ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳຂັ້ນສູງ ແຫ່ງ ຣາຊະອານາຈັກໄທ ອວຍພອນວັນຊາດລາວ ຄົບຮອບ 48 ປີ

 

 

ພະນະທ່ານ ທອງລຸນ ສີສຸລິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

 

ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າ ຂໍສະແດງຄວາມຍິນດີຢ່າງຈິງໃຈ ແລະ ຂໍອວຍພອນໃຫ້ ທ່ານ ປະທານປະເທດ ມີພາລະນາໄມສົມບູນ, ແຂງແຮງ ແລະ ອວຍພອນແດ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງປະສົບຄວາມສໍາເລັດ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນໄປ.

 

ຂ້າພະເຈົ້າ ຮູ້ສຶກຍິນດີຢ່າງຍິ່ງ ທີ່ເຫັນວ່າຄວາມສໍາພັນມິດໄມຕີ ຜ່ານມາຫຼາຍກວ່າ 7 ທົດສະວັດ ລະຫວ່າງ ປະເທດໄທ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຈະເລີນເຕີບໂຕ ແລະ ພັດທະນາຕໍ່ໄປຢ່າງຢືນຍົງ. ຂ້າພະເຈົ້າເຊື່ອໝັ້ນຢ່າງຈິງໃຈວ່າ ປະເທດໄທ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຖານະປະເທດເພື່ອນບ້ານທີ່ມີຄວາມສະໜິດສະໜົມຜູກພັນກັນປຽບດັ່ງອ້າຍນ້ອງທີ່ໃກ້ຊິດ ຕ່າງຝ່າຍຕ່າງກໍເປັນສ່ວນສໍາຄັນ ແລະ ເປັນບ່ອນເພິ່ງພາເຊິ່ງກັນ ແລະ ກັນ ທາງດ້ານພັດທະນາການກິນດີຢູ່ດີ, ເສດຖະກິດ ແລະ ຄວາມຈະເລີນກ້າວໜ້າຂອງປະເທດ ແລະ ປະຊາຊົນທັງສອງຊາດ ພ້ອມທັງສະແຫວງຫາໂອກາດຮ່ວມກັນ ເພື່ອເສີມຂະຫຍາຍການພົວພັນຮ່ວມມືໃນທຸກໆດ້ານ ທັງໃນລະດັບຫຼາຍຝ່າຍ ແລະ ໃນຂອບການຮ່ວມມືອາຊຽນ ໂດຍສະເພາະຜົນສໍາເລັດອັນພົ້ນເດັ່ນໃນການພັດທະນາດ້ານພະລັງງານ ແລະ ການເຊື່ອມໂຍງຮ່ວມກັນ.

 

ອີກວາລະໜຶ່ງ ຂ້າພະເຈົ້າຂໍສະແດງຄວາມຍິນດີ ທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະເປັນປະທານອາຊຽນ ໃນປີ 2024, ປະເທດໄທ ເຊື່ອໝັ້ນຢ່າງຍິ່ງວ່າ ປະຊາຄົມອາຊຽນ ພາຍໃຕ້ການເປັນປະທານໂດຍ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັ້ນຈະສາມາດຂັບເຄື່ອນການຮ່ວມມື ແລະ ການເປັນຄູ່ຮ່ວມ ລະຫວ່າງ ປະເທດສະມາຊິກ ລວມທັງສົ່ງເສີມການເຊື່ອມໂຍງໃນພາກພື້ນ ນໍາມາເຊິ່ງຄວາມຈະເລີນຮຸ່ງເຮື່ອງ ແລະ ສັນຕິພາບໃນປະຊາຄົມອາຊຽນ ໃນຕໍ່ໜ້າ.

 

ມະຫາວະຊິຣະລົງກອນ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ

---------------------------------------------

 

ພະນະທ່ານ ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

 

ໃນນາມຂອງລັດຖະບານ ແລະ ປະຊາຊົນໄທ ຂ້າພະເຈົ້າ ຂໍສະແດງຄວາມຍິນດີມາຍັງ ພະນະທ່ານ ແລະ ປະຊາຊົນລາວ ເນື່ອງໃນໂອກາດຄົບຮອບ 48 ປີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວວັນທີ 2 ທັນວາ 2023.

 

ໃນຖານະເພື່ອນບ້ານທີ່ມີສາຍພົົວພັັນ ແລະ ການຮ່ວມມືືທີ່ໃກ້ຊິດໃນທຸກລະດັບ ໄທຮູ້ສຶກຍິນດີທີ່ໄດ້ເຫັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຄວາມສະຫງົບສຸກ ແລະ ຈະເລີນຮຸ່ງເຮືອງຕະຫຼອດໄລຍະເວລາເກືອບ 5 ທົດສະວັດ ທີ່ຜ່ານມາ.

 

ຂ້າພະເຈົ້າ ມີຄວາມຕັ້ງໃຈທີ່ຈະເຮັດວຽກຮ່ວມກັບ ພະນະທ່ານ ໃນການພັດທະນາສາຍພົວພັນ ແລະ ການຮ່ວມມືເຊິ່ງກັນ ແລະ ກັນ ໂດຍສະເພາະການຕິດຕາມຄວາມຄືບໜ້າການຮ່ວມມືຕ່າງໆ ທີ່ພວກເຮົາໄດ້ປືກສາຫາລືກັນໃນການຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ຂອງ ຂ້າພະເຈົ້າ ໃນວັນທີ 30 ຕຸລາ 2023 ໃຫ້ເກີດຜົນທີ່ເປັນຮູບປະທໍາ ເພື່ອຜົນປະໂຫຍດທີ່ຢືນຍົງຕໍ່ປະເທດ ແລະ ປະຊາຊົນທັງສອງຊາດ.

 

ໃນໂອກາດນີ້ ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງປະສົບຄວາມສໍາເລັດໃນການເປັນປະທານອາຊຽນ ໃນປີ 2024 ໂດຍລັດຖະບານໄທ ພ້ອມທີ່ຈະໃຫ້ການສະໜັບສະໜູນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເຕັມທີ່.

 

ສຸດທ້າຍນີ້ ຂ້າພະເຈົ້າ ຂໍໃຫ້ສິ່ງສັກສິດທັງຫຼາຍໃນໂລກນີ້ຈົ່ງດົນບັນດານໃຫ້ ພະນະທ່ານ ແລະ ຄອບຄົວ ລວມເຖິງປະຊາຊົນລາວ ຈົ່ງປະສົບແຕ່ຄວາມຜາສຸກ ແລະ ຄວາມຈະເລີນຮູ່ງເຮືອງສືບໄປ.

ດ້ວຍຄວາມນັບຖື.

 

ເສດຖາ ທະວີສິນ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

---------------------------------------------

 

ພະນະທ່ານ ສະເຫຼີມໄຊ ກົມມະສິດ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

 

ເນື່ອງໃນໂອກາດຄົບຮອບ 48 ປີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ໃນວັນທີ 2 ທັນວາ 2023 ຂ້າພະເຈົ້າ ຂໍສະແດງຄວາມຍິນດີມາຍັັງທ່ານ ແລະ ປະຊາຊົນຊາວລາວ ຕໍ່ຄວາມສໍາເລັດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການນໍາພາປະເທດໃຫ້ມີຄວາມຈະເລີນຮຸ່ງເຮື່ອງ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.

 

ຂ້າພະເຈົ້າ ຮູ້ສຶກຍິນດີ ແລະ ເປັນກຽດທີ່ໄດ້ປຶກສາຫາລືກັບທ່ານໃນຫຼາຍໂອກາດຜ່ານມາ ແລະ ຂໍຢືນຢັນຄວາມມຸ່ງໝັ້ນໃນການເຮັດວຽກຮ່ວມກັບທ່ານ ໃນການພັດທະນາສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດໃຫ້ໃກ້ຊິດຍິ່ງຂຶ້ນ.

 

ຂ້າພະເຈົ້າ ຍິນດີທີ່ຈະໄດ້ຕ້ອນຮັບທ່ານໃນຊ່ວງຕົ້ນປີ 2024 ເພື່ອປືກສາຫາລືປະເດັນຕ່າງໆ ໂດຍສະເພາະການຕິດຕາມຜົນການປືກສາຫາລື ລະຫວ່າງ ການນໍາສອງປະເທດ ໃນໂອກາດການຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງ ພະນະທ່ານ ນາຍົກລັດຖະມົນຕີ ເສດຖາ ໄປຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຮູບປະທໍາໂດຍໄວ ລວມທັງການຮ່ວມມືໃນຂອບອາຊຽນ.

 

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງທ່ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະປະສົບຄວາມສໍາເລັດໃນການເປັນປະທານອາຊຽນ ໃນປີ 2024 ໂດຍຂ້າພະເຈົ້າ ແລະ ລັດຖະບານໄທ ພ້ອມທີ່ຈະໃຫ້ ການສະໜັບສະໜູນຢ່າງເຕັມທີ່.

 

ໃນໂອກາດນີ້ ຂ້າພະເຈົ້າ ຂໍໃຫ້ສິ່ງສັກສິດທັງຫຼາຍໃນໂລກນີ້ຈົ່ງດົນບັນດານໃຫ້ທ່ານ, ພະນັກງານກະຊວງການຕ່າງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄອບຄົວ ປະສົບແຕ່ຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງຕະຫຼອດໄປ.

 

ດ້ວຍຄວາມນັບຖື.

 

ປານປຣີ ພະຫິດທານຸກອນ

ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486517
ມື້ນີ້71
ມື້ວານ142
ອາທິດນີ້179
ເດືອນນີ້5822