ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີການຕ່າງປະເທດ ຕ້ອນຮັບ ເລຂາທິການໃຫຍ່ອາຊຽນ

lmt hup chair asean

ໃນຕອນຄໍ່າວັນທີ 27 ກໍລະກົດ 2018 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Lim Jock Hoi, ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ ໃນໄລຍະເດີນທາງມາມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ຜູ້ປະສົບໄພທີ່ໄດ້ຮັບຜົນກະທົບຈາກເຫດການອຸບັດຕິເຫດໂຄງການເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ທີ່ ແຂວງອັດຕະປື.

ທ່ານ Lim Jock Hoi, ເລຂາທິການໃຫຍ່ອາຊຽນ ແລະ ໃນນາມຜູ້ປະສານງານຫຼັກຂອງອາຊຽນເພື່ອຊ່ວຍເຫລືອດ້ານມະນຸດສະທຳ ແລະ ບັນເທົາທຸກສຸກເສີນ ໄດ້ຕາງໜ້າອາຊຽນມອບເຄື່ອງຊ່ວຍເຫລືອໃຫ້    ສປປ ລາວ ເຊຶ່ງລວມມີ: ເຮືອອາລູມິນຽມ, ຈັກເຮືອອາລູມິນຽມ, ເຕັນທີ່ຢູ່ອາໄສສຳລັບຄອບຄົວ, ເຄື່ອງປະຖົມພາຍາບານ, ເຄື່ອງໃຊ້ປະຈຳວັນ, ມຸ້ງ ແລະ ເຄື່ອງໃຊ້ຈຳເປັນອື່ນໆ ລວມທັງໝົດ 12,807 ອັນ, ເຊິ່ງລວມມູນຄ່າ 180,693.30 ໂດລາສະຫະລັດ.

ນອກຈາກນີ້, ທ່ານ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ລົງໄປຕິດຕາມເບິ່ງປະຊາຊົນຢູ່ເຂດທີ່ໄດ້ຮັບຜົນກະທົບຕົວຈິງ ຢູ່ ເມືອງສະໜາມໄຊ, ແຂວງອັດຕະປື ໃນວັນທີ 28 ກໍລະກົດ 2018.

ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ໄດ້ສະແດງຄວາມຂອບໃຈຕໍ່ຄວາມເປັນຫ່ວງໄຍຂອງທ່ານເລຂາທິການໃຫຍ່ ແລະ ການຊ່ວຍເຫຼືອຂອງຄອບຄົວອາຊຽນ ໂດຍຜ່ານສູນປະສານງານອາຊຽນ ເພື່ອຊ່ວຍເຫລືອດ້ານມະນຸດສະທຳ (AHA Centre).

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490453
ມື້ນີ້6
ມື້ວານ213
ອາທິດນີ້1652
ເດືອນນີ້3846