຊົນ. ສຳລັບທິດທາງໃນຕໍ່ໜ້າ, ກອງປະຊຸມໄດ້ເຫັນດີສືບຕໍ່ຮ່ວມມືກັນຮ່ວມມືກັນ ໃນການຫຼຸດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ ຈາກໂຄວິດ-19 ດ້ວຍການຮັກສາຕ່ອງໂສ້ການຜະລິດ ແລະ ການຂົນສົ່ງ; ຮ່ວມມືກັນເພື່ອຟື້ນຟູ ເສດຖະກິດຮອບດ້ານ ພາຍຫຼັງ ໂຄວິດ-19 ລວມທັງ ຊອກຊ່ອງທາງເພື່ອເປີດຊ່ອງທາງພິເສດໃນການເດີນທາງນຳກັນ (Travel Bubbles); ການຫັນເປັນເສດຖະກິດດີຈີຕອນ ໂດຍສຸມໃສ່ສົ່ງເສີມ ແລະ ຍົກລະດັບຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດເຮັດທຸລະກິດໃນຮູບແບບເອເລັກໂຕຼນິກຮ່ວມກັນໄດ້;ການພັດທະນາແບບຍືນຍົງ ລວມທັງການໃຫ້ການຮ່ວມມືຊ່ວຍເຫຼືອ ພາຍໃຕ້ເຄື່ອຂ່າຍຕົວເມືອງອັດສະລິຍະອາຊຽນ; ການຮ່ວມມືບ້ວງຄັງເຂົ້າສຸກເສີນອາຊຽນບວກສາມ ແລະ ວຽກງານການຮ່ວມມືດ້ານການເງີນຫຼາຍຝ່າຍພາຍໃຕ້ຂໍ້ລິເລີ່ມຊຽງໃໝ່ (CMIM); ແລະ ສືບຕໍ່ຮ່ວມມືກັນໃນດ້ານສາທາລະນະສຸກ ໂດຍສະເພາະການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ ລວມທັງ ການຮ່ວມມືກັນ ເພື່ອຄົ້ນຄວ້າ-ພັດທະນາ (R&D) ແລະ ການຜະລິດ, ການແຈກຢາຍວັກແຊັງຕ້ານໂຄວິດ-19ແລະ ຮັບປະກັນ ໃນການເຂົ້າເຖິງ, ສາມາດໄດ້ຮັບຢາປົວພະຍາດ ແລະ ຢາວັກແຊັງດັ່ງກ່າວ ໃນເວລາທີ່ມີຢາດັັ່ງກ່າວແລ້ວ.

 

ໃນໂອກາດນີ້, ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຜູ້ນຳອາຊຽນບວກສາມ ວ່າດ້ວຍ ການຮັດແໜ້ນການຮ່ວມມືອາຊຽນບວກສາມ ໃນການຟື້ນຟູເສດຖະກິດ ແລະ ການເງິນ ໃນທ່າມກາງສິ່ງທ້າທາຍໃໝ່ ແລະ ມອບໃຫ້ພາກສ່ວນກ່ຽວຂ້ອງນຳໄປຜັນຂະຫຍາຍໂດຍໄວ ແລະ ຕ້ອງຮັບປະກັນ ໃຫ້ມີຄວາມສອດຄ່ອງ ແລະ ເສີມສ້າງເຊິ່ງກັນ ແລະ ກັນ ກັບແຜນການຟື້ນຟູເສດຖະກິດຮອບດ້ານອາຊຽນ.

 

 20201114ASEANPlus3BusinessEABC

 

(ກອງປະຊຸມບັນດາຜູ້ນໍາອາຊຽນບວກສາມ ພົບປະກັບ ສະພາທຸລະກິດ ອາຊີຕາເວັນອອກ)

 

ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສືບຕໍ່ນຳພາຄະນະຜູ້ ແທນລາວ ເຂົ້າຮ່ວມກອງປະຊຸມບັນດາຜູ້ນໍາອາຊຽນບວກສາມ ພົບປະກັບສະພາທຸລະກິດອາຊີຕາເວັນອອກພາຍໃຕ້ ການເປັນປະທານຂອງ ພະນະທ່ານ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ເຊິ່ງໄດ້ຕີລາຄາ ສູງຕໍ່ການປະກອບສ່ວນຂອງສະພາທຸລະກິດອາຊີຕາເວັນອອກໃນການສ້າງປະຊາຄົມອາຊຽນຮອດປີ 2025 ກໍ່ຄືການ ຮ່ວມມືອາຊຽນບວກສາມ. ກອງປະຊຸມຄັ້ງນີ້ໄດ້ເຫັນດີຮັບຮອງເອົາ 3 ໜ້າວຽກບູລິມະສິດສຳລັບປີ 2020 ຂອງສະພາ ທຸລະກິດອາຊີຕາເວັນອອກ: 1).ມາດຕະການໃນການ ຜ່ອນຜັນ ແລະ ຟື້ນຟູເສດຖະກິດພາຍຫຼັງ ໂຄວິດ 19; 2).ສົ່ງເສີມນະວັດຕະກຳ ແລະ ພັດທະນາການຄ້າດ້ານອີເລັກໂຕຣນິກໃນອາຊີຕາເວັນອອກ; ແລະ 3).ອຳນວຍຄວາມ ສະດວກໃຫ້ການພັດທະນາຂະແໜງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ມອບໃຫ້ ພາກສ່ວນກ່ຽວຂ້ອງນໍາໄປຜັນຂະຫຍາຍໃຫ້ເປັນຮູບປະທໍາຕໍ່ໄປ.

 

ໃນກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ຂອງຫຼັກການ ການຄ້າຫຼາຍຝ່າຍ, ກວມລວມ ແລະ ເປີດກວ້າງທີ່ມີອົງການ ການຄ້າໂລກເປັນແກນກາງໃນທ່າມກາງທີ່ໂລກກຳລັງ ປະເຊີນໜ້າກັບລັດທິປົກປ້ອງພາຍໃນ, ລັດທິຝ່າຍດຽວ ແລະ ລັດທິຊາດ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ສະເໜີໃຫ້ສະພາທຸລະກິດອາຊີຕາເວັນອອກ ສືບຕໍ່ສະໜັບສະໜູນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ຂອງ ສປປ ລາວ ທັງທາງດ້ານໂຄງລ່າງດີຈີຕອນ ແລະ ການສ້າງຊັບພະຍາກອນມະນຸດດ້ານໄອຊີທີ ເພື່ອໃຫ້ ສາມາດຫັນໄປສູ່ເສດຖະກິດດີຈີຕອນ ເທື່ອລະກ້າວ.

 

 20201114ASEANEAS15th

 

(ກອງປະຊຸມສູດຍອດ ອາຊີຕາເວັນອອກ (ອີເອເອັດສ) ຄັ້ງທີ 15)

 

ກອງປະຊຸມຄັ້ງນີ້ບັນດາຜູ້ນຳ ໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດ ການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະການຜັນຂະຫຍາຍຜົນກອງປະຊຸມສຸດຍອດ ອີເອເອັດສ ໃນເດືອນພະຈິກ 2019 ທີ່ ບາງກອກ, ປະເທດໄທ ຜ່ານມາ ແລະ ການຈັດຕັ້ງປະຕິບັດ 6 ຂະແໜງການບູລິມະສິດ ຂອງຂອບການຮ່ວມມືດັ່ງກ່າວ: ພະລັງງານ, ສຶກສາ, ການເງິນ, ສາທາລະນະສຸກ, ສິ່ງແວດລ້ອມ ແລະ ການຄຸ້ມຄອງໄພທໍາມະຊາດ ແລະ ການເຊື່ອມຈອດ.

 

ກອງປະຊຸມ ໄດ້ເຫັນດີ ຈະສືບຕໍ່ຮ່ວມມືກັນ ໃນການຈັດຕັ້ງປະຕິບັດ 6 ຂະແໜງ ການບູລິມະສິດຂອງຂອບການຮ່ວມມືອີເອເອັດສ ໂດຍສະເພາະການຮ່ວມມືກັນໃນການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການແກ້ໄຂຜົນກະທົບດ້ານເສດຖະກິດ ຫຼັງໂຄວິດ-19 ແນ່ໃສ່ສົງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ພ້ອມນີ້, ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ບາງບັນຫາເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ: ແຫຼມເກົາຫຼີ, ທະເລຈີນໃຕ້, ບັນຫາຄວາມຫຍຸ້ງຍາກຢູ່ ລັດຣະຄາຍ (ມຽນມາ)ແລະ ອື່ນໆ. ນອກນີ້, ກອງປະຊຸມຍັງໄດ້ຮັບຮອງເອົາ 5 ເອກະສານສຳລັບ ຜົນກອງປະຊຸມສຸດຍອດ ອີເອເອັດສຄື: ຖະແຫຼງການຮ່າໂນ່ຍວ່າດ້ວຍການສະເຫຼີມສະຫຼອງຄົບຮອບ 15 ປີ ອີເອເອັດສ; ຖະແຫຼງການຜູ້ນໍາ ອີເອເອັດສ ວ່າດ້ວຍຄວາມຍືນຍົງທາງທະເລ; ຖະແຫຼງການຜູ້ນໍາ ອີເອເອັດສ ວ່າດ້ວຍ ການຮັດແໜ້ນຄວາມອາດສາມາດຮ່ວມກັນໃນການປ້ອງກັນ ແລະ ຮັບມື ກັບພະຍາດລະບາດ; ຖະແຫຼງການຜູ້ນໍາ ອີເອເອັດສ ວ່າດ້ວຍ ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ແລະ ຖະແຫຼງການ ອີເອເອັດສ ວ່າດ້ວຍ ການຮ່ວມມືເພື່ອສົ່ງເສີມການເຕີບໂຕຢ່າງໝັ້ນຄົງຂອງເສດຖະກິດພາກພື້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490018
ມື້ນີ້45
ມື້ວານ292
ອາທິດນີ້1217
ເດືອນນີ້3411