ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 (ແບບຄົບຄະນະ) ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ແບບທາງໄກ

 

20201112AS37A

 

20201112AS37B

 

20201112AS37C

 

(ພິທີເປີດປະຊຸມສຸດຍອດອາຊຽນ ຄັ້ງທີ 37 ຢ່າງເປັນທາງການ)

 

ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 (ແບບຄົບຄະນະ) ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ແບບທາງໄກ, ເຊິ່ງໄດ້ມີພິທີເປີດຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 12 ພະຈິກ 2020, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ພະນະທ່ານ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ, ໃນຖານະປະທານໝູນວຽນອາຊຽນ ປີ 2020.

 

20201112AS37E

 

(ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 (ແບບຄົບຄະນະ))

 

ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 (ແບບຄົບຄະນະ) ບັນດາຜູ້ນໍາອາຊຽນ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງອາຊຽນ ໃນການສືບຕໍ່ສະກັດກັ້ນ, ຄວບຄຸມ, ແກ້ໄຂ ແລະ ຟື້ນຟູຜົນກະທົບດ້ານຕ່າງໆຂອງພະຍາດໂຄວິດ-19. ໂດຍສະເພາະການສ້າງຕັ້ງກອງທຶນຕອບໂຕ້ພະຍາດໂຄວິດ-19; ຄັງແຮຢາປົວພະຍາດ ແລະ ອຸປະກອນການແພດ ສຳລັບພາວະສຸກເສີນສາທາລະນະສຸກພາກພື້ນອາຊຽນ. ພ້ອມນັ້ນ, ກໍໄດ້ສະແດງຄວາມຊົມເຊີຍຕໍ່ການຜັນຂະຫຍາຍບູລິມະສິດ ໃນການເປັນປະທານອາຊຽນຂອງ ຫວຽດນາມ ໂດຍສະເພາະ ການຮັດແໜ້ນຄວາມສາມັກຄີ, ຄວາມເປັນເອກະພາບຂອງອາຊຽນ, ສົ່ງເສີມຄວາມເປັນແກນກາງຂອງອາຊຽນ, ແລະ ການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຂອງພາກພື້ນ ໃນທ່າມກາງສະພາບການທີ່ຜັນແປຢ່າງໄວວາ ແລະ ສະຫຼັບສັບຊ້ອນຂອງໂລກ, ການສົ່ງເສີມເອກະລັກຂອງອາຊຽນ, ການຮັດແຄບຄວາມແຕກໂຕນ ດ້ານການພັດທະນາຂອງປະເທດອາຊຽນດ້ວຍກັນ, ການທົບທວນກາງສະໄໝແຜນແມ່ບົດວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນປະຕິບັດງານ ວ່າດ້ວຍ ການເຊື່ອມຈອດອາຊຽນ 2025. ຜູ້ນໍາອາຊຽນ ຍັງໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ການສືບຕໍ່ສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງໃນຕໍ່ໜ້າ ບົນຈິດໃຈ: ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ ແລະ ໄດ້ເຫັນດີເປັນເອກະພາບ ໃນການສືບຕໍ່ຮັດແໜ້ນການຮ່ວມມືຢ່າງໃກ້ຊິດກັບບັນດາຄູ່ຮ່ວມເຈລະຈາ ກໍຄື ຄູ່ຮ່ວມມືພາຍນອກອາຊຽນ ແນໃສ່ສົ່ງເສີມການຮ່ວມມືເພື່ອການພັດທະນາ, ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນຳພາ.    ໃນໂອກາດນີ້, ຜູ້ນຳອາຊຽນ ກໍໄດ້ສະແດງຄວາມຍິນດີຕໍ່ການຮັບເອົາ ກູບາ, ໂກໂລມບີ ແລະ ອາຟຣິກາໃຕ້ ເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ ຫຼື ທີເອຊີ. ພ້ອມກັນນັ້ນ, ບັນດາຜູ້ນໍາອາຊຽນ ຍັງໄດ້ແລກປ່ຽນທັດສະນະ ຕໍ່ບັນຫາທີ່ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

 

ໃນໂອກາດດັ່ງກ່າວ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ປະກອບຄໍາເຫັນໂດຍໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງອາຊຽນ ຜ່ານມາ ແລະ ການເປັນປະທານອາຊຽນຂອງ ຫວຽດນາມ ໃນປີ 2020, ພ້ອມທັງ ສະເໜີຊຸກຍູ້ໃຫ້ອາຊຽນ ສືບຕໍ່ເລັ່ງຟື້ນຟູບັນດາຂົງເຂດທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ເປັນຕົ້ນແມ່ນ ສືບຕໍ່ຮ່ວມມືໃນການຄົ້ນຄວ້າ ແລະ ພັດທະນາ, ຜະລິດຢາປິ່ນປົວພະຍາດໂຄວິດ ກໍຄື ຢາວັກແຊັງ ໃຫ້ໄດ້ໂດຍໄວ, ສືບຕໍ່ຊຸກຍູ້ການເຮັດວຽກຮ່ວມກັນ ແນໃສ່ສົ່ງເສີມເສດຖະກິດພາຍໃນອາຊຽນ, ການສະໜອງແບບຕ່ອງໂສ້ດ້ານການຄ້າ, ການສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໂດຍສະເພາະການເຂົ້າເຖິງແຫຼ່ງທຶນ ແລະ ເຕັກໂນໂລຊີທີ່ທັນສະໄໝ ເພື່ອສາມາດຂັບເຄື່ອນທຸລະກິດ ແລະ ການຜະລິດສິນຄ້າໄດ້ຢ່າງເຕັມສ່ວນ ລວມທັງຫັນໄປສູ່ການເປັນດີຈີຕອນ ແລະ ຟື້ນຟູການສະໜອງແບບຕ່ອງໂສ້ດ້ານການເຊື່ອມຈອດ ແລະ ການຄົມມະນາ ຄົມຂົນສົ່ງທາງບົກ, ທາງນ້ຳ ແລະ ທາງອາກາດ, ລວມທັງການບໍລິການ ແລະ ການສະໜອງສິນຄ້າອຸປະໂພກ ແລະ ບໍລິໂພກ ເປັນຕົ້ນ.

 

ພິເສດ, ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37, ບັນດາຜູ້ນຳອາຊຽນ ໄດ້ເຂົ້າຮ່ວມເປັນສັກຂີພະຍານໃນພິທີປະກາດເປັນທາງການ ການທົບທວນກາງສະໄໝແຜນແມ່ບົດວິໄສທັດປະຊາຄົມອາຊຽນ 2025, ພິທີປະກາດເປັນທາງການ ແຜນຟື້ນຟູຮອບດ້ານອາຊຽນ ແລະ ແຜນຈັດຕັ້ງປະຕິບັດ ແລະ ພິທີປະກາດສ້າງຕັ້ງຄັງແຮຢາປົວພະຍາດ ແລະ ອຸປະກອນການແພດ ສໍາລັບພາວະສຸກເສີນດ້ານສາທາລະນະສຸກພາກພື້ນອາຊຽນ. ກອງປະຊຸມ ໄດ້ຮັບຮອງເອົາ 6 ເອກະສານສຳຄັນ ຄື: 1. ຖະແຫຼງການຮ່າໂນ້ຍ ວ່າດ້ວຍ ປະຊາຄົມອາຊຽນ ຫຼັງປີ 2025; 2. ຖະແຫຼງການຮ່າໂນ້ຍ ວ່າດ້ວຍ ການຮັບຮອງເອົາຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 4 (2021-2025); 3. ຖະແຫຼງການອາຊຽນ ວ່າດ້ວຍ ການສ້າງແລວການເດີນທາງພິເສດພາຍໃນອາຊຽນ; 4. ຖະແຫຼງການອາຊຽນ ວ່າດ້ວຍ ການທ່ອງທ່ຽວໃນຮູບແບບດີຈີຕອນ; 5. ການຍົກສູງເອກະລັກອາຊຽນ; ແລະ 6. ຖະແຫຼງການຮ່າໂນ້ຍ ວ່າດ້ວຍ ການສ້າງຄວາມເຂັ້ມແຂງວຽກງານສັງຄົມສົງເຄາະ ເພື່ອກ້າວໄປສູ່ປະຊາຄົມອາຊຽນທີ່ເຂັ້ມແຂງ ແລະ ຕອບສະໜອງຕໍ່ສະພາບການ.

 

ໃນຕອນບ່າຍ ວັນທີ 12 ພະຈິກ 2020, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ສືບຕໍ່ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ຈີນ ຄັ້ງທີ 23, ກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 23, ກອງປະຊຸມສຸດຍອດ ອາຊຽນ-ສ.ເກົາຫຼີ ຄັ້ງທີ 21 ແລະ ກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 17 ໃນຮູບແບບທາງໄກ.

 

20201112AS37F

 

(ກອງປະຊຸມສຸດຍອດ ອາຊຽນ-ຈີນ ຄັ້ງທີ 23)

 

 

ຜູ້ນໍາອາຊຽນ ແລະ ສປ. ຈີນ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມື ອາຊຽນ-ຈີນ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ພາກພື້ນ ກໍຄື ໃນໂລກ. ​ ທັງສອງຝ່າຍ ຢືນຢັນຄືນຄວາມໝາຍໜັ້ນທີ່ຈະສືບຕໍ່ຮ່ວມມືກັນໃນໄລຍະຕໍ່ໜ້າ. ໂດຍໄດ້ຮັບຮອງເອົາ​ແຜນ​ປະຕິບັດ​ງານ ​ອາຊຽນ-ຈີນ ສະບັບ​ໃໝ່ ​ປີ 2021-2025, ເຊິ່ງໄດ້ກວມເອົາບັນດາທັງ 3 ເສົ້າຄໍ້າ ຂອງການສ້າງປະຊາຄົມອາຊຽນຮອດປີ 2025: ການເມືອງຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳສັງຄົມ.

 

ກອງປະຊຸມໄດ້ ສະແດງຄວາມພໍໃຈຕໍ່ມາດຕະການໃນການຮັບມື ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ທັງຢູ່ ອາຊຽນ ແລະ ຢູ່ ສປ ຈີນ ແລະ ໄດ້ ຂອບໃຈຕໍ່ການຊ່ວຍເຫຼືອຂອງຈີນ ໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະການປະກອບສ່ວນງົບປະມານ ໃຫ້ແກ່ກອງທຶນອາຊຽນຕ້ານໂຄວິດ-19 ຈຳນວນ 1 ລ້ານໂດລາ ແລະ 5 ລ້ານໂດລາ ເພື່ອສະໜັບສະໜຸນໂຄງການຮ່ວມມືດ້ານສາທະນະສຸກອາຊຽນ-ຈີນ.

 

ນອກຈາກນີ້, ກອງປະຊຸມຍັງ ໄດ້ສະແດງຄວາມຍິນດີ ຕໍ່ຄວາມຄືບໜ້າຂອງຈັດຕັ້ງປະຕິບັດຖະແຫຼງການ ອາຊຽນ-ຈີນ ວ່າດ້ວຍການເຊື່ອມສານ ລະຫວ່າງ ແຜນແມ່ບົດການເຊື່ອມຈອດອາຊຽນ 2025 ແລະ ຂໍ້ລິເລີ່ມໜຶ່ງແລວ, ໜຶ່ງເສັ້ນທາງ (BRI) ທີ່ໄດ້ຮັບຮອງ ໃນປີ 2019 ຜ່ານມາ, ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນພາກພື້ນ ແລະ ສາກົນ. ໃນນີ້, ສປປ ລາວ ໄດ້ແຈ້ງໃຫ້ທີ່ປະຊຸມຊາບຄວາມຄືບໜ້າຂອງໂຄງການລົດໄຟຄວາມໄວສູງ ລາວ-ຈີນ, ເຊິ່ງແມ່ນສ່ວນໜຶ່ງຂອງໂຄງການເຊື່ອມຈອດທາງລົດໄຟອາຊຽນ ສິງກະໂປ-ຄຸນມິງ ໄດ້ມີຄວາມຄືບໜ້າຫຼາຍ ແລະ ຄາດວ່າ ຈະສຳເລັດພາຍໃນປີ 2021 ຕາມແຜນການ.

 

ສຳລັບທິດທາງຕໍ່ໜ້າ, ສປປ ລາວ ຍັງໄດ້ສະເໜີໃຫ້ ສປ ຈີນ ສືບຕໍ່ຊ່ວຍສ້າງຂີດຄວາມສາມາດດ້ານເສດຖະກິດດີຈີຕອນ ໂດຍການຖ່າຍທອດ ແລະ ແລກປ່ຽນດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ໃນຂົງເຂດການເງິນ, ການທະນາຄານ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ ຈຸລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (MSMEs) ເພື່ອຫັນໄປສູ່ເສດຖະກິດດີຈີຕອນ ແລະ ການຄ້າອີເລັກໂຕຼນິກເທື່ອລະກ້າວ.

 

20201112AS37G

 

(ກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 23)

 

ກອງປະຊຸມ ໄດ້ຕີລາຄາສູງ ແລະ ຮັບຊາບ ສະພາບການຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາ ໂດຍສະເພາະຄວາມຄືບໜ້າ ການຈັດຕັ້ງປະຕິບັດບັນດາແຜນ ແລະ ໂຄງການພາຍໃຕ້ແຜນປະຕິບັດງານ ອາຊຽນ-ຍີ່ປຸ່ນ ໄລຍະ 2016-2020. ພ້ອມນີ້, ກອງປະຊຸມຍັງໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄື ການຟື້ນຟູລະບົບເສດຖະກິດຫຼັງໂຄວິດ-19; ໃນນີ້,ໄດ້ສະແດງຄວາມຂອບໃຈ ຍີ່ປຸ່ນ ຕໍ່ການປະກອບຊ່ວຍເຫຼືອ ເຂົ້າໃນກອງທຶນອາຊຽນຕ້ານເຊື້ອພະຍາດໂຄວິດ-19 ຈຳນວນ 1 ລ້ານໂດລາ ; ພິເສດ, ແມ່ນການປະກອບສ່ວນທຶນ ມູນຄ່າ 50 ລ້ານໂດລາສະຫະລັດ ເຂົ້າໃນການສ້າງຕັ້ງສູນອາຊຽນ ວ່າດ້ວຍ ການຊ່ວຍເຫຼືອສຸກເສີນຂະແໜງສາທາລະນະສຸກ ແລະ ພະຍາດແຜ່ລະບາດ, ເຊິ່ງກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງນີ້ ໄດ້ປະກາດການສ້າງຕັ້ງຢ່າງເປັນທາງການ.

 

ໃນກອງປະຊຸມ ທັງສອງຝ່າຍ ຍັງໄດ້ເຫັນດີຮ່ວມກັນໃນການສືບຕໍ່ເພີ່ມທະວີການຮ່ວມມືກັນ ໃນການສົ່ງເສີມການເຊື່ອມໂຍງເສດຖະກິດພາກພື້ນ ໂດຍຜ່ານຂໍ້ລິເລິ່ມ ເພື່ອການເຊື່ອມໂຍງອາຊຽນ ກໍຄື ການຫັນເປັນດີຈິຕອນ ເພື່ອອຳນວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ, ການບໍລິການ ລວມທັງ ການເຂົ້າເຖິງແຫຼ່ງທຶນ ສໍາລັບຈຸລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (MSMEs) ເພື່ອໃຫ້ສາມາດດໍາເນີນທຸລະກິດ ຜ່ານທາງ   ເອເລັກໂທນິກຮ່ວມກັນໄດ້.

 

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ລາວ-ຍີ່ປຸ່ນ ໂດຍສະເພາະ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ໃນປີນີ້, ພ້ອມທັງສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາພື້ນຖານໂຄງລ່າງ ແລະ ເສດຖະກິດ-ສັງຄົມ ຂອງປະເທດ ຕະຫຼອດມາ.

 

20201112AS37H

 

(ກອງປະຊຸມສຸດຍອດ ອາຊຽນ-ສ.ເກົາຫຼີ ຄັ້ງທີ 21)

 

ກອງປະຊຸມໄດ້ຕີລາຄາສູງຕໍ່ ຜົນສໍາເລັດໃນການຈັດຕັ້ງປະຕິບັດບັນດາ ຂໍ້ຕົກລົງຂອງກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ສ.ເກົາຫຼີ ຄົບຮອບ 30 ປີ ໃນ​ປີ 2019 ຜ່ານ​ມາ, ການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ສ.ເກົາຫຼີ ໄລຍະ 2016-2020 ກໍໄດ້ຮັບຜົນສໍາເລັດ​ເປັນຢ່າງດີ ອັນໄດ້ເຮັດໃຫ້ການຮ່ວມມືໃນຂົງເຂດ​ການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນອາຊຽນ ແລະ ສ.ເກົາຫຼີ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. ໂດຍສະເພາະໃນຂົງເຂດດິຈີຕອນ, ນະວັດຕະກຳໃໝ່,​ Start-ups, ການພັດທະນາຕົວເມືອງອັດສະລິຍະ, ການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ພິເສດ, ກອງປະຊຸມໄດ້ສະແດງຄວາມຍິນດີ ຕໍ່ການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ສ.ເກົາຫຼີ ໄລຍະ 2016-2020, ເຊິ່ງສາມາດປະຕິບັດໄດ້ 100 % ແລະ ໃນເວລາດຽວກັນ, ກໍໄດ້ຮັບຮອງເອົາແຜນປະຕິບັດງານ ສະບັບໃໝ່ ໄລຍະ 2021-2025

 

ບັນດາຜູ້ນຳອາຊຽນ ແລະ ເກົາຫຼີ ໄດ້ຢໍ້າຄືນຄວາມໝາຍໝັ້ນທີ່ຈະເພີ່ມທະວີສືບຕໍ່ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ຂົງເຂດສາທາລະນະສຸກ ໂດຍສະເພາະການສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ການສຶກສາ, ການຫັນເປັນເສດຖະກິດດິຈິຕອນ ແລະ ນະວັດຕະກໍາ, ການເຊື່ອມຈອດອາຊຽນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາພາຍໃນອາຊຽນ, ການທ່ອງທ່ຽວ, ການພັດທະນາແບບຍືນຍົງ, ການຄໍ້າປະກັນສະບຽງອາຫານ ແລະ ການພັດທະນາເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ.

 

ກອງປະຊຸມ ໄດ້ສະແດງຄວາມຂອບໃຈຕໍ່ ສ.ເກົາຫຼີ ໃນການປະກອບສ່ວນເງິນເຂົ້າໃນກອງທຶນອາຊຽນ ຕ້ານເຊື້ອພະຍາດໂຄວິດ-19 ຈຳນວນ 1 ລ້ານໂດລາ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ລາວ-ສ.ເກົາຫຼີ ຄົບຮອບ 25 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນຳກັນ ແລະ ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດມາ.

 

20201112AS37I

 

(ກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 17)

 

ບັນດາຜູ້ນຳ ອາຊຽນ-ອີນເດຍ ໄດ້ຕີລາຄາສູງ ຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ອິນເດຍ ໄລຍະ 2016-2020 ໂດຍກວມເອົາ 3 ເສົາຄໍ້າ ການສ້າງປະຊາຄົມອາຊຽນ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ). ທັງສອງຝ່າຍ ອາຊຽນ ແລະ ອິນເດຍ ເຫັນດີຈະສືບຕໍ່ຮ່ວມມືກັນ ໃນບັນດາຂະແໜງການບູລິມະສິດເປັນຕົ້ນ: ສາທາລະນະສຸກ ໂດຍສະເພາະການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີໃນການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ລວມທັງການຮ່ວມມືກັນໃນການຄົ້ນຄວ້າ-ພັດທະນາ ແລະ ຜະລິດຢາປົວພະຍາດ ກໍ່ຄື ຢາວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນໃນການເຂົ້າເຖິງ ແລະ ສາມາດໄດ້ຮັບຢາປົວພະຍາດ ແລະ ຢາວັກແຊັງດັ່ງກ່າວຢ່າງທົ່ວເຖິງ; ການຟື້ນຟູເສດຖະກິດ ຫຼັງໂຄວິດ-19; ການສຶກສາ ໂດຍການສະໜອງທຶນສຶກສາໄລຍະສັ້ນ ແລະ ໄລຍະຍາວ ແລະ ການແລກປ່ຽນດ້ານວັດທະນະທໍາ ລວມທັງ ການທ່ອງທ່ຽວ; ການຫັນໄປສູ່ເສດຖະກິດດິຈີຕອນ; ການເຊື່ອມຈອດອາຊຽນ ໂດຍສະເພາະການສືບຕໍ່ກໍ່ສ້າງທາງດ່ວນ ອິນເດຍ-ມຽນມາ-ໄທ ແລະ ຂະຫຍາຍມາສູ່ ສປປ ລາວ, ກໍາປູເຈຍ ແລະ ຫວຽດນາມ; ການຮັດແຄບຄວາມແຕກໂຕນ ດ້ານການພັດທະນາພາຍໃນອາຊຽນ ດ້ວຍການຈັດຕັ້ງປະຕິບັດ ແຜນປະຕິບັດງານ ໄອເອໄອ ສະບັບທີ 3 (2016-2020) ແລະ ສະບັບທີ 4 (2021-2025); ການພັດທະນາແບບຍືນຍົງ ລວມທັງການພັດທະນາຕົວເມືອງອັດສະລິຍະ ພາຍໃຕ້ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490016
ມື້ນີ້43
ມື້ວານ292
ອາທິດນີ້1215
ເດືອນນີ້3409