ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳແມ່ຍິງອາຊຽນ (ແບບທາງໄກ)

 

20201112AS37J

 

20201112AS37K

 

ໃນຕອນຄໍ່າຂອງວັນທີ 12 ພະຈິກ 2020, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສືບຕໍ່ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳແມ່ຍິງອາຊຽນ ພາຍໃຕ້ຫົວຂໍ້: ບົດບາດຂອງແມ່ຍິງໃນການສ້າງປະຊາຄົມອາຊຽນໃຫ້ມີຄວາມໜຽວແໜ້ນ, ເຂັ້ມແຂງ, ຍືນຍົງ ແລະ ຮອບດ້ານ ຫຼັງໂຄວິດ-19 (ແບບທາງໄກ), ຊຶ່ງເປັນກອງປະຊຸມຜູ້ນຳແມ່ຍິງອາຊຽນຄັ້ງທຳອິດ ພາຍໃຕ້ການເປັນປະທານຂອງ ພະນະທ່ານ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ, ໂດຍມີບັນດາຜູ້ນຳອາຊຽນ, ຕາງໜ້າຜູ້ນຳຍິງອາຊຽນ, ຜູ້ຊ່ວຍພິເສດເລຂາທິການໃຫຍ່ ສປຊ ດ້ານການເງິນ ເພື່ອການພັດທະນາ, ຕາງໜ້າທະນາຄານໂລກ ເຂົ້າຮ່ວມ. ສຳລັບຕາງໜ້າຜູ້ນຳແມ່ຍິງລາວແມ່ນ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ເຂົ້າຮ່ວມ.

 

ໃນກອງປະຊຸມຄັ້ງນີ້ ບັນດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດຂອງແມ່ຍິງ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນຂະບວນການພັດທະນາ ກໍຄື ການຟື້ນຟູເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊຽນ ກໍຄື ໃນໂລກ ທ່າມກາງການລະບາດຂອງພະຍາດໂຄວິດ-19, ໂດຍສະເພາະ ການຮັບມືກັບພະຍາດໂຄວິດ-19, ຊຶ່ງແມ່ຍິງ ໄດ້ມີສ່ວນຮ່ວມເຂົ້າໃນຂະບວນການລວມຂອງອາຊຽນ, ໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງຢູ່ໃນພາກພື້ນ ແລະ ໃນໂລກ. ສຳລັບແຜນການໃນຕໍ່ໜ້າ, ອາຊຽນ ເຫັນດີສືບຕໍ່ເຊື່ອມສານບົດບາດຂອງແມ່ຍິງ ເຂົ້າໃນວຽກງານ ແລະ ກິດຈະກຳຕ່າງໆຂອງອາຊຽນ ລວມທັງ ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ ຫລັງປີ 2025 ແລະ ແຜນຟື້ນຟູຮອບດ້ານຂອງອາຊຽນ ເພື່ອແນໃສ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງຂອງແມ່ຍິງ ໂດຍສ້າງເງື່ອນໄຂ ແລະ ກາລະໂອກາດ ໃນການສ້າງຂີດຄວາມສາມາດໃຫ້ແກ່ແມ່ຍິງ, ສ້າງວຽກເຮັດງານທຳ ແລະ ການເຂົ້າເຖິງແຫຼ່ງທຶນ ກໍຄື ເຕັກໂນໂລຊີທັນສະໄໝ ໂດຍສະເພາະ ໃນຍຸກດິຈິຕອນ ຫລື ອຸດສະຫະກຳ 4.0. ອາຊຽນ ເຫັນດີສືບຕໍ່ຮັດແໜ້ນການຮ່ວມມື ແລະ ສ້າງເຄືອຂ່າຍ ລະຫວ່າງແມ່ຍິງອາຊຽນກັບບັນດາອົງກອນແມ່ຍິງ ພາຍໃຕ້ຂອບອົງການສະຫະປະຊາຊາດ ແລະ ອົງກອນແມ່ຍິງໃນພາກພື້ນອື່ນ ໃນຂອບເຂດທົ່ວໂລກ.

 

ໃນໂອກາດນີ້, ພະນະທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ແລກປ່ຽນຄຳຄິດເຫັນ ໂດຍໄດ້ເນັ້ນໜັກສະເພາະແມ່ນ ບົດບາດການນຳພາຂອງແມ່ຍິງໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການເພິ່ມທະວີການສົ່ງເສີມບົດບາດຂອງ ແມ່ຍິງໃນແຕ່ລະຂົງເຂດວຽກງານ ເພື່ອສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແມ່ຍິງ ພາຍຫຼັງໂຄວິດ-19. ໃນໂອກາດດຽວກັນ, ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ປະກອບຄຳເຫັນໂດຍຕີລາສູງ ຕໍ່ກັບການມີສ່ວນຮ່ວມຂອງແມ່ຍິງໃນທຸກຂົງເຂດ ແລະ ກິດຈະກຳຕ່າງໆຂອງອາຊຽນ ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ໃນໄລຍະຕໍ່ໜ້າ ເຫັນຄວນສືບຕໍ່ເພິ່ມທະວີບັນດາກົນໄກ, ແຜນງານ ແລະ ແຜນການຕ່າງໆ ທີ່ໄດ້ມີການເຊື່ອມສານບົດບາດ ຍິງ-ຊາຍ ໃຫ້ປະກົດເປັນຮູບປະທຳຢ່າງແທ້ຈິງ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490022
ມື້ນີ້49
ມື້ວານ292
ອາທິດນີ້1221
ເດືອນນີ້3415