ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ, ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນແລງຂອງວັນທີ 13 ພະຈິກ 2018 ທີ່ ປະເທດ ສິງກະໂປ (ປະທານອາຊຽນ ປີ 2018) ພາຍໃຕ້ຄຳຂວັນ: “ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ”.
ໃນໂອກາດເຂົ້າຮ່ວມກອງປະຊຸມ ຄັ້ງທີ 33 ນີ້, ຜູ້ນຳອາຊຽນໄດ້ປຶກສາຫາລື ກ່ຽວກັບ ການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ ເພື່ອໃຫ້ອາຊຽນມີຄວາມສາມາດປັບຕົວ ແລະ ຮັບມືກັບສີ່ງທ້າທາຍຕ່າງໆໄດ້ຢ່າງທັນການ ໂດຍສະເພາະ ໃນຍຸກເສດຖະກິດດີຈີຕອນ ແລະ ການປະຕິວັດອຸດສາຫະກຳ 4.0 ທີ່ ເຕັກໂນໂລຊີມີການພັດທະນາຢ່າງໄວວາ. ພ້ອມນີ້, ຜູ້ນຳອາຊຽນ ຍັງໄດ້ສະແດງຄວາມຍິນດີ ທີ່ບັນດາຂະແໜງການກ່ຽວຂ້ອງພາຍໃຕ້ສາມເສົາຄໍ້າປະຊາຄົມອາຊຽນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025, ຈັດຕັ້ງປະຕິບັດບັນດາແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແລະ ຈັດຕັ້ງປະຕິບັດແຜນວຽກຂອງຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3 ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 ມີຜົນສຳເລັດເປັນກ້າວໆມາ. ນອກຈາກນີ້, ຜູ້ນຳອາຊຽນ ຍັງໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືກັບພາຍນອກ, ໂດຍໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງການພົວພັນຮ່ວມມືກັບປະເທດຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອາຊຽນໃນໄລຍະຜ່ານມາ ແລະ ໄດ້ຢໍ້າຄືນບົດບາດນຳພາ ແລະ ຄວາມເປັນແກນກາງຂອງອາຊຽນໃນໂຄງສ້າງພາກພື້ນ ແລະ ກົນໄກຕ່າງໆ ທີ່ອາຊຽນເປັນຜູ້ສ້າງຂື້ນ. ຜູ້ນຳອາຊຽນ ໄດ້ເຫັນດີໃຫ້ສືບຕໍ່ຮັດແໜ້ນການຮ່ວມມືກັບພາຍນອກ ເພື່ອເປັນການປະກອບສ່ວນສ້າງປະຊາຄົມອາຊຽນໃຫ້ນັບມື້ນັບເຂັ້ມແຂງ ກໍ່ຄືປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ໃນໂລກໂດຍລວມ.
ກອງປະຊຸມ ສຸດຍອດຄັ້ງນີ້ຍັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ ສະພາບການຢູ່ ຕາເວັນອອກກາງ, ແຫຼມເກົາຫຼີ ແລະ ອື່ນໆ, ເຊິ່ງໂດຍລວມເຫັນວ່າ ມີຄວາມຄືບໜ້າໄປໃນທາງບວກ ອັນເປັນທ່ວງທ່າທີ່ດີຕໍ່ການສ້າງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຍິນດີ ຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້, ລວມທັງ ການປຶກສາຫາລື ຮ່າງກົດແຫ່ງການປະພຶດ ທີ່ໄດ້ເລີ່ມເຈລະຈາຕັ້ງແຕ່ຕົ້ນປີ 2018 ຜ່ານມາ.
ພິເສດ, ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33, ຜູ້ນຳອາຊຽນ ໄດ້ຮັບຮອງເອົາ 7 ເອກະສານສຳຄັນ ຄື: (1) ເອກະສານແຜນວຽກເຄືອຂ່າຍເມືອງອັດສະລິຍະອາຊຽນ, ເຊິ່ງເປັນບູລິມະສິດຂອງ ສິງກະໂປ ໃນນາມປະທານ ປີ 2018; (2) ຖະແຫຼງການ ກ່ຽວກັບ ລະບຽບການ ວ່າດ້ວຍ ການຊ່ວຍເຫຼືອດ້ານກົງສຸນແກ່ພົນລະເມືອງອາຊຽນ ຢູ່ປະເທດທີ່ສາມ; (3) ແຜນແມ່ບົດສົ່ງເສີມອາຊຽນ 2025: ການສົ່ງເສີມສິດທິຂອງຄົນພິການ; (4) ຖະແຫຼງການອາຊຽນ ວ່າດ້ວຍ ການຮັບຮອງເອົາວັນຊາວໜຸ່ມອາຊຽນ ໃນການຈັດຕັ້ງປະຕິບັດບັນຫາການປ່ຽນແປງດິນຟ້າອາກາດ ແລະ ຄວາມພ້ອມໃນການຮັບມືກັບໄພພິບັດ; (5) ຖະແຫຼງການອາຊຽນ ວ່າດ້ວຍ ການສົ່ງເສີມອາຊີບສີຂຽວ ເພື່ອຄວາມສະເໝີພາບ ແລະ ການເຕີບໂຕແບບມີສ່ວນຮ່ວມຂອງປະຊາຄົມອາຊຽນ; (6) ຖະແຫຼງການຮ່ວມອາຊຽນ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ນຳສະເໜີຕໍ່ກອງປະຊຸມລັດພາຄີຕໍ່ສັນຍາ ສປຊ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 24; ແລະ (7) ຖະແຫຼງການຮ່ວມອາຊຽນ ຕໍ່ກອງປະຊຸມລັດພາຄີຂອງສົນທິສັນຍາ ວ່າດ້ວຍ ຄວາມຫຼາກຫຼາຍດ້ານຊີວະນາໆພັນ ຄັ້ງທີ 14.
ໃນລະຫວ່າງວັນທີ 14-15 ພະຈິກ 2018, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ຄະນະຈະໄດ້ສືບຕໍ່ ເຄື່ອນໄຫວເຂົ້າຮ່ວມບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຄື: ງານລ້ຽງອາຫານເຊົ້າແບບເຮັດວຽກຂອງຜູ້ນຳອາຊຽນ-ອົດສະຕາລີ, ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 21, ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 20, ງານລ້ຽງອາຫານທ່ຽງແບບເຮັດວຽກບໍ່ເປັນທາງການຂອງຜູ້ນຳອາຊຽນ ແລະ ແຂກຂອງປະທານ, ກອງປະຊຸມສຸດຍອດອາຊຽນ-ລັດເຊຍ ຄັ້ງທີ 3, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 21, ກອງປະຊຸມສຸດຍອດຄູ່ຮ່ວມເສດຖະກິດຮອບດ້ານລະດັບພາກພື້ນ ຄັ້ງທີ 2, ງານລ້ຽງອາຫານເຊົ້າແບບເຮັດວຽກບໍ່ເປັນທາງການຂອງຜູ້ນຳອາຊຽນ-ອິນເດຍ, ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 6, ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 21, ກອງປະຊຸມສຸດຍອດອາຊີຕາເວັນອອກແບບວົງແຄບ ແລະ ແບບຄົບຄະນະ.