ເຖິງ: ສະຫາຍ ເຈີ່ນ ດ໋າຍ ກວາງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ທີ່ ນະຄອນຫຼວງຮ່າໂນ້ຍ
ສະຫາຍທີ່ນັບຖື,
ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າສະລົດໃຈຢ່າງຍິ່ງ ແລະ ເປັນຫ່ວງເປັນໄຍຢ່າງທີ່ສຸດ ກ່ຽວກັບ ເຫດການລົມພະຍຸໝາຍເລກ 12 (ດຳເຣ) ພັດເຂົ້າ ສສ. ຫວຽດນາມ ໃນຕົ້ນເດືອນພະຈິກ 2017 ທີ່ຜ່ານມາ ເຊິ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນຫວຽດນາມອ້າຍນ້ອງ ກໍ່ຄືບັນດາພື້ນຖານໂຄງລ່າງຕ່າງໆ ຢູ່ ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສສ. ຫວຽດນາມ ໂດຍສະເພາະແມ່ນ ນະຄອນດານັງ, ແຂວງກວາງຈິ, ເທື່ອທຽນເຫວ້, ກວາງຫງາຍ, ກວາງນາມ, ບິງດິງ, ຟູອຽນ, ແລະ ແຄ້ງຮວ່າ, ບິງຖ້ວນ.
ສະຫາຍ ຣາອູນ ກາດສໂຕຼ ຣູດສ,
ເລຂາທິການທິໜຶ່ງຄະນະບໍລິຫານງານສູນກາງພັກຄອມມູນິດກູບາ
ປະທານສະພາແຫ່ງລັດແລະສະພາລັດຖະມົນຕີແຫ່ງສາທາລະນະລັດກູບາ
ສະຫາຍທີ່ຮັກແພງ,
ພວກຂ້າພະເຈົ້າມີຄວາມໂສກເສົ້າ ແລະ ເສຍໃຈເປັນຢ່າງຍິ່ງທີ່ຮັບຂ່າວວ່າລົມພະຍຸ ອຽກມາໄດ້ພັດເຂົ້າສູ່ປະເທດສະຫາຍເມື່ອບໍ່ດົນຜ່ານມານີ້ ແລະ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດຈຳນວນໜຶ່ງ ແລະ ຊັບສິນໃຫ້ລັດ ແລະ ປະຊາຊົນ ຢ່າງໝັກໜ່ວງ.
ທີ່ ນະຄອນຫຼວງວຽງຈັນ 11 ກັນຍາ 2017
ພະນະທ່ານ ເອັງຣີເກ ເປຍາ ເນຍໂຕ
ປະທານາທິບໍດີ ແຫ່ງ ແມັກຊິໂກ
ທີ່ ນະຄອນຫຼວງ ແມັກຊິໂກ
ພະນະທ່ານ,
ຂ້າພະເຈົ້າໄດ້ຊາບຂ່າວເສົ້າສະຫຼົດໃຈເປັນຢ່າງຍິງ ຕໍ່ເຫດການແຜນດິນໄຫວ ຢູ່ທາງພາກຕາເວັນອອກສ່ຽງໃຕ້ ຂອງ ແມັກຊິໂກ ອັນໄດ້ເຮັດໃຫ້ປະຊາຊົນ ແມັກຊິໂກ ເສຍຊີວິດຈໍານວນໜຶ່ງ ແລະ ຊັບສິນຖືກທໍາລາຍຢ່າງຫຼວງຫຼາຍ.