ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງປະທານປະເທດຫວຽດນາມ ສືບຕໍ່ເຄື່ອນໄຫວຢ້ຽມຢາມ ທີ່ ນະຄອນຫຼວງພະບາງ

 

VietnamvicepresidentinLPB1 VietnamvicepresidentinLPB2-1-1

 

ໃນລະຫວ່າງການຢ້ຽມຢາມສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 19-22 ມິຖຸນາ 2018 ໃນຄັ້ງນີ້, ພາຍຫຼັງການເຄື່ອນໄຫວພົບປະຢ້ຽມຢາມການນຳຂັ້ນສູງຂອງ ສປປ ລາວ ແລະ ສະຖານທີ່ຕ່າງໆຢູ່ ນະຄອນຫຼວງວຽງຈັນ ແລ້ວ, ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ, ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ແລະ ຄະນະ ກໍໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມນະຄອນຫຼວງພະບາງ ໃນລະຫວ່າງວັນທີ 21-22 ມິຖຸນາ 2018. ໃນການຢ້ຽມຢາມຄັ້ງນີ້, ສະຫາຍ ຮອງປະທານປະເທດ ສສ. ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຄໍາຂັນ ຈັນທະວີສຸກ, ເຈົ້າແຂວງ ແຂວງຫຼວງພະບາງ ພ້ອມດ້ວຍການນຳຂອງແຂວງ, ທີ່ ໂຮງແຮມ ເດິແກຣນ ຫຼວງພະບາງ.

ໃນໂອກາດນີ້, ສະຫາຍ ຄໍາຂັນ ຈັນທະວີສຸກ ໄດ້ສະແດງຄວາມຍິນດີທີ່ໄດ້ຮັບກຽດຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ນະຄອນຫຼວງພະບາງ ໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການພົບປະສອງຝ່າຍຮ່ວມກັບ ສະຫາຍ ພັນຄຳ ວິພາວັນ, ຮອງປະທານປະເທດແຫ່ງ ສປປ ລາວ, ໃນວັນທີ 19 ມິຖຸນາ 2018 ຜ່ານມາ, ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ. ພ້ອມກັນນີ້, ສະຫາຍ ເຈົ້າແຂວງ ກໍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງຫຼວງພະບາງ ໂດຍຫຍໍ້ໃຫ້ ສະຫາຍ ຮອງປະທານປະເທດຫວຽດນາມ ຊາບ, ໂດຍໄດ້ຍົກໃຫ້ເຫັນເຖິງຈຸດພິເສດ ແລະ ທ່າແຮງບົ່ມຊ້ອນຂອງແຂວງຫຼວງພະບາງ. ພ້ອມທັງໄດ້ຖືໂອກາດນີ້ຕາງໜ້າໃຫ້ອົງການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າຂອງແຂວງ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງ ຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງ, ໍ້າຄ່າຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ແຂວງຫຼວງພະບາງ ໃນໄລຍະຜ່ານມາ.

ໃນໂອກາດດຽວກັນ, ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງການນໍາແຂວງ ກໍຄື ປະຊາຊົນແຂວງຫຼວງພະບາງ ໂດຍສະເພາະ ຊາວນະຄອນຫຼວງພະບາງ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພັດທະນາເສດຖະກິດ-ສັງຄົມ ທີ່ແຂວງຫຼວງພະບາງ ສາມາດຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ອົງການປົກຄອງແຂວງ ກໍຄື ສະຫາຍເຈົ້າແຂວງ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.

ພາຍຫຼັງສໍາເລັດການເຂົ້າຢ້ຽມຂໍ່ານັບ, ສະຫາຍ ເຈົ້າແຂວງ ກໍໄດ້ຈັດພິທີບາສີສູ່ຂວັນ ແລະ ຈັດງານລ້ຽງອາຫານຄໍ່າເປັນກຽດໃຫ້ແກ່ ສະຫາຍ ຮອງປະທານປະເທດຫວຽດນາມ ແລະ ຄະນະ, ທີ່ ໂຮງແຮມ ເດິແກຣນຫຼວງພະບາງ.

ໃນການຢ້ຽມຢາມແຂວງຫຼວງພະບາງຄັ້ງນີ້, ສະຫາຍ ຮອງປະທານປະເທດຫວຽດນາມ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ສໍາຄັນຂອງນະຄອນຫຼວງພະບາງ ຈໍານວນໜຶ່ງ, ເຊັ່ນ: ຫໍພິພິຕະພັນແຫ່ງຊາດ ຫຼວງພະບາງ, ວັດຊຽງທອງ ແລະ ສູນຫັດຖະກໍາແຜ່ນແພບ້ານສ້າງຄ້ອງ ຕື່ມອີກດ້ວຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485849
ມື້ນີ້148
ມື້ວານ206
ອາທິດນີ້885
ເດືອນນີ້5154